ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ພຶດສະພາ 2025

  

ຫົວໜ້າກົມໃຫຍ່ພະລາທິການກອງທັບ ລົງຊຸກຍູ້ວຽກງານການຜະລິດເຂົ້າແຫ້ງກອງທັບ
ເວລາອອກຂ່າວ: 2023-10-31 13:38:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1192 | ຄວາມນິຍົມ:



ສະຫາຍ ພົນຕີ ຄຳເພັດ ສີຊານົນກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ພ້ອມດ້ວຍຄະນະນຳກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ໄດ້ລົງເຄື່ອນໄຫວ ແລະ ຊຸກຍູ້ວຽກງານການຜະລິດຢູ່ໂຮງງານຜະລິດເຂົ້າແຫ້ງ ກົມອຸປະໂພກ-ບໍລິໂພກກົມໃຫຍ່ພະລາທິກອງທັບໃນຕອນບ່າຍວັນທີ 27 ຕຸລາ 2023 ນີ້, ໂດຍການຕ້ອນຮັບຂອງ ສະຫາຍ ພັນຕີ ບຸນຜັນ ທໍາມະວົງ ຫົວໜ້າອຳນວຍການໂຮງງານຜະລິດເຂົ້າແຫ້ງກອງທັບ, ມີ ພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມ. ສະຫາຍ ພັນຕີ ບຸນຜັນ ທຳມະວົງ ຫົວໜ້າອຳນວຍການໂຮງງານຜະລິດເຂົ້າແຫ້ງກອງທັບ, ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງກົມກອງ, ເຊິ່ງໂຮງງານຜະລິດເຂົ້າແຫ້ງກອງທັບ, ໄດ້ສ້າງຕັ້ງຂື້ນໃນວັນທີ 5 ເດືອນ 2 ປີ 1972, ທີ່ ບ້ານນາແທ່ນ ເມືອງວຽງໄຊ ແຂວງຫົວພັນ, ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງຫ້ອງພະລາທິການກອງທັບ ໃນເມື່ອກ່ອນ, ເຊິ່ງເອີ້ນວ່າ ໂຮງງານຜະລິດເຂົ້າໜົມກອງທັບ, ມາຮອດປີ 1974 ໂຮງງານຜະລິດເຂົ້າໜົມກອງທັບ ໄດ້ຍົກຍ້າຍມາຢູ່ ບ້ານວຽງ ເມືອງແປກ ແຂວງຊຽງຂວາງ ແລະ ມາເຖີງປີ 1976 ໂຮງງານເຂົ້າໜົມກອງທັບ, ໄດ້ຍົກຍ້າຍມາຕັ້ງຢູ່ທີ່ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈົນເຖິງປະຈຸບັນ, ຕະຫຼອດໄລຍະທີ່ຜ່ານມາໂຮງງານເຂົ້າໜົມກອງທັບ, ແມ່ນມີໜ້າການເມືອງຕົ້ນຕໍຜະລິດເຂົ້າແຫ້ງ, ເສັ້ນໝີ່ເຫຼືອງ ຮັບໃຊ້ແນວໜ້າ ແລະ ຊາວອົບພະຍົບ, ມາເຖີງປີ 1992 ຂັ້ນເທິງໄດ້ຫັນທິດຕາມແນວທາງປ່ຽນແປງໃໝ່ຂອງພັກ, ຈື່ງໄດ້ປ່ຽນຊື່ຈາກໂຮງງານເຂົ້າໜົມ ກອງທັບ, ມາເປັນກອງຜະລິດເຂົ້າແຫ້ງກອງທັບ ຈົນເຖີງປະຈຸບັນ ແລະ ມີໜ້າທີ່ການເມືອງຕົ້ນຕໍແມ່ນຜະລິດເຂົ້າແຫ້ງຮັບໃຊ້ກອງທັບ ທີ່ຕັ້ງ ແລະ ພາລະບົດບາດກອງຜະລິດເຂົ້າແຫ້ງ, ແມ່ນກົມກອງໜື່ງທີ່ຂື້ນກັບ ແລະ ຢູ່ພາຍໃຕ້ການຊີ້ນຳ-ນຳພາໂດຍກົງຮອບດ້ານຈາກກົມໃຫຍ່ພະລາທິການກອງທັບ, ກໍ່ຄືກົມອຸປະໂພກ-ບໍລິໂພກ, ມີໜ້າທີ່ການເມືອງຕົ້ນຕໍແມ່ນຜະລິດເຂົ້າແຫ້ງຮັບໃຊ້ໃຫ້ແກ່ກອງທັບ ແລະ ມີບົດບາດນໍາພາທຸກຂົງເຂດວຽກງານຂອງກອງຜະລິດເຂົ້າແຫ້ງ, ປະຈຸບັນຈຳນວນພົນມີທັງໝົດ 40 ສະຫາຍ, ຍິງ 29 ສະຫາຍ, ມີໜ້າ ຕົວຈິງ 39 ສະຫາຍ, ມີໜື່ງໜ່ວຍພັກເອກະລາດ, ມີສະມາຊິກພັກທັງໝົດ 20 ສະຫາຍ, ສະມາຊິກສົມບູນ 19 ສະຫາຍ, ສໍາຮອງ 1 ສະຫາຍ, ຍິງ 13 ສະຫາຍ, ອັດຕາສ່ວນຂອງສະມາຊິກພັກກວມເອົາ 59 % ມີມະຫາຊົນ 24 ສະຫາຍ, ມີ 6 ຂະແໜງການຂື້ນກັບ ແລະ 3 ອົງການຈັດຕັ້ງມະຊົນຊາວໜຸ່ມ, ສະຫະພັນແມ່ຍິງ ແລະ ກໍາມະບານ, ວຽກງານການຜະລິດ ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນຳວຽກງານການຜະລິດຕ່າງໆ ຢູ່ໃນກົມກອງ, ໂດຍສະເພາະແມ່ນການຜະລິດເຂົ້າແຫ້ງ ເຊິ່ງເປັນໜ້າທີ່ການເມືອງຕົ້ນຕໍຂອງກົມກອງ, ສາມາດຜະລິດເຂົ້າແຫ້ງໄດ້ຕາມແຜນການທີ່ຂັ້ນເທິງກຳນົດໃຫ້, ມີເຂົ້າແຫ້ງຢູ່ໃນສາງຢ່າງຕໍ່າ 5.000 - 6.000 ກິໂລຂື້ນໄປບໍ່ໃຫ້ຂາດ ເພື່ອຮັບປະກັນໃຫ້ກົມກອງທີ່ເຄື່ອນໄຫວສູ້ຮົບຕາມຄວາມຕ້ອງການ ແລະ ຮັບປະກັນໄດ້ 100%, ສະເພາະການຜະລິດໃນ 6 ເດືອນຕົ້ນປີ 2023 ຜ່ານມາສາມາດຜະລິດເສັ້ນເຝີ, ເຂົ້າຊອຍ, ເຂົ້າປຽກ, ເສັ້ນໝີ່ເຫຼືອງ ອອກຈໍາໜ່າຍໃຫ້ສັງຄົມທົ່ວໄປ 22.434 ກິໂລ, ເປັນເງິນເທົ່າກັບ 247.691.000 ກີບ, ວຽກງານແກ້ໄຂຊີວິດການເປັນຢູ່ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພະນັກງານ, ນັກຮົບແມ່ນໄດ້ຖືເອົາການຕ່ຳຫູກ, ທໍ່ໄໝ, ປູກຝັງ-ລ້ຽງສັດ ຕາມເງື່ອນໄຂສະພາບແວດລ້ອມຕົວຈິງຂອງໃຜລາວ ເພື່ອເປັນການຫາລາຍໄດ້ແກ້ໄຂຊີວິດການເປັນຢູ່ຂອງຕົນເອງໃຫ້ນັບມື້ດີຂື້ນເທື່ອລະກ້າວ. ໂອກາດນີ້, ສະຫາຍ ພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ສະມາຊິກພັກ, ນັກຮົບທຸກສະຫາຍ ທີ່ໄດ້ພ້ອມກັນເອົາໃຈໃສ່ຕັ້ງໜ້າປະຕິບັດວຽກງານວິຊາສະເພາະຂອງຕົນເອງ ແລະ ເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງຢ່າງຈົບງາມ, ຮຽກຮ້ອງໃຫ້ຈົ່ງພ້ອມກັນສືບຕໍ່ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ ແລະ ເປັນວຽກງານແຖວໜ້າສອດຫ້ອຍເຂົ້າທຸກຂະບວນການຂອງກົມກອງ, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີຄວາມສາມັກຄີພາຍໃນ, ເຮັດໃຫ້ກົມກອງມີຄວາມສະຫງົບ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານການຜະລິດເຂົ້າແຫ້ງຂອງກອງທັບໃຫ້ໄດ້ຕາມແຜນການທີ່ກົມອຸປະໂພກ-ບໍລິໂພກກຳນົດໃຫ້ ແລະ ສາມາດຜະລິດຈໍາໜ່າຍອອກສູ່ສັງຄົມທົ່ວໃຫ້ມີຜົນກໍາໄລ, ພ້ອມທັງຮັບປະກັນໄດ້ທັງດ້ານປະລິມານ-ຄຸນນະພາບທີ່ດີ, ຊຸກຍູ້ຂະບວນການກໍ່ສ້າງກອງ 3 ປອດ, ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງກອງວັດທະນະທຳ, ນັກຮົບວັດທະນະທຳ ຢ່າງແຂງແຮງ ແລະ ກ້ວາງຂວາງສະໝໍ່າສະເໝີ. ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ