ຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ບັນດາກົມໃຫຍ່ຈັດພິທີບາສີສູ່ຂັວນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ຈສ 1381, ພສ 2562
ເວລາອອກຂ່າວ: 2019-04-18 09:12:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1705 | ຄວາມນິຍົມ: ![]()
ຫ້ອງວ່າການກະຊວງປ້ອງ ກັນປະເທດຈັດພິທີບາສີສູ່ຂວັນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຈສ 1380, ພສ 2561 ແລະ ຕ້ອນ
ຮັບປີໃໝ່ ຈສ 1381, ພສ 2562 ໃນວັນທີ 12 ເມສາ 2019 ນີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງສະ ຫາຍພົນເອກ ຈັນສະໝອນ ຈັນ ຍາລາດ ກຳມະການກົມການ ເມືອງສູນກາງພັກ ລັດຖະມົນກະ ຊວງປ້ອງກັນປະເທດ ພ້ອມດ້ວຍ ພັນລະຍາຕະຫຼອດຮອດການນຳ ກະຊວງ, ພະນັກງານ-ນັກຮົບ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວສະຫາຍ ພົນຕີ ຄຳສີ ວົງຄຳຊາວ ຫົວໜ້າ ຫ້ອງວ່າການກະຊວງປ້ອງກັນ ປະເທດໄດ້ຕາງໜ້າໃຫ້ແກ່ພະ ນັກງານ-ນັກຮົບຂຶ້ນກ່າວຄຳ ອວຍພອນໄຊອັນປະເສດແດ່ ການນຳພັກ-ລັດ ກໍຄືການນຳກະ ຊວງປ້ອງກັນປະເທດຈົ່ງມີສຸຂະ ພາບແຂງແຮງ, ມີຄວາມຜາສຸກ ໃນຊີວິດສ່ວນຕົວ ແລະ ຄອບຄົວ ສືບຕໍ່ຊີ້ນຳ-ນຳພາປະເທດຊາດກໍ ຄືກະຊວງປ້ອງກັນປະເທດໃຫ້ມີ ຄວາມກ້າວໜ້າຂຶ້ນເລື້ອຍໆ.
ຈາກນັ້ນກໍໄດ້ມີພິທີບາສີສູ່ຂວັນ ຮັບພອນປີໃໝ່ຜູກຂໍ້ຕໍ່ແຂນ ແລະ
ຫົດສົງນໍ້າໃຫ້ພອນ ເຊິ່ງກັນ ແລະ
ກັນດ້ວຍບັນຍາກາດຟົດຟື້ນມ່ວນ
ຊື່ນຕາມຮີດຄອງປະເພນີລາວທີ່ ເຄີຍປະຕິບັດກັນມາແຕ່ບູຮານ ນະການ.
ໃນວັນດຽວກັນນີ້, ກົມໃຫຍ່ ການເມືອງກອງທັບ ແລະ ກົມ ໃຫຍ່ເສນາທິການກອງທັບກໍໄດ້ ຈັດພິທີບາສີສູ່ຂວັນເນື່ອງໃນໂອ ກາດສົ່ງທ້າຍປີເກົ່າ ຈສ 1380, ພສ 2561 ແລະ ຕ້ອນຮັບປີໃໝ່ ຈສ 1381, ພສ 2562, ໃນນັ້ນ ຢູ່ກົມໃຫຍ່ການເມືອງກອງທັບ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກຳ ມະການສູນກາງພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ ແລະ ຢູ່ກົມໃຫຍ່ເສນາ ທິການກອງທັບ ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພົນໂທ ສຸ
ວອນ ເລືອງບຸນມີ ກຳມະການ
ສູນກາງພັກ, ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດ, ຫົວ ໜ້າກົມໃຫຍ່ເສນາທິການກອງ ທັບພ້ອມດ້ວຍຄະນະກົມ, ພະນັກ
ງານ-ນັກຮົບໃນສອງກົມໃຫຍ່ດັ່ງ
ກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















