ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ມີນາ 2025

  

ທະຫານແຂວງເຊກອງ ໂອ້ລົມນັກກິລາທີ່ຈະຮ່ວມເຂົ້າແຂ່ງຂັນກິລາມວນຊົນ ແລະ ການທະຫານຄັ້ງທີ IIIເຂດVທີ່ແຂວງເຊກອງເປັນເຈົ້າພາບ
ເວລາອອກຂ່າວ: 2023-10-31 11:47:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1155 | ຄວາມນິຍົມ:



ທະຫານແຂວງເຊກອງ ຈັດພິທີໂອ້ລົມນັກກິລາທີ່ຈະຮ່ວມເຂົ້າແຂ່ງຂັນກິລາມວນຊົນ ແລະ ການທະຫານ ຄັ້ງທີ III ທົ່ວກອງທັບ ເຂດ 5 ທີ່ແຂວງເຊກອງເປັນເຈົ້າພາບໃນວັນທີ 26 ຕຸລາ 2023 ນີ້, ໂດຍເປັນກຽດໂອ້ລົມຂອງ ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຄະນະປະຈໍາພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ ປະທານຈັດການແຂ່ງຂັນກິລາຄັ້ງທີ II ທົ່ວກອງທັບ ເຂດ 5 ທີ່ແຂວງເຊກອງເປັນເຈົ້າພາບ. ມີ ສະຫາຍ ພັນເອກ ຫຼອດ ນັນທະວົງ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງ ຮອງປະທານຈັດການແຂ່ງຂັນກິລາ, ບັນດາສະຫາຍອົງການທີ່ກ່ຽວຂ້ອງ, ຄູຝຶກ ພ້ອມດ້ວຍນັກກິລາເຂົ້າຮ່ວມ 119 ສະຫາຍ. ສະຫາຍ ພັນໂທ ແສງທອງ ເກດກອນບຸນ ຫົວໜ້າພະແນກອົບຮົມ ຜູ້ຊີ້ນໍາວຽກງານກິລາກອງບັນຊາການທະຫານແຂວງເຊກອງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ ແລະ ຫົວໜ້າຄະນະຊີ້ນໍາການແຂ່ງຂັນກິລາ ພ້ອມດ້ວຍຜ່ານແຜນການ ການຝຶກຊ້ອມ ແລະ ຈັດແບ່ງນັກກິລາ, ສະຖານທີ່ພັກອາໃສ່ຂອງນັກກິລາແຕ່ລະປະເພດ ພ້ອມທັງຜ່ານຂໍ້ກໍານົດກົດລະບຽບໃນການຝຶກແອບກິລາ ແລະ ກົດລະບຽບໃນການເຂົ້ານອນສູນ. ໃນນີ້ ຍັງໄດ້ແຈ້ງ ບັນດາປະເພດກິລາທີ່ຈະແຂ່ງຂັນລວມ ມີ 14 ປະເພດ ໃນນີ້ ກິລາມວນຊົນ ມີ: ບານເຕະ, ບານສົ່ງຊາຍ, ບານສົ່ງຍິງ, ແກະຕໍ້ຫວາຍ ແລະ ເປຕັງປະສົມຊາຍ-ຍິງ; ກິລາການທະຫານຄື: ນັກຮົບແຂງແຮງ, ແລ່ນມ້າງປະກອບອາວຸດປືນ ອາກາ 400 ແມັດ, ກິລາ 3 ວິຊາການທະຫານສົມທົບ, ຍິງປືນອາກາໄລຍະ 100 ແມັດ, 75 ແມັດ, 50 ແມັດ, 25 ແມັດ, ຍິງປືນອາກາຈານເຫຼັກ ໄລຍະ 100 ແມັດ, ປືນແອເຣີເປກາ ຈານເຫຼັກ ໄລຍະ 200 ແມັດ, ຍິງດຽວປືນແອສເຊເວແດ ໄລຍະ 400 ແມັດ, ປືນເດກາ 82 ໄລຍະ 400 ແມັດ ແລະ ປືນຄົກ82 ໄລຍະ 500 ແມັດ ແລະ 700 ແມັດ. ໂອກາດນີ້, ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໜັກໃຫ້ຄະນະນໍາ ແລະ ນັກກິລາ ເພີ່ມທະວີຄວາມເອົາໃຈໃສ່ຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນ ຄວາມສາມັກຄີທາງດ້ານການເມືອງແນວຄິດ ໃນການຢູ່ຮ່ວມກັນເປັນບັນຫາສໍາຄັນ ໃນນີ້ ຕ້ອງມີຄວາມຮັບຜິດຊອບສູງໃນການຕິດຕາມກວດກາ ການຝຶກແອບຂອງນັກກິລາຢ່າງໃກ້ຊິດ, ຍົກສູງການປະຕິບັດລະບຽງວິໄນຢ່າງເຂັ້ມງວດ, ຄູຝຶກຂອງກິລາແຕ່ລະປະເພດຕ້ອງຊອກຮູ້ຂໍ້ມູນທາງດ້ານເຕັກນິກ, ໃນການແຂ່ງຂັນໃຫ້ໄດ້ດີເທົ່າທີ່ຄວນ, ສ່ວນນັກກິລາທຸກຄົນກໍ່ຕ້ອງເອົາໃຈໃສ່ໃນການຝຶກຊ້ອມຢ່າງແຂງແຮງ ແລະ ສຸດຄວາມສາມາດຂອງຕົນ. ນອກຈາກເປັນການປະຕິບັດໜ້າທີ່ທາງດ້ານການເມືອງ ຂອງນັກກິລາແລ້ວ ຍັງເປັນການຮັດແໜ້ນຄວາມສາມັກຄີສາຍພົວພັນແບບພິເສດລະຫວ່າງ ແຕ່ລະກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນ ທັງເປັນການປຸກລະດົມຈິດໃຈຮັກຊາດຂອງຂອງພະນັກງານ-ນັກຮົບ ກໍ່ຄື ປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ ມີພົ້ນເດັ່ນຂຶ້ນກວ່າເກົ່າ ພ້ອມກັນສູ້ຊົນໃນການແຂ່ງຂັນກິລາຄັ້ງນີ້ຢ່າງເຕັມຄວາມສາມາດ ເພື່ອໃຫ້ໄດ້ລາງວັນປະເພດຕ່າງໆ ຫລາຍຂຶ້ນເທົ່າທີ່ຈະຫຼາຍໄດ້ ແນ່ໃສ່ສ້າງຊື່ສຽງໃຫ້ແກ່ ກອງບັນຊາການທະຫານແຂວງເຊກອງ ກໍ່ຄື ສ້າງຄວາມພາກພູໃຈໃຫ້ແກ່ແຂວງເຊກອງອີກດ້ວຍ. ໂດຍ: ກອງຄໍາ ຈິ່ງດ້າຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ