
ຫົວໜ້າກົມທະຫານຊາຍແດນລົງເຄື່ອນໄຫວເຮັດວຽກຢູ່ກອງຮ້ອຍທະຫານຊາຍແດນ 4 ເມືອງເໜືອ ແຂວງໄຊຍະບູລີ
ເວລາອອກຂ່າວ: 2023-11-16 15:51:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5632 | ຄວາມນິຍົມ:
ໃນຕົ້ນເດືອນພະຈິກ 2023 ນີ້, ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ພ້ອມຄະນະໄດ້ລົງເຄື່ອນໄຫວກວດກາຊຸກຍູ້, ປັບປຸງລະບຽບແບບແຜນ ແລະ ວຽກງານວິຊາສະເພາະຂອງກຳລັງທະຫານຊາຍແດນທີ່ປະຈຳຢູ່ 4 ເມືອງເໜືອ ແຂວງໄຊຍະບູລີ ໂດຍແມ່ນກອງຮ້ອຍທະຫານຊາຍແດນ 151 ເປັນເຈົ້າພາບຈັກກອງປະຊຸມ ມີຄະນະພັກ-ຄະນະບັນຊາ ພະນັກງານຫຼັກແຫຼ່ງ 4 ກົມກອງເຂົ້າຮ່ວມ.
ໃນກອງປະຊຸມບັນດາສະຫາຍຄະນະພັກ-ຄະນະບັນຊາ 4 ກົມກອງຄື: ກອງຮ້ອຍທະຫານຊາຍແດນ 151, ກອງຮ້ອຍທະຫານຊາຍແດນ 152, ກອງຮ້ອຍທະຫານຊາຍແດນ 150 ແລະ ກອງຮ້ອຍທະຫານຊາຍແດນ 153 ກໍໄດ້ຜັດປ່ຽນກັນຂຶ້ນລາຍງານຫຍໍ້ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງກຳລັງທະຫານຊາຍແດນ ໂດຍສະເພາະການເຄື່ອນໄຫວກວດກາເສັ້ນຊາຍແດນ ເພື່ອຕິດຕາມກວດກາການເຄື່ອນໄຫວຂອງກຸ່ມຄົນທີ່ເຄື່ອນໄຫວຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ ຕາມຊາຍແດນ, ການຄຸ້ມຄອງປ້ອງກັນຊາຍແດນຕາມຄວາມຮັບຜິດ ຊອບທັງ 4 ກົມກອງ, ການປັບປຸງລະບຽບແບບແຜນໃຫ້ມີຄວາມເຂັ້ມແຂງຂອງກົມກອງໃນໄລຍະ 1 ປີຜ່ານມາ, ພ້ອມທັງມີຄຳຊັກຖາມເຈາະຈີ້ມບາງບັນຫາທີ່ສຳຄັນ ກ່ຽວກັບວຽກງານການຄຸ້ມຄອງປ້ອງກັນຊາຍແດນທັງ 4 ກົມກອງ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ໄດ້ມີຄຳເຫັນໂອ້ລົມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດດ້ານຕ່າງໆທີ່ຄະນະພັກ-ຄະນະບັນຊາ ພະນັກງານ-ນັກຮົບ 4 ກອງຮ້ອຍທະຫານຊາຍແດນທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ, ພ້ອມທັງເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບການປັບປຸງກໍສ້າງກຳລັງທະ ຫານຊາຍແດນ ແຂວງໄຊຍະບູລີໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ, ຍົກສູງປະສິດທິພາບໃນການອົບຮົມ-ຫັດແອບວິຊາສະເພາະຂອງເຫຼົ່າຮົບທະຫານຊາຍແດນ ໃຫ້ມີຄວາມຊຳນິຊຳນານຄ່ອງແຄ້ວໃນການປະຕິບັດໜ້າທີ່ວຽກງານ, ເອົາໃຈໃສ່ປັບປຸງແກ້ໄຂຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບໃຫ້ດີຂຶ້ນເທື່ອລະກ້າວ.
ຂໍ້ມູນ ພັຕ ທອງເສັດ ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ