
ສ່ອງແສງວຽກຮອບດ້ານປະຈຳໄຕມາດ VI ປະຈໍາປີ2023
ເວລາອອກຂ່າວ: 2023-12-25 14:40:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1223 | ຄວາມນິຍົມ:
ໃນວັນທີ 22 ທັນວາ 2023 ນິ້ີ, ້ກອງພົນທີ 5 ໄດ້ສ່ອງແສງວຽກງານຮອບດ້ານປະຈຳໄຕມາດVI ປີ 2023 ຂື້ນທີ່ ກອງພັນເຄື່ອນທີ່ໄວ ກອງພົນທີ 5 ໂດຍການເປັນປະທານຂອງ ພົນຈັດຕະວາ ສີປະເສີດ ເຜີຍຄຳສີງ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 5 ມີຄະນະພັກ-ຄະນະບັນຊາຈາກອົງການ ກົມກອງ ພ້ອມພະແນກການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມແຕ່ລະກົມກອງໄດ້ຜັດປ່ຽນກັນຂຶ້ນລາຍງານ ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບຕາມຂອບເຂດກົມກອງຮັບຜິດຊອບ,ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີVຂອງອົງຄະນະພັກກະຊວງປ້ອງກັນປະເທດ ກໍ່ຄືການຈັດຕັ້ງຜັນຂະຫຍາຍເນື້ອໃນ 4 ໜ້າທີ່ໃຫຍ່ 26 ແຜນງານ ເຂົ້າໃນໜ້າທີ່ວຽກງານຂອງກົມກອງ ສ້າງໄດ້ເປັນຮູບປະທຳຕົວຈິງ ຕິດພັນກັບການສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ຢ່າງເປັນປົກກະຕິ, ໄປພ້ອມໆກັບການສ້າງຂະບວນການດ້ານຕ່າງເຊັ່ນ: ຂະບວນການສ້າງກອງວັດທະນະທຳ, ກອງປອດໃສ ເຂັ້ມແຂງ ໜັກແໜ້ນ , ກອງ3 ປອດຄື: ປອດໃສ ປອດໄພ ປອດຄະດີ, ຂະບວນການກິລາ ສີລະປະ-ວັນນະຄະດີ ຂະບວນການປັບປຸງກໍ່ສ້າງກົມກອງ ແລະ ຂະບວນການສ້າງເສດຖະກິດແກ້ໄຂຊີວິການເປັນຢູ່ໃຫ້ນັບມື້ດີຂື້ນເປັນກ້າວໆ ຈາກນັ້ນບັນດາກົມກອງ ກໍ່ຍັງໄດ້ລາຍງານວຽກຈຸດສຸມ ທີ່ຈະສືບຕໍ່ໃນຕໍ່ໜ້າຕື່ມອີກ.
ໂອກາດດັ່າງກ່າວ, ປະທານກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງທີ່ພ້ອມກັນເອົາໃຈໃສ່ເຮັດສໍາເລັດໜ້າທີ່ການເມືອງຂອງຕົນໃນໄລຍະຜ່ານມາ ຈາກນັ້ນສະຫາຍ ຍັງໄດ້ຊີ້ນຳໃຫ້ບັນດາອົງການສຸມໃສ່ ການສ້າງຜົນງານສ້າງຂະບວນການດ້ານຕ່າງໆ ເພື່ອຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ໃຫ້ມີບັນຍາກາດ ເບີກບານມ່ວນຊື່ນຟົດຟື້ນປະຕິວັດ ແລະ ມີຄວາມໜາຍ ຄວາມສຳຄັນ ເລິກເຊິ່ງ ຮັກສາໄດ້ຄວາມສະຫງົບປອດໄພໂດຍພື້ນຖານ ຈາກນັ້ນສະຫາຍ ຍັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ຈົ່ງເປັນເຈົ້າການເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານນຳພາ ບັນຊາ ແຕ່ລະຂັ້ນ ໃຫ້ເປັນປົກກະຕິ ຍົກສູງພາລະບົດລາດ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງ ເອົາໃຈໃສ່ປຸກລະດົມຊຸກຍູ້ພະນັກງານ-ນັກຮົບ ປະກອບສວ່ນຢ່າງຕັ້ງໜ້າ ເຂົ້າໃນຂະບວນການດ້ານຕ່າງໆຂອງກົມກອງ ເອົາໃຈໃສ່ຕໍ່ຕ້ານ ປະກົດການຫຍໍ້ທໍ້ຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ໆພັກ-ລັດມອບໜາຍໃຫ້.
ພາບຂ່າວ:ແສງອາທິດ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ