ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສູນ 35 ສະຫຼຸບຖອດຖອນບົດຮຽນວຽກງານການກໍ່ສ້າງກອງ 3 ປອດ
ເວລາອອກຂ່າວ: 2019-04-11 09:46:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ໃນວັນທີ 29 ມີນາ 2019 ນີ້, ສູນ 35 ທີ່ຂຶ້ນກັບກົມ 213 ກະຊວງປ້ອງກັນປະເທດ ໄດ້ຈັດ ກອງປະຊຸມສະຫຼຸບຖອດຖອນບົດ ຮຽນວຽກງານການສ້າງກອງ 3 ປອດ ປະຈຳປີ 2018 ແລະ ວາງ ທິດທາງປີ 2019 ຂຶ້ນຢູ່ທີ່ສະໂມ ສອນກົມກອງຂອງຕົນ ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ທອງພັນ ຊິງວົງໄຊ ຮອງເລຂາຄະນະພັກອົງການ, ຮອງຫົວໜ້າກົມ 213 ກະຊວງ ປ້ອງກັນປະເທດ, ມີຄະນະພັກ- ຄະນະບັນຊາ, ພະແນກປ້ອງກັນ ພາຍໃນກົມ 213, ພະນັກງານ-ນັກຮົບທົ່ວສູນ 35 ເຂົ້າຮ່ວມ. ສະຫາຍ ພັນໂທ ວັນໄຊ ແກ້ວ ມະນີ ຄະນະພັກຮາກຖານ, ຮອງ ຫົວໜ້າການເມືອງສູນ 35 ໄດ້ຂຶ້ນ ຜ່ານບົດສະຫຼຸບຖອດຖອນບົດ ຮຽນວຽກງານການກໍ່ສ້າງກອງ 3 ປອດ ປະຈຳປີ 2018 ແລະ ວາງ ທິດທາງແຜນການໃນຊຸມປີຕໍ່ ໜ້າ, ເຊິ່ງໃນໄລຍະທີ່ຜ່ານມາຄະ ນະພັກ-ຄະນະບັນຊາພວກເຮົາໄດ້ ເອົາໃຈໃສ່ສຶກສາອົບຮົມການ ເມືອງ, ນຳພາແນວຄິດເປັນສຳ ຄັນໄດ້ສອດຫ້ອຍເຂົ້າໃນທຸກຂົງ ເຂດວຽກງານຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອເຮັດໃຫ້ພະ ນັກງານ-ນັກຮົບທຸກສະຫາຍເຂົ້າ ໃຈແຈ້ງຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ, ຂໍ້ກຳນົດກົດລະ ບຽບຂອງກອງທັບວາງອອກ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງ ປ້ອງກັນປະເທດວາງອອກ ເຮັດ ໃຫ້ສະພາບພາຍໃນກົມກອງມີ ຄວາມສະຫງົບປອດໄພໄດ້ 100% ແລະ ຕ້ານສະກັດກັ້ນປາ ກົດການຫຍໍ້ທໍ້ຕ່າງໆທີ່ອາດຈະ ເກີດຂຶ້ນຢູ່ພາຍໃນກົມກອງໃຫ້ທັນ ເວລາ. ເຊິ່ງໃນນີ້ຢູ່ພາຍໃນກົມ ກອງມີ 1 ຄະນະພັກຮາກຖານ, ມີ 5 ໜ່ວຍພັກຂຶ້ນກັບ, ຜ່ານ ການຈັດຕັ້ງປະຕິບັດໃນການກໍ່ ສ້າງກອງ 3 ປອດ ຕາມ 5 ມາດ ຖານຄື: ໃນນີ້ມາດຖານທີ 1 ໃນການສຶກສາອົບຮົມການເມືອງ, ນຳພາແນວຄິດປະຕິບັດໄດ້ 97,8%, ມາດຖານທີ 2 ດ້ານ ຄວາມສາມັກຄີເຮັດວຽກເປັນໝູ່ ຄະນະກຳໄດ້ສະພາບນະໂຍບາຍ ຂອງພັກ-ລັດ ຂໍ້ກຳນົດກົດລະບຽບ ຂອງກອງທັບສະເລ່ຍໄດ້ 97,5%, ມາດຖານທີ 3 ຮັກສາ ໄດ້ຄວາມລັບຂອງກອງທັບບໍ່ ໃຫ້ຮົ່ວໄຫຼຕົກເຮ່ຍເສຍຫາຍເຖິງ ກຸ່ມຄົນບໍ່ດີປະຕິບັດໄດ້ 99%, ມາດຖານທີ 4 ໃນການກຳສະ ພາບການເມືອງໃນກົມກອງ, ຄຸ້ມ ຄອງຕ້ານ ແລະ ສະກັດກັ້ນປາ ກົດການຫຍໍ້ທໍ້ຕ່າງໆພາຍໃນກົມ ກອງໄດ້ 98,1% ແລະ ມາດຖານ ທີ 5 ຮັບປະກັນໄດ້ຄວາມປອດໄພ ຊີວິດ ແລະ ຊັບສິນເຄື່ອງຂອງ ສ່ວນລວມຂອງກົມກອງປະຕິບັດ ໄດ້ 100%. ສະນັ້ນຈຶ່ງສາມາດຕີລາຄາໄດ້ວ່າກົມກອງໃນການປັບປຸງກໍ່ສ້າງກອງ 3 ປອດ ປອດໃສ, ປອດໄພ, ປອດຄະດີ ຕາມ 5 ຫຼັກ ການ ໃນຄັ້ງນີ້ປະຕິບັດໄດ້ 98,48%. ພ້ອມດຽວກັນນີ້ ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງ ຂອງຄະນະພັກອົງການກົມ 213 ວ່າດ້ວຍການສ້າງກອງ 3 ປອດ ປະຈຳປີ 2018-2019 ພ້ອມທັງ ມອບໃບຢັ້ງຢືນກອງ 3 ປອດ ປອດໃສ ປອດໄພ ປອດຄະດີ ປະ ເພດ 1 ປະຈຳປີ 2018 ຈຳນວນ 5 ໃບ ຈາກກົມ 213 ຢ່າງສົມ ກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ