ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ເປີດຂະບວນການກິລາກາຍຍະກໍາທົ່ວກອງພົນທີ1 ຮັບຕ້ອນວັນປະຫວັດສາດສໍາຄັນຕ່າງໆ
ເວລາອອກຂ່າວ: 2023-10-31 13:48:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1544 | ຄວາມນິຍົມ:



ກອງພົນທີ1 ໄດ້ເປີດຂະບວນການແຂ່ງຂັນກິລາກາຍຍະກໍາ ເພື່ອຂໍ່ານັບຮັບຕ້ອນວັນຊາດທີ 02 ທັນວາ ຄົບຮອບ 48 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີຂຶ້ນໃນຕອນເຊົ້າຂອງວັນທີ 30 ຕຸລາ 2023 ນີ້,ໂດຍເປັນກຽດເຂົ້າຮ່ວມເປັນປະທານພິທີຂອງ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ກອງພົນທີ1. ມີຄະນະພັກ - ຄະນະບັນຊາ ແຕ່ລະອົງການກົມກອງ ແລະ ຕົວແທນນັກກິລາເຂົ້າຮ່ວມຢ່າງຫຼວງຫຼາຍ. ກິລາທີ່ນໍາມາແຂ່ງຂັນໃນຄັ້ງນີ້ມີ 2 ປະເພດຄື: ກິລາມວນຊົນ ລວມມີ: ກິລາບານເຕະຊາຍ,. ກິລາບານສົ່ງຊາຍ, ກິລາບານສົ່ງຍິງ, ກິລາກະຕໍ້ຫວາຍຊາຍກິລາເປຕັງປະສົມ 02 ຊາຍ + 01 ຍິງ. ກິລາການທະຫານ ລວມມີ: ກິລານັກຮົບແຂງແຮງ, ກິລາແລ່ນມ້າງປະກອບອາວຸດ ປືນ AK 400 ແມັດ, 3. ກິລາ 03 ວິຊາການທະຫານສົມທົບ; ໂດຍມີທີມກິລາ ແລະ ຕົວແທນນັກກິລາມາຈາກແຕ່ລະອົງການ, ກົມກອງຮາກຖານຕ່າງໆເຂົ້າຮ່ວມແຂ່ງຂັນ. ການແຂ່ງຂັນຈະໄດ້ແບ່ງອອກເປັນ 02 ໄລຍະ ຄື: ໄລຍະທີ 01 ແຂ່ງຂັນຂໍ່ານັບຮັບຕ້ອນວັນຊາດ ທີ 02 ທັນວາ, ເລີ່ມແຕ່ວັນທີ 15 ພະຈິກ 2023 ເຖິງ 01 ທັນວາ 2023 ມີປະເພດກິລາ ດັ່ງນີ້: ບານສົ່ງຍິງ, ກະຕໍ້ຫວາຍຊາຍ, ເບຕັງປະສົມ 02 ຊາຍ + 01 ຍິງ; ໄລຍະທີ 02 ແຂ່ງຂັນຂໍ່ານັບຮັບຕ້ອນ 20 ມັງກອນ ເລີ່ມແຕ່ວັນທີ 04 ທັນວາ 2023 ເຖິງ ວັນທີ 18 ມັງກອນ 2024 ມີປະເພດກິລາ ດັ່ງນີ້: ບານເຕະຊາຍ, ບານສົ່ງຊາຍ ແລະ ກິລາການທະຫານ. ລວມເວລາການແຂ່ງຂັນຕົວຈິງ 47 ວັນ. ໃນຕອນທ້າຍຂອງພິທີ ສະຫາຍ ຫົວໜ້າການທະຫານກອງພົນ ກໍ່ໄດ້ກ່າວຊີ້ນໍາໃຫ້ຄະນະຮັບຜິດຊອບການແຂ່ງຂັນຕ້ອງເພີ່ມທະວີຄວາມຮັບຜິດຊອບຊີ້ນໍາ - ຄວບຄຸມການແຂ່ງຂັນ ໃຫ້ດໍາເນີນໄປຕາມແຜນການ, ຮັບປະກັນຄວາມສາມັກຄີ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພຮອບດ້ານ; ກໍາມະການຕັດສິນຈົ່ງພ້ອມກັນຈັດຕັ້ງປະຕິບັດການແຂ່ງຂັນຕາມລະບຽບ, ກະຕິກາທີ່ວາງອອກຢ່າງເຂັ້ມງວດ, ມີຄວາມບໍລິສຸດ, ມີຄວາມຍຸຕິທໍາໃນການຕັດສິນ; ຄະນະ - ພັກຄະນະບັນຊາ, ຄູຝຶກ, ນັກກິລາທຸກປະເພດຂອງບັນດາອົງການ, ກົມກອງຕ້ອງຍົກສູງຄວາມຕັດສິນໃຈເຂົ້າຮ່ວມການແຂ່ງຂັນຢ່າງສຸດກົກສຸດປາຍ; ປະຕິບັດຕາມຕາຕະລາງ, ເວລາ, ກົດລະບຽບ, ວິໄນວາງອອກຢ່າງເຂັ້ມງວດ, ມີນໍ້າໃຈນັກກິລາ, ຖືເອົາບັນຍາກາດຂະບວນການ ແລະ ການແລກປ່ຽນບົດຮຽນເຊິ່ງກັນແລະກັນເປັນຈຸດໜັກ, ສ່ວນຜົນການແຂ່ງຂັນເປັນສໍາຮອງ ເພື່ອສ້າງໃຫ້ຂະບວນການຄັ້ງນີ້ມີຄວາມຟົດຟື້ນ ແລະ ດໍາເນີນໄປຢ່າງມີຜົນສໍາເລັດທີ່ຈົບງາມ. ຂຽນໂດຍ: ໂກຮັງ ພັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ