ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ປະກາດແຕ່ງຕັ້ງຂັ້ນນໍາພາ-ບັນຊາ ກອງພັນ 207 ກອງພັນໃຫຍ່ 402
ເວລາອອກຂ່າວ: 2023-10-31 11:44:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 937 | ຄວາມນິຍົມ:



ໃນທີວັນ 26 ກັນຍາ 2023 ຜ່ານມານີ້, ຢູ່ທີ່ສະໂມສອນຂອງກອງພັນ 207 ທີ່ຂຶ້ນກັບ ກອງພັນໃຫຍ່ 402, ກອງພົນທີ 4, ໄດ້ເປີດພິທີປະກາດການຈັດຕັ້ງຂັ້ນນໍາພາ-ບັນຊາຂຶ້ນ ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ເລຂາຄະນະພັກກອງພົນ ຫົວໜ້າການເມືອງກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພັນ, ພະແນກຈັດຕັ້ງ, ບັນດາພະນັກງານຫຼັກແຫຼ່ງ ຕະຫຼອດຮອດພະນັກງານສະມາຊິກພັກ ໃນທົ່ວກອງພັນເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ສະຫາຍ ພັນໂທ ພົງສະຫວາດ ກວ່ານເມືອງຈັນ ຮອງພະແນກຈັດຕັ້ງ ໄດ້ໃຫ້ກຽດຂຶ້ນຜ່ານເອກະສານ ຂໍ້ຕົກລົງຂອງກອງພົນທີ 4 ວ່າດ້ວຍ ການແຕ່ງຕັ້ງຮັກສາການ ຄະນະບັນຊາການ ບັນດາກອງພັນນ້ອຍທະຫານຮາບ ທີ່ຂຶ້ນກັບ ກອງພັນໃຫຍ່ 402, ວ່າດ້ວຍ ການແຕ່ງຕັ້ງຄະນະກອງຮ້ອຍ ຂຶ້ນກັບກອງພັນນ້ອຍທະຫານຮາບ 207 ກອງພັນໃຫຍ່ 402, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ(ສະບັບປັບປຸງ)ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ກອງພົນທີ 4 ຕົກລົງ : ແຕ່ງຕັ້ງ ພັນໂທ ທອງແດງ ດວງມາລາ ຮັກສາການຫົວໜ້າການເມືອງກອງພັນ 207, ແຕ່ງຕັ້ງ ພັນຕີ ສິນທະວີ ພົມມະວົງສາ ຮັກສາການ ຮອງການເມືອງ, ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ຄອນຄໍາ ພົມມະດີ ເປັນຫົວໜ້າການທະຫານ ກອງຮ້ອຍທີ1, ສະຫາຍ ຮ້ອຍເອກ ພຸດທະສອນ ປາວົງວຽງຄໍາ ເປັນຫົວໜ້າການເມືອງ ກອງຮ້ອຍທີ1, ສະຫາຍ ພັນຕີ ສີໄຮ ພິມມະຈັກ ເປັນຫົວໜ້າການທະຫານ ກອງຮ້ອຍທີ2, ສະຫາຍ ພັນຕີ ບຸນມາກ ສີສູນທອນ ເປັນຫົວໜ້າການເມືອງ ກອງຮ້ອຍທີ2, ສະຫາຍ ພັນຕີ ແສງເພັດ ສີລໍາພັນ ເປັນຫົວໜ້າການທະຫານ ກອງຮ້ອຍທີ3, ສະຫາຍ ຮ້ອຍເອກ ໄໝພອນ ພັດສົມບັດ ເປັນຫົວໜ້າການເມືອງ ກອງຮ້ອຍທີ3, ສະຫາຍ ພັນຕີ ພູເຂົາ ສຸປານີ ເປັນຫົວໜ້າການເມືອງ ກອງຮ້ອຍທີ4, ສະຫາຍ ຮ້ອຍເອກ ແຂກ ຊາວິໄລ ເປັນຮອງການທະຫານ ກອງຮ້ອຍທີ1, ສະຫາຍ ຮ້ອຍໂທ ໂທນ ໄຊຍະວົງ ເປັນຮອງການເມືອງ ກອງຮ້ອຍທີ1, ສະຫາຍ ຮ້ອຍໂທ ເຫີນຟ້າ ບຸນມາ ເປັນຮອງການທະຫານ ກອງຮ້ອຍທີ2, ສະຫາຍ ຮ້ອຍໂທ ສຸບິນ ຂັນທອງ ເປັນຮອງການເມືອງ ກອງຮ້ອຍທີ2, ສະຫາຍ ຮ້ອຍເອກ ແມັກຊີເກີ້ນ ກິດຕິຍະລາດ ເປັນຮອງການທະຫານ ກອງຮ້ອຍທີ3, ສະຫາຍ ຮ້ອຍເອກ ເພັດສະໝອນ ແກ້ວວົງສັກ ເປັນຮອງການເມືອງ ກອງຮ້ອຍທີ3 ແລະ ສະຫາຍ ຮ້ອຍໂທ ສຸວັນທອນ ຄໍາພູວົງ ເປັນຮອງການທະຫານ ກອງຮ້ອຍທີ4; ອີງຕາມ ມະຕິຕົກລົງຂອງຄະນະພັກກອງພົນທີ 4 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ກອງພັນ 207, ວ່າດ້ວຍ ການແຕ່ງຕັ້ງບັນດາໜ່ວຍພັກທີ່ຂຶ້ນກັບ ຄະນະພັກຮາຖານກອງພັນ 207, ອີງຕາມ ກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ II ມາດຕາ 13 ວ່າດ້ວຍ ການບົ່ງຕົວ ແຕ່ງຕັ້ງ, ຍົກຍ້າຍ ແລະ ການສິ້ນສຸດ ເປັນກໍາມະຫານຄະນະພັກ; ຄະນະພັກກອງພົນທີ 4 ຕົກລົງ : ແຕ່ງຕັ້ງ ສະຫາຍ ພັນໂທ ທອງແດງ ດວງມາລາ ຮັກສາການຫົວໜ້າການເມືອງກອງພັນ ເປັນເລຂາຄະນະພັກຮາກຖານ ກອງພັນ 207, ສະຫາຍ ຮ້ອຍເອກ ວິຊິດ ແພງສົມສີ ຫົວໜ້າການທະຫານກອງຮ້ອຍທີ 4 ເປັນກໍາມະການ. ພ້ອມກັນນັ້ນ, ຍັງໄດ້ແຕ່ງຕັ້ງ ບັນດາຄະນະໜ່ວຍພັກ ທີ1, ທີ2, ທີ3, ທີ4 ແລະ ໜ່ວຍພັກທີ 5 ທີ່ຂຶ້ນກັບ ຄະນະພັກຮາກຖານ ກອງພັນ 207 ນໍາອີກ. ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ເລຂາຄະນະພັກກອງພົນ ຫົວໜ້າການເມືອງກອງພົນທີ 4 ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ບັນດາຜົນງານ ການເຄື່ອນໄຫວທີ່ທາງກົມກອງເຮັດສໍາເລັດໜ້າທີ່ການເມືອງຂອງຕົນໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງມາຍັງ ສະຫາຍ ຫົວໜ້າການເມືອງກອງພັນ ຜູ້ໃໝ່ ແລະ ບັນດາສະຫາຍ ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້, ຈົ່ງຍົກສູງ ພາລະບົດບາດ, ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ, ຖືສໍາຄັນ ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ເພື່ອສຶກສາອົບຮົມ ພະນັກງານ-ນັກຮົບໃນແຕ່ລະຂັ້ນ ໃຫ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ ເວົ້າລວມ, ເວົ້າສະເພາະ ແມ່ນການປະຕິບັດ 7 ລະບອບ 18 ວຽກໃນແຕ່ລະວັນໃຫ້ເຂັ້ມງວດ, ສາມາດຈໍາແນກໄດ້ ມິດສັດຕູຢ່າງຈະແຈ້ງ, ມີສະຕິຕື່ນຕົວຕໍ່ກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ພ້ອມກັນຕິດຕາມ, ກວດກາ ແກ້ໄຂທຸກປະກົດການຫຍໍ້ທໍ້ພາຍໃນກົມກອງ, ປັບປຸງແບບແຜນວິທີເຮັດວຽກ ນໍາພາ-ບັນຊາ ໃນແຕ່ລະຂັ້ນ, ເອົາໃຈໃສ່ ອົບຮົມຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ, ສິລະປະຍຸດ-ຍຸດທະວິທີ ໃຫ້ພະນັກງານມີຄວາມຊໍານິຊໍານານ ສາມາດຮັບປະກັນໃຫ້ແກ່ວຽກງານສູ້ຮົບ, ສ້າງພະນັກງານ, ສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ ອັນເປັນພື້ນຖານສໍາຄັນ ໃຫ້ແກ່ການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍການປູກ-ການລ້ຽງ ຕາມທ່າແຮງບົ່ມຊ້ອນຂອງກົມກອງ, ສ້າງກົມກອງໃຫ້ກາຍເປັນກອງທັບ ທີ່ມີຄວາມເຂັ້ມແຂງ ປອດໃສ ປອດໄພ ປອດຄະດີ. ຂ່າວ - ພາບ : ຮທ ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ