ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການເມືອງທະຫານແຂວງ ອວຍພອນຫ້ອງການເມືອງ ປກສ ແຂວງຫຼວງພະບາງ
ເວລາອອກຂ່າວ: 2019-04-09 11:11:36 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ວັນທີ 3 ເມສາ 2019 ນີ້, ສະຫາຍ ພັນໂທ ຫຸມແພງຄໍາ ເມືອງຄູນ ຮອງຫົວຫນ້າຫ້ອງ ການເມືອງທະຫານແຂວງຫຼວງ ພະບາງ ພ້ອມດ້ວຍຄະນະໄດ້ນໍາ ເອົາກະຕ່າຂອງຂວັນເຂົ້າອວຍ ພອນຄະນະຫ້ອງການເມືອງກອງ ບັນຊາການປ້ອງກັນຄວາມສະ ຫງົບແຂວງຫຼວງພະບາງ ເນື່ອງ ໃນໂອກາດວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບຄົບຮອບ 58 ປີ (5 ເມສາ 1961 - 5 ເມສາ 2019) ໂດຍໄດ້ຮັບການຕ້ອນ ຮັບຈາກ ສະຫາຍ ພັນໂທ ອອນ ຈັນ ວິໄລຈິດ ຄະນະພັກກອງບັນ ຊາການ, ຫົວໜ້າຫ້ອງການ ເມືອງປ້ອງກັນຄວາມສະຫງົບ ແຂວງພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພັນໂທ ຫຸມແພງ ຄໍາເມືອງຄູນ ໄດ້ຕາງ ໜ້າຄະນະຂຶ້ນກ່າວມອບກະຕ່າ ຂອງຂວັນ, ພ້ອມທັງກ່າວຄໍາ ອວຍພອນມາຍັງຄະນະພັກ-ຄະ ນະບັນຊາ, ຕະຫຼອດເຖິງພະນັກ ງານ-ນັກຮົບຫ້ອງການເມືອງ ກໍາລັງປ້ອງກັນຄວາມສະຫງົບ ແຂວງຈົ່ງມີສຸຂະພາບເຂັ້ມແຂງ, ຫ້າວຫັນ, ມີຄວາມສຸກກາຍສະ ບາຍໃຈ, ສືບຕໍ່ປະຕິບັດໜ້າທີ່ ອັນມີກຽດໃຫ້ມີຜົນສໍາເລັດອັນ ຈົບງາມ. ສະຫາຍຍັງໄດ້ກ່າວ ວ່າ: ສໍາລັບຫ້ອງການເມືອງທະ ຫານແຂວງພວກເຮົາໃນໄລຍະ ຜ່ານມາແມ່ນໄດ້ຈັດຕັ້ງເຄື່ອນ ໄຫວສ້າງຜົນງານຂໍ່ານັບຮັບ ຕ້ອນວັນປະຫວັດສາດທີ່ສໍາຄັນ ຂອງຊາດ, ຂອງພັກ ແລະ ຂອງ ກອງທັບ ເຊິ່ງໄດ້ມີຫຼາຍວຽກ ງານທີ່ມີຜົນສໍາເລັດ ໂດຍສະ ເພາະແມ່ນໄດ້ຈັດຕັ້ງສະຫຼຸບຖອດ ຖອນບົດຮຽນການສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບ ຄົບ ຮອບ 70 ປີ, ສະຫຼຸບການນໍາພາ ຂອງພັກປະຈໍາ 6 ເດືອນທ້າຍປີ 2018, ຈັດຕັ້ງເຊື່ອມຊຶມມະຕິ 7 ສະໄໝທີ X ຂອງສູນກາງພັກ, ມະຕິ 10 ສະໄໝທີ VII ຂອງ ອົງຄະນະພັກແຂວງ ແລະ ປັດ ຈຸບັນພວມຢູ່ໃນການຫ້າງຫາ ກະກຽມດໍາເນີນກອງປະຊຸມ ໃຫຍ່ຂອງພັກ 3 ຂັ້ນ, ຢູ່ໃນບັນດາ ອົງການ, ກົມກອງ ແລະ ພວມ ສຸມໃສ່ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກຢ່າງ ເປັນຂະບວນຟົດຟື້ນ ແລະ ກວ້າງ ຂວາງ. ການເຂົ້າອວຍພອນໃນຄັ້ງ ນີ້ກໍເພື່ອເປັນການຮັດແໜ້ນຄວາມ ສາມັກຄີລະຫວ່າງກົມກອງຫ້ອງ ການເມືອງທະຫານແຂວງກັບ ຫ້ອງການເມືອງປ້ອງກັນຄວາມ ສະຫງົບແຂວງຫຼວງພະບາງໃຫ້ ນັບມື້ແໜ້ນ ແຟ້ນຍິ່ງຂຶ້ນ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ