ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ເຊັນສັນຍາການຈັດຊື້-ຈັດຈ້າງ ນໍ້າມັນເຊື້ອໄຟ ຮັບໃຊ້ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ເວລາອອກຂ່າວ: 2023-11-16 15:52:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6817 | ຄວາມນິຍົມ:



ວັນທີ 15 ພະຈິກ 2023 ນີ້, ພິທີຊັນສັນຍາການຈັດຊື້-ຈັດຈ້າງ ນໍ້າມັນເຊື້ອໄຟ ເພື່ອຮັບໃຊ້ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ລະຫວ່າງ ກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ ກັບ 2 ບໍລິສັດຄື: ບໍລິສັດລັດວິສະຫະກິດນໍ້າເຊື້ອໄຟວຽງຈັນ ແລະ ບໍລິສັດ ເອັນທີພີ ການຄ້ານໍ້າມັັນເຊື້ອໄຟມະຫາຊົນ ຂື້ນ, ຢູ່ທີ່ຫ້ອງຮັບແຂກຂອງກົມໃຫຍ່ພະລາທິການ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມວຽກງານຈັດຊື້-ຈັດຈ້າງ ຂອງກົມໃຫຍ່ພະລາທິການ, ມີສະຫາຍພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ຫົວໜ້າກົມນໍ້າມັນເຊື້ອໄຟກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ບຸນທົງ ກອງເທດມະນີ ຫົວໜ້າອໍານວຍການ ບໍລິສັດລັດວິສະຫະກິດນໍ້າມັນເຊື້ອໄຟວຽງຈັນ, ສະຫາຍ ເຫຼື່ອມ ຍົງວົງສິດທິ ຮອງຫົວໜ້າອໍານວຍການ ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟມະຫາຊົນ, ບັນດາອະນຸກໍາມະການ, ຄະນະຈັດຊື້-ຈັດຈ້າງ ແລະ ພະນັກງານ, ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຈັດສັນງົບປະມານສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ, ວັນທີ 20 ມັງກອນ 1949-20 ມັງກອນ 2024, ອີງຕາມການແຈ້ງຕົວເລກງົບປະມານຂອງກົມໃຫຍ່ພະລາທິການກອງທັບ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ຊື້-ຂາຍ ນໍ້າມັນເຊື້ອໄຟ ຮ່ວມກັນພາຍໃຕ້ບັນດາຂໍ້ກຳນົດ ແລະ ເງື່ອນໄຂຕ່າງໆ ຕາມສັນຍາ ແລະ ມອບສິດໃຫ້ບໍລິສັດລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ຈັດຊື້ຊະນິດນໍ້າມັນເຊື້ອໄຟ ເຊັ່ນ, ນໍ້າມັນຫຼໍ່ລື່ນພິເສດ ຈຳນວນ 6.000 ລິດ ແລະ ນໍ້າມັນກະຊວນ ຈໍານວນ 452.443 ລິດ, ເຊິ່ງລວມເປັນມູນຄ່າທັງໝົດ: 9.000.000.000 ກີບ ແລະ ບໍລີສັດ ເອັນທີພີ ການຄ້ານໍ້າມັັນເຊື້ອໄຟມະຫາຊົນ ຈັດຊື້ປະເພດຊະນິດນໍ້າມັນເຊື້ອໄຟ ກະຊວນ ຈໍານວນທັງໝົດ: 482.567 ລິດ, ເຊິ່ງລວມເປັນມູນຄ່າເງິນທັງໝົດ: 9.999.999.170 ກີບ, ຈາກນັ້ນ ທັງສອງຝ່າຍກໍໄດ້ເຊັນບົດບັນທຶກສັນຍາຮ່ວມກັນ ວ່າດ້ວຍການຈັດຊື້-ຈັດຈ້າງ ນໍ້າມັນເຊື້ອໄຟ ເພື່ອຮັບໃຊ້ກອງທັບ, ຝ່າຍກົມນໍ້າມັນເຊື້ອໄຟ ໂດຍແມ່ນ ສະຫາຍພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ຫົວໜ້າກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບ, ຝ່າຍບໍລິສັດລັດວິສະຫະກິດນໍ້າມັນເຊື້ອໄຟວຽງຈັນ ໂດຍ ສະຫາຍພັນເອກ ບຸນທົງ ກອງເທດມະນີ ຫົວໜ້າອໍານວຍການ ບໍລິສັດລັດວິສະຫະກິດນໍ້າມັນເຊື້ອໄຟວຽງຈັນ ແລະ ຝ່າຍບໍລິສັດ ເອັັນທີພີ ການຄ້ານໍ້າມັນເຊື້ອໄພມະຫາຊົນ ໂດຍແມ່ນ ສະຫາຍ ເຫຼື່ອມ ຍົງວົງສິດທິ ຮອງຫົວໜ້າອໍານວຍການ ບໍລິສັດເອັນທີພີ ການຄ້ານໍ້າມັນເຊື້ອໄຟມະຫາຊົນ. ໂອກາດນີ້, ສະຫາຍພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ ໂອ້ລົມໂດຍໄດ້ເນັ້ນໜັກໃຫ້ທັງສອງຝ່າຍໃນການເຊັນສັນຍາຮ່ວມກັນໃນຄັ້ງນີ້, ຈົ່ງເອົາໃຈໃສ່ເປັນເຈົ້າການຍົກສູງຄວາມຮັບຜິດຊອບຂອງຕົນເອງເຂົ້າໃນໜ້າທີ່ວຽກງານວິຊາສະເພາະນໍ້າມັນເຊື້ອໄຟຂອງກອງທັບ ກໍ່ຄື ຂອດການຈັດຕັ້ງປະຕິບັດໃນການນໍາເຂົ້ານໍ້າມັນເຊື້ອໄຟແຕ່ລະຊະນິດທຸກຄັ້ງ, ຄະນະພັກ-ຄະນະບັນຊາທຸກຂັ້ນ ຫຼື ວິຊາການຜູ້ຮັບຜິດຊອບວຽກງານນໍ້າມັນເຊື້ອໄຟຕ້ອງໄດ້ເອົາໃຈໃສ່ຕິດຕາມ, ກວດກາຢ່າງເຂັ້ມງວດ, ໂດຍສະເພາະ, ການຮັບ ແລະ ເບີກຈ່າຍນໍ້າມັນຕ້ອງໄດ້ມີການປະສານສົບທົບກັບຂັ້ນເທິງ ເພື່ອສະຫຼຸບບັນຊີລາຍງານໃຫ້ເປັນປົກກະຕິ, ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂື້ນໃນສະພາບການໃໝ່, ພ້ອມທັງປະສານສົມທົບແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມລະບຽບກົດໝາຍ, ຕາມສັນຍາທີ່ລະບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ, ຖືກຕ້ອງ ທັນເວລາ ແລະ ຮັບປະກັນໄດ້ທັງປະລິມານ, ຄຸນນະພາບທີ່ດີ ຂອງຊະນິດນໍ້າມັນເຊື້ອໄຟແຕ່ລະຊະນິດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຂັ້ນເທິງ ກໍຄືປະກອບເຂົ້າໃນວຽກງານການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາລາວ ຄົບຮອບ 75 ປີ ທີ່ໃກ້ຈະມາເຖິງໃນໝໍ່ໆນີ້ໃຫ້ມີຜົນສໍາເລັດຢ່າງຈົບງາມ. ໂດຍ: ຄຳປະສົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ