ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ກະຊວງປ້ອງກັນປະເທດ ແລະ ຄະນະກຳມະການກາແດງສາກົນປະຈຳລາວຮ່ວມກັນຈັດຕັ້ງກອງປະຊຸມສຳມະນາເຜີຍແຜ່ກົດໝາຍມະນຸດສະທຳສາກົນ
ເວລາອອກຂ່າວ: 2018-11-15 19:53:26 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 2890 | ຄວາມນິຍົມ:



ໃນລະຫວ່າງວັນທີ 14-15 ພະຈິກ 2018 ນີ້, ກະຊວງປ້ອງ ກັນປະເທດແຫ່ງ ສປປ ລາວ ແລະ ຄະນະກຳມະການກາແດງສາກົນ (ICRC) ໄດ້ຮ່ວມກັນຈັດຕັ້ງ ກອງປະຊຸມສຳມະນາ ເຜີຍແຜ່ກົດ ໝາຍມະນຸດສະທຳສາກົນ ສຳລັບ ນາຍທະຫານກອງທັບປະຊາຊົນ ລາວຄັ້ງທີ VI ຂຶ້ນທີ່ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງ ຈັນ ໂດຍພາຍໃຕ້ການເປັນປະ ທານຮ່ວມຂອງ ທ່ານ ພັນເອກ ຄຳແສນ ມະຫາວົງ ຮອງຫົວ ຫນ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ແລະ ທ່ານ Constantine Mortopoulos, ຜູ້ແທນດ້ານກຳ ລັງປະກອບອາວຸດປະຈຳພາກ ພື້ນຂອງຄະນະກຳມະການກາ ແດງສາກົນ, ມີພະນັກງານ, ນາຍທະຫານຈາກກົມກອງ ກ່ຽວຂ້ອງຂອງກະຊວງປ້ອງ ກັນປະເທດ, ກະຊວງການ ຕ່າງປະເທດ, ບັນດາກອງພົນ, ກອງບັນຊາການທະຫານແຂວງ ພາກກາງ ແລະ ພາກເໜືອ ແລະ ອົງການກາແດງລາວເຂົ້າຮ່ວມ ທັງໝົດ 32 ທ່ານ. ກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອເຜີຍແຜ່ຄວາມຮູ້ພື້ນ ຖານກ່ຽວກັບກົດໝາຍສາກົນໃຫ້ ແກ່ນາຍທະຫານກອງທັບປະຊາ ຊົນລາວ ໂດຍສະເພາະແມ່ນກົດ ( ອ່ານຕໍ່ໜ້າ 7 ) ໝາຍມະນຸດສະທຳສາກົນ ແລະ ບັນດາກົດໝາຍທີ່ບັງຄັບໃຊ້ໃນຂໍ້ ຂັດແຍ້ງທາງດ້ານກຳລັງປະ ກອບອາວຸດ. ບັນດາຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ກ່ຽວກັບບັນດາຫລັກ ການດ້ານມະນຸດສະທຳທີ່ກ່ຽວ ຂ້ອງກັບການປະຕິບັດງານທາງ ການທະຫານ ເປັນຕົ້ນແມ່ນການ ພິຈາລະນາດ້ານມາດຖານມະ ນຸດສະທຳ, ບັນດາຫລັກການໃນ ການວາງແຜນ, ການອອກຄຳ ສັ່ງ ແລະ ການຕັດສິນໃຈໃນເວ ລາປະຕິບັດວຽກງານ. ພ້ອມດຽວ ກັນນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດ ບາດ, ສິດ ແລະ ຫນ້າທີ່ ແລະ ການເຄື່ອນໄຫວຂອງຄະນະກຳ ມະການກາແດງສາກົນໃນການ ປະກອບສ່ວນສະໜັບສະໜູນກົດ ໝາຍມະນຸດສະທຳສາກົນ. ນອກຈາກຈະເປັນຜູ້ສະຫນັບ ສະຫນູນຫລັກໃນການຈັດຕັ້ງ ກອງປະຊຸມສຳມະນາເຜີຍແຜ່ກົດ ໝາຍມະນຸດສະທຳສາກົນ ຢູ່ ສປປ ລາວ ແລ້ວ, ຄະນະກຳມະການ ກາແດງສາກົນປະຈຳລາວຍັງໃຫ້ ການສະຫນັບສະຫນູນນາຍທະ ຫານກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມ ແລະ ເຝິກ ອົບຮົມກ່ຽວກັບກົດໝາຍມະນຸດ ສະທຳສາກົນ ໃນລະດັບພາກພື້ນ ແລະ ສາກົນອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ