ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ສະຫາຍ ທອງລຸນ ສີສຸລິດ ຢ້ຽມຢາມໂຄງການພັດທະນາກຸ່ມບ້ານຄັງວຽງ ເມືອງໝອດແຂວງຊຽງຂວາງ
ເວລາອອກຂ່າວ: 2023-11-16 15:25:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2641 | ຄວາມນິຍົມ:



ໃນວັນທີ 14 ພະຈິກ 2023 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສາທາລະລັດ ປະຊາທິປະໄຕປະຊາຊົນລາວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫ້ອງການຈຸດສຸມກຸ່ມບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ ທີ່ສະໂມສອນກອງພັນໃຫຍ່ 584 ໂດຍມີລັດຖະມົນຕີ, ຮອງລັດຖະມົນຕີ, ການນໍາແຂວງຊຽງຂວາງ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 584, ອໍານາດການປົກຄອງເມືອງ, ນາຍທະຫານ, ນາຍຕໍາຫຼວດ ແລະ ອໍານາດການປົກຄອງບ້ານເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ໄດ້ລາຍງານການເຄື່ອນໄຫວໂດຍຫຍໍ້ຂອງໂຄງການພັດທະນາກຸ່ມບ້ານຄັງວຽງເມືອງໜອກ ແຂວງຊຽງຂວາງ ໂດຍປະຕິ ບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ, ສະເພາະຮັບປະກັນເຮັດໃຫ້ບໍລິເວນນີ້ມີຄວາມສະຫງົບໂດຍພື້ນຖານ ເອົາໃຈໃສ່ສຶກສາອົບຮົບໃຫ້ປະຊາຊົນບັນດາເຜົ່າໃນທົ່ວກຸ່ມບ້ານມີຄວາມຮັບຮູ້, ເຂົ້າ ໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ກົດໝາຍຂອງລັດຫຼາຍຂຶ້ນ, ມີຄວາມຕື່ນຕົວເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ, ປະຈຸບັນ ກຸ່ມບ້ານຄັງວຽງ ປະກອບມີ 7 ບ້ານຄື: ບ້ານຄັງວຽງ, ບ້ານນໍ້າເຢັນ, ບ້ານນາເມືອງ, ບ້ານຖໍ້າສ້ອຍ, ບ້ານທົ່ງເປີ, ບ້ານນໍ້າຕາກ ແລະ ບ້ານຈະເລີນໃໝ່ ມີປະຊາກອນທັງໝົດ 7.178 ຄົນ, ເພດຍິງ 3.374 ຄົນ, ມີ 1.199 ຄອບຄົວ, ມີເນື້ອທີ່ທັງໝົດ 45.789.12 ເຮັກຕາ, ເນື້ອທີ່ໄຮ່ໝູນວຽນ 380 ແຮັກຕາ ເນື້ອທີ່ປູກຫຍ້າ 227 ເຮັກຕາ, ມີຄວາຍ 672 ໂຕ, ງົວ 1.469 ໂຕ, ມ້າ 28 ໂຕ, ໝູ 1035 ໂຕ, ແບ້ 651 ໂຕ, ສັດປີກ 5.820 ໂຕ, ສະເລ່ຍລາຍຮັບຕໍ່ຫົວຄົນ 2.256.000/ຄົນ/ປີ ແລະ ໄດ້ສ້າງສູນຜະລິດກະສິກຳ 3 ແຫ່ງ ຄື: ສູນຜະລິດທົ່ງເປີ, ສູນຜະລິດນໍ້າທົ່ງ ແລະ ສູນຜະລິດຫ້ວຍຫົກ ປະຈຸບັນຢູ່ໃນໄລຍະຂອງການທົດລອງປູກຕົ້ນໄມ້ໃຫ້ໝາກເຂດໜາວເຊັ່ນ: ສວນໝາກແອັບເປີ້ນ, ໝາກຄາຍ, ໝາກກ້ຽງ, ໝາກອາງຸ່ນ, ກາເຟ, ສາລີ ຈຳນວນ 2 ເຮັກຕາ, ປູກຫຍ້າເນເປຍ 15 ເຮັກຕາ, ຫຍ້າລູຊີ 6 ເຮັກຕາ, ໄດ້ລ້ຽງງົວຢູ່ສູນຜະລິດນໍ້າທົ່ງ ຈຳນວນ 24 ໂຕ ໃນປີ 2015 ປະຈຸບັນ ເພີ່ມຂຶ້ນ 73 ໂຕ ແລະ ພ້ອມດຽວກັນນັ້ນກໍ່ໄດ້ສຶບຕໍ່ລຶບລ້າງຄວາມທຸກຍາກ ໄດ້ສຶກສາອົບຮົມ ຄອບຄົວທຸກຍາກເປັນເຈົ້າການແກ້ໄຂຊີວິດການເປັນຢູ່ດ້ວຍຕົນເອງ, ພ້ອມກັນນັ້ນກໍ່ໄດ້ຊ່ວຍເຫຼືອທາງດ້ານເຕັກນິກ ແລະ ຊ່ວຍເຫຼືອທາງດ້ານວັດຖຸຈໍານວນໜຶ່ງ ແລະ ປັບປຸງກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນແມ່ນ: ໂຮງຮຽນ, ໂຮງໝໍ, ໄຟຟ້າ, ນໍ້າມະປາ ແລະ ເສັນທາງຄົມມະນາຄົມ. ສະຫາຍ ທອງລຸນ ສີສຸລິດ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ແຜນພັດທະນາກຸ່ມບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງໃນໄລຍະຜ່ານມາ ເຊີ່ງເຮັດໃຫ້ປະຊາຊົນບັນດາເຜົ່າໃນທົ່ວກຸ່ມບ້ານມີຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງລັດຫຼາຍຂຶ້ນ, ມີຄວາມຕື່ນຕົວເຂົ້າໃນການພັດທະນາໂດຍນໍາໃຊ້ທ່າແຮງຂອງທ້ອງຖິ່ນໃຫ້ເກີດຜົນປະໂຫຍດສູງສຸດ ໂດຍສະເພາະແມ່ນສົ່ງເສີມປະຊາຊົນ ເພີ່ມພູນຜະລິດຜົນໃຫ້ເປັນຂະບວນການກວ້າງ ຂວາງ ແລະ ເປັນສິນຄ້າ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າ, ການໄປໃຊ້ແຮງງານຢູ່ຕ່າງປະເທດ ແລະ ປັບປຸງຊິວິດການເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ນັນດີຂຶ້ນ, ສຶບຕໍ່ຊ່ວເຫຼືອປະຊາຊົນບັນດາເຜົ່າໃນຫຼາຍດ້ານເປັນຕົ້ນແມ່ນອາຫານການກິນ, ນໍໍ້າດື່ມ, ຢາປົວພະຍາດ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ນັບມື້ຮັ່ງມີຂຶ້ນ. ໃນໂອກາດດຽວກັນນີ້ ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ມອບເຄື່ອງກິລາ ແລະ ເຄື່ອງນຸ່ງຫົ່ມໃຫ້ກອງພັນໃຫຍ່ 584 ຈໍານວນໜຶ່ງຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ