ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VIII ຂອງຄະນະພັກຮາກຖານ ຫ້ອງການເມືອງ ແລະ ຄັ້ງທີ 1 ຂອງຄະນະພັກຮາກຖານຫ້ອງການ
ເວລາອອກຂ່າວ: 2023-10-31 13:50:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1602 | ຄວາມນິຍົມ:



ຄະນະພັກຮາກຖານ ຫ້ອງການເມືອງ ແລະ ຄະນະພັກຮາກຖານຫ້ອງການກອງພົນທີ 3 ໄດ້ຈັດກອງປະຊຸມຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຂອງຄະນະພັກຮາກຖານຂອງຕົນຂຶ້ນໃນຕອນເຊົ້າຂອງວັນທີ 31 ຕຸລາ 2023 ນີ້, ຢູ່ທີ່ ສະໂມສອນ ກອງພົນທີ 3 ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ເລຂາຄະນະພັກ ຫົວໜ້າການທະຫານ ກອງພົນທີ 3 ມີຄະນະພັກຮາກຖານ2 ອົງການຕະຫຼອດຮອດສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ. ສະຫາຍ ພັນໂທ ເພັດສິນສັງ ສຸຂະທິວົງ ຫົວໜ້າພະແນກຈັດຕັ້ງພັກ ຂຶ້ນອ່ານມະຕິຕົກລົງຂອງຄະນະປະຈຳພັກ ກອງພົນທີ 3 ຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI ໝວດທີ VI ມາດຕາ 31ວ່າດ້ວຍສະໄໝກອງປະຊຸມໃຫຍ່ ຄະນະພັກກອງພັນໃຫຍ່, ຄະນະພັກຮາກຖານ,ໜ່ວຍພັກຮາກຖານ ແລະ ໜ່ວຍພັກ ທີ່ຂື້ນກັບຄະນະພັກກອງພົນທີ3 ຕາມຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VIII ຂອງຄະນະພັກຮາກຖານຫ້ອງການເມືອງ ແລະ ຄັ້ງທີ 1 ຂອງຄະນະພັກຮາກຖານຫ້ອງການ ທີ່ຂຶ້ນກັບອົງຄະນະພັກກອງພົນທະຫານຮາບທີ3 ຄັ້ງວັນທີ 11 / 10 / 2023ຕາມໜັງສືສະເໜີ ຂອງຄະນະພັກຮາກຖານ ຫ້ອງການເມືອງ ກອງພົນທີ3ສະບັບເລກທີ 35 /ຄພຮຖ ຄັ້ງວັນທີ 16 ເດືອນ 10 ປີ2023 ຄະນະປະຈໍາພັກ ກອງພົນທະຫານຮາບທີ3ຕົກລົງຮັບຮອງເອົາຄະນະພັກຮາກຖານຫ້ອງການເມືອງຊຸດໃໝ່ຈຳນວນ 7 ສະຫາຍມີຄື: ພັນເອກ ບຸນຫຼາຍ ອຸດົມຮຸນ ເປັນເລຂາ ຄະນະພັກຮາກຖານ ຫ້ອງການເມືອງ. ພັນເອກ ຈອມໄຈ ໄຊພະວົງເປັນ ຮອງເລຂາ ຄະນະພັກຮາກຖານ ຫ້ອງການເມືອງ. ພັນໂທ ຈັນສອນໄຊຍະຄຳ ເປັນ ກາມະການກວດກາ ຄະນະພັກຮາກຖານ ຫ້ອງການເມືອງ. ພັນໂທ ສົມລິດ ບົວໄຂຄໍາ ເປັນ ກຳມະການ ປ້ອງກັນ ຄະນະພັກຮາກຖານ ຫ້ອງການເມືອງ. ພັນໂທ ເພັດສິນສັງ ສຸຂະທິວົງ ເປັນ ກຳມະການຈັດຕັ້ງ ຄະນະພັກຮາກຖານ ຫ້ອງການເມືອງ. ພັນໂທ ຈັນທະວົງ ໄພວັນທອນ ເປັນ ກຳມະການໂຄສະນາ ຄະນະພັກຮາກຖານ ຫ້ອງການເມືອງ. ພັນໂທ ສີວອນ ວິໄລສັກ ເປັນ ກຳມະການ-ການຄັ້ງ ຄະນະພັກຮາກຖານ ຫ້ອງການເມືອງ. ໃນນີ້ຍັງໄດ້ຮັບຮອງເອົາຄະນະພັກຮາກຖານ ຫ້ອງການ ແລະ ບໍລິຫານ ທີ່ຂື້ນກັບອົງຄະນະພັກກອງພົນທີ3 ຈຳນວນ 5 ສະຫາຍຄື: ພັນເອກ ຄໍາຕັນ ແສງມາລາພອນ ເປັນ ເລຂາ ຄະນະພັກຮາກຖານ ຫ້ອງການ ແລະ ບໍລິຫານ. ພັນໂທ ວຽງພອນ ພັນທະບູນ ເປັນ ຮອງເລຂາ ຄະນະພັກຮາກຖານ ຫ້ອງການ ແລະ ບໍລິຫານ. ພັນໂທ ສົມມິດ ເພັດລາຕີເປັນກຳມະການກວດກາ-ປ້ອງກັນ. ພັນໂທ ຄຳພີ ຫົງສາຄອນ ເປັນກຳມະການຈັດຕັ້ງ- ໂຄສະນາ. ພັນໂທ ວັນມາກ ພົມມະຫາໄຊ ເປັນກຳມະການ-ການຄັ້ງ ຄະນະພັກຮາກຖານຫ້ອງການ. ໂອກາດນີ້, ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ເລຂາຄະນະພັກຫົວໜ້າການທະຫານ ກອງພົນທີ 3 ໄດ້ເນັ້ນໜັກໃຫ້ຄະນະພັກຮາກຖານຊຸດໃໝ່ຕ້ອງເອົາໃຈໃສ່ໃນການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ເອົາໃຈໃສ່ໃນການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານສະມາຊິກພັກ ເພື່ອເຮັດໃຫ້ຄົງເຂດວຽກງານທີ່ກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບ ຫັນເອົາກຳລັງລົງກໍ່ສ້າງຮາກຖານຕາມ 4 ເນື້ອໃນ 4 ຄາດໝາຍ ທັງປະລິມານ ແລະ ຄຸນນະພາບ ໃຫ້ດີຂຶ້ນເທື່ອລະກ້າວ. ພາບ-ຂ່າວໂດຍ : ເທບພະກອນ ລັດຕະນະສັກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ