ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ກົມຄຸ້ມຄອງລົດ-ເຮືອມອບໝໍ້ໄຟກຸ່ມລົດສູ້ຮົບ ໃຫ້ກອງພົນທີ 1
ເວລາອອກຂ່າວ: 2023-10-31 10:10:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1163 | ຄວາມນິຍົມ:



ສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ຫົວໜ້າກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກນິກກອງທັບ, ໄດ້ເຄື່ອນໄຫວມອບໝໍ້ໄຟກຸ່ມລົດສູ້ຮົບ ໃຫ້ກອງພົນທີ 1 ໃນວັນທີ 27 ຕຸລາ 2023 ທີ່ຜ່ານມານີ້, ເຊິ່ງໃຫ້ການຕ້ອນຮັບ ຂອງ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ກອງພົນທະຫານຮາບທີ 1. ອີງຕາມ ທິດຊີ້ນໍາຂອງຄະນະກົມໃຫຍ່ເຕັກນິກກອງທັບ ໃນການຮັບປະກັນສະໜອງໝໍ້ໄຟກຸ່ມລົດສູ້ຮົບ ໃຫ້ກອງພົນທີ 1 ( ກອງພັນ 631 ) ເພື່ອເຮັດໜ້າທີ່ວິຊາສະເພາະຂອງຕົນ; ອີງຕາມ ການລົງສົມທົບກອງກວດກາ ແລະ ດັດແປງຫົວໝໍ້ໄຟຕົວຈິງຢູ່ກົມກອງ ແມ່ນສາມາດຮັບປະກັນໄດ້ໃຫ້ແກ່ການຕິດຈັກເຮັດໜ້າທີ່ຂອງພາຫະນະສູ້ຮົບຂອງກົມກອງ, ດັ່ງນັ້ນເພື່ອເຮັດໃຫ້ກົມກອງມີຄວາມຮັບປະກັນກຽມພ້ອມເຮັດໜ້າທີ່ວິຊາສະເພາະຂອງຕົນ ເມື່ອມີຄໍາສັ່ງຈາກຂັ້ນເທິງ, ກົມຄຸ້ມຄອງລົດ-ເຮືອ ຈຶ່ງໄດ້ສະໜອງໝໍ້ໄຟ ໃຫ້ກອງພົນທີ 1 ຈໍານວນ 16 ໜ່ວຍ ລະອຽດຄື: 1. ໝໍ້ໄຟ 12 V - 120 AH ຈໍານວນ 12 ໜ່ວຍ, 2. ໝໍ້ໄຟ 12 V - 65 AH ຈໍານວນ 04 ໜ່ວຍ ແລະ ຫົວຕໍ່ໝໍ້ໄຟ ຈໍານວນ 32 ຊຸດ, ລວມມູນຄ່າທັງໝົດ 54.720.000 ກີບ ( ຫ້າສິບສີລ້ານເຈັດແສນຊາວພັນກີບ ); ເພື່ອມອບໃຫ້ກົມກອງເປັນຜູ້ປົກປັກຮັກສາ ແລະ ນໍາໃຊ້ເຂົ້າໃນວຽກງານຮັບປະກັນເຕັກນິກລົດສູ້ຮົບ ເພື່ອກຽມພ້ອມເຮັດສໍາເລັດໜ້າທີ່ ຈຶ່ງໄດ້ມີພີທີ ມອບ-ຮັບ ຢ່າງເປັນທາງການ, ເຊິ່ງຕາງໜ້າເຊັນມອບໂດຍ ສະຫາຍ ພົນຈັດຕະວາ ຄໍາແປງ ບົວລະບັດ ຫົວໜ້າກົມຄຸ້ມຄອງລົດ-ເຮືອ ກົມໃຫຍ່ເຕັກນິກກອງທັບ ແລະ ເຊັນຮັບໂດຍ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ກອງພົນທີ 1, ໂດຍເປັນສັກຂີພິຍານຂອງຄະນະທັງສອງຝ່າຍ. ເພື່ອສະແດງຄວາມຮູ້ບຸນຄຸນ ສະຫາຍ ຫົວໜ້າການທະຫານ ກອງພົນທີ 1 ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບທົ່ວກົມກອງ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ກົມໃຫຍ່ເຕັກນິກກອງທັບ ກໍ່ຄືກົມຄຸ້ມຄອງລົດ-ເຮືອ ທີ່ເຫັນໄດ້ເຖິງຄວາມໝາຍຄວາມຍສໍາຄັນ ແລະ ຄວາມຈໍາເປັນຂອງໜ້າທີ່ວຽກງານເຕັກນິກກໍ່ຄືວຽກງານກຽມພ້ອມສູ້ຮົບ ເຊິ່ງໄດ້ມອບໝໍ້ໄຟທີ່ຈໍາເປັນໃຫ້ກອງພົນທີ 1 ນໍາໃຊ້ປະກອບເຂົ້າໃສ່ກຸ່ມລົດສູ້ຮົບ ເພື່ອຮັບປະກັນໃຫ້ແກ່ກົມກອງໃນການກຽມພ້ອມສູ້ຮົບ ແລະ ເຄື່ອນໄຫວປະຕິບັດໜ້າທີ່ສູ້ຮົບຕົວຈິງໃນທຸກກໍລະນີທີ່ຈະເກີດຂຶ້ນ ໃຫ້ມີຄວາມວ່ອງໄວທັນເວລາ ແລະ ມີປະສິດທິພາບສູງ. ພາຍຫຼັງປະກອບໝໍ້ໄຟໃຊ້ລົດແຕ່ລະຄັນສໍາເລັດ ກໍ່ໄດ້ຕິດຈັກລົດ ແລະ ຈັດຕັ້ງແລ່ນທົດລອງ ເພື່ອກວດກາຕີລາຄາ ແລະ ທົດສອບຄຸນນະພາບຂອງລົດຕົວຈິງ, ເຫັນໄດ້ວ່າກຸ່ມລົດສູ້ຮົບມີຄວາມ ຮັບປະກັນກຽມພ້ອມປະຕິບັດໜ້າທີ່ສູ້ຮົບໄດ້ດີ. ຂຽນໂດຍ: ໂກຮັງ ພັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ