ຄະນະຜູ້ແທນສາມະຄົມນັກຮົບເກົ່າ ແຂວງວີ້ງຟຸກ ແຫ່ງ ສສ ຫວຽດນມຢ້ຽມຢາມ ສາຫະພັນນັກຮົບເກົ່າ ແຂວງຫຼວງນໍ້າທາ
ເວລາອອກຂ່າວ: 2023-10-31 13:43:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2178 | ຄວາມນິຍົມ:
ສະຫາຍ ພັນເອກ ພິເສດ ເລວັນທື ກໍາມະການສາມະຄົມນັກຮົບເກົ່າແຫ່ງຊາດຫວຽດນາມ ປະທານມິດຕະພາບລາວ-ຫວຽດ ປະຈໍາແຂວງວີ້ງຟຸກ ທັງເປັນປະທານສາມະຄົມນັກຮົບເກົ່າ ແຂວງວີ້ງຟຸກ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ສາຫະພັນນັກຮົບເກົ່າ ແຂວງຫຼວງນໍ້າທາ ໃນຕອນເຊົ້າຂອງວັນທີ 28 ຕຸລາ 2023 ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ອີ່ນແກ້ວ ມະນີຈັນ ກໍາມະການປະຈໍາພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ມີ ສະຫາຍ ພັນໂທ ແສງວັນດີ ວາໄຊຍີ ປະທານສາຫະພັນນັກຮົບເກົ່າ ແຂວງຫຼວງນໍ້າທາ ກອງທັບປະຊາຊົນລາວ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນກອງປະຊຸມ ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່, ການພັດທະນາເສດຖະກິດ - ສັງຄົມ ຂອງແຂວງ ໃນໄລຍະຜ່ານມາ ທັງສອງຝ່າຍເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມວຽກງານແນວຄິດໃຫ້ແກ່ພະນັກງານສະມາຊິກນັກຮົບເກົ່າ ແລະ ຄົນຮຸ່ນໜູ່ມຮູ້ຈັກຮັກສາມູນເຊື້ອສາມັກຄີມິດຕະພາບແບບພິເສດລະຫວ່າງ ລາວ-ຫວຽດນາມ, ຮັກສາມູນເຊື້ອ ແລະ ລັດທິວິລະຊົນປະຕິວັດຂອງສອງຊາດໃຫ້ໝັ້ນຄົງ ພ້ອມນີ້ ຍັງໄດ້ຕີລາຄາການພົວພັນຮ່ວມມືຂອງສອງພັກ - ສອງລັດ ໃນໄລຍະຜ່ານມາ.
ສະຫາຍ ພົນຈັດຕະວາ ອີ່ນແກ້ວ ມະນີຈັນ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງ ສະຫາຍ ພັນເອກ ພິເສດ ເລວັນທື ກໍາມະການສາມະຄົມນັກຮົບເກົ່າແຫ່ງຊາດຫວຽດນາມ ໃນຄັ້ງນີ້ ເຊິ່ງສຸດທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ, ເປັນການຜູກແໜ້ນຄວາມສາມັກຄີ, ປະກອບສ່ວນອັນສໍາຄັນເຂົ້າສູ່ລວງເລິກໃນການສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນຄວາມສາມັກຄີ ລະຫ່ວາງ ສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນຂຽວສົດງົດງາມຍິ່ງໆຂື້ນ. ພ້ອມທັງອວຍພອນສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ສອງກອງທັບປະຊາຊົນ ລາວ-ຫວຽດນາມ, ໂດຍສະເພາະແມ່ນສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ. ພິທີຍັງໄດ້ມອບຂອງຂວັນທີ່ລະນຶກໃຫ້ກັນ ແລະ ກັນ ເພື່ອຢັ້ງຢືນເຖິງຄວາມຮັບແພງສາມັກຄີໄມຕີຈິດມິດຕະພາບ ຕື່ມອີກ. ໂດຍ: ບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ