ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ມອບເງິນໃຫ້ 4 ບ້ານທີ່ຂຶ້ນກັບກຸ່ມບ້ານແສນຄໍາ ແລະ 2 ບ້ານຂຶ້ນກັບກຸ່ມບ້ານມູຈີ້ ເມືອງສໍາພັັນ ແຂວງຜົ້ງສາລີ
ເວລາອອກຂ່າວ: 2023-10-31 13:46:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1329 | ຄວາມນິຍົມ:



ໃນວັນທີ 27 ຕຸລາ 2023 ນີ້, ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ພ້ອມດ້ວຍຄະນະ ໄດ້ຕາງໜ້າ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນປະເທດ ລົງມອບເງິນໃຫ້ 4 ບ້ານທີ່ຂຶ້ນກັບກຸ່ມບ້ານແສນຄໍາ ແລະ 2 ບ້ານຂຶ້ນກັບກຸ່ມບ້ານມູຈີ້ ເມືອງສໍາພັັນ ແຂວງຜົ້ງສາລີ, ເຂົ້າຮ່ວມມີ ສະຫາຍ ບຸນເພັງ ອິນທະລີ ເລຂາພັກກຸ່ມບ້ານແສນຄໍາ, ມີນາຍບ້ານ, ພະນັກງານປະຈໍາຢູ່ກຸ່ມບ້ານ, ອົງການຈັດຕັ້ງຂັ້ນບ້ານ 6 ບ້ານຄື: ບ້ານແສນຄໍາ, ບ້ານເຄີຈາງ, ບ້ານລອງແກ້ວ, ບ້ານຈາຊື່, ບ້ານລາວປານໜຶ່ງ ແລະ ບ້ານຜົ້ງກູ້ ເຂົ້້າຮ່ວມ. ໃນພິທີ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ໄດ້ຕາງໜ້າຂຶ້ນກ່າວມອບ ແລະ ຂຶ້ນກ່າວຮັບໂດຍນາຍບ້ານ 6 ບ້ານ, ໃນຈໍານວນເງິນ 60 ລ້ານກີບໃນໂອກາດດັ່ງກ່າວ, ສະຫາຍ ພັນຕີ ນາງ ຈັນຟອງ ບົວລະວົງ ພັນລະຍາຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໃນນາມສ່ວນຕົວໄດ້ມອບເງິນຈໍານວນ 2 ລ້ານກີບໃຫ້ກຸ່ມບ້ານແສນຄໍາ, ເຊິ່ງກ່າວຮັບໂດຍ ສະຫາຍ ບຸນເພັງ ອິນທະລີ ເລຂາພັກກຸ່ມບ້ານແສນຄໍາ ພ້ອມຄະນະ, ການມອບເງິນຊ່ວຍເຫຼືອໃນຄັ້ງນີ້, ເພື່ອເປັນການປະກອບສ່ວນເຂົ້າໃນການປັບປຸງ ແລະ ນໍາໃຊ້ເຂົ້າໃນວຽກງານລວມຂອງບ້ານ. ໃນພິທີ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ໂອ້ລົມຕໍ່ອໍານາດການປົກຄອງບ້ານ, ພ້ອມທັງໄດ້ຮຽກຮ້ອງ ໃຫ້ສືບຕໍ່ຮັກສາຄວາມສາມັກຄີລະຫວ່າງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ແໜ້ນແຟ້ນພ້ອມກັນເຮັດໜ້າທີ່ ປກຊ-ປກສ ໃນທົ່ວປວງຊົນຮອບດ້ານຂອງພັກ, ສຶກສາອົບຮົມລູກຫຼານໃຫ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ພ້ອມກັນສ້າງສາພັດທະນາບ້ານຊ່ອງໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ. ໂອກາດທີ່ມີຄວາມໝາຍສໍາຄັນຄັ້ງນີ້, ສະຫາຍ ລື ແພງຍະວົງ ໄດ້ຕ່າງໜ້າອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໃນ 6 ບ້ານ, ກ່າວສະແດງຄວາມຂອບໃຈຢ່າງຫຼົນເຫຼືອ ທີ່ໄດ້ນໍາເອົາວັດຖຸປັດໃຈດັ່ງກ່າວມາມອບໃຫ້ບ້ານ ແລະ ສະຫາຍຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເງິນຈໍານວນດັ່ງກ່າວໄປນໍາໃຊ້ເຂົ້າໃນວຽກງານລວມຂອງບ້ານໃຫ້ເກີດປະໂຫຍກສູງສຸດ. ຂ່າວ-ພາບ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ