ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ບັນດາຫົວໜ່ວຍບໍລິສັດ ໄດ້ນໍາເອົາອຸປະກອນເຄື່ອງໃຊ້ມອບໃຫ້ ຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2023-12-25 15:07:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1541 | ຄວາມນິຍົມ:



ວັນທີ 22 ທັນວາ 2023 ນີ້, ບໍລິສັດ ເບສ ເທເລຄອມ ຈໍາກັດ ແລະ ບໍລິສັດ ສະຕາໂທລະຄົມ ຈໍາກັດ ໄດ້ນໍາເອົາເຄື່ອງອຸປະກອນຮັບໃຊ້ຫ້ອງການ ມາອຸປະຖໍາມອບໃຫ້ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ເຊິ່ງ ບໍລິສັດ ເບສເທເລຄອມ ຈໍາກັດ ຕ່າງໜ້າກ່າວມອບໂດຍ ສະຫາຍ ພົນຈັດຕະວາ ຄໍາຄິດ ໄຊສົງຄາມ ປະທານບໍລິສັດ ເບສ ເທເລຄອມ ຈໍາກັດ ໄດ້ປະກອບສ່ວນວັດຖຸປັດໃຈໃນການບູລະນະສ້ອມແປງຫ້ອງການ ຫ້ອງການເມືອງ ກົມໃຫຍ່ເສນາທິການ ລວມເປັນມູນຄ່າ: 36.000.000 ກີບ ແລະ ບໍລິສັດ ສະຕາໂທລະຄົມ ຈໍາກັດ ຕ່າງໜ້າກ່າວມອບໂດຍ ສະຫາຍ ພົນຈັດຕະວາ ບີມົວ ໄພດາເຍ່ຍຈາ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ຈໍາກັດ ໄດ້ປະກອບສ່ວນອຸປະຖໍາມອບເຄື່ອງ ຄອມພິວເຕີ ຈໍານວນ 3 ຊຸດ ເຊິ່ງລວມເປັນມູນຄ່າ 30.000.000 ກີບ, ແລະ ໃຫ້ກຽດກ່າວຮັບໂດຍ ສະຫາຍ ພັນເອກ ຈັນທາ ບຸນນະວົງ ຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍພາກສ່ວນທີ່ກຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ການມອບເຄື່ອງອຸປະກອນຮັບໃຊ້ຫ້ອງການໃນຄັ້ງນີ້ ກໍ່ເພື່ອເປັນການຊຸກຍູ້ປະກອບສ່ວນເຂົ້າໃນວຽກງານດ້ານຕ່າງໆຂອງຫ້ອງການເມືອງ ກົມໃຫຍ່ເສນາທິການ. ໂອກາດດັ່ງກ່າວ, ສະຫາຍ ພັນເອກ ຈັນທາ ບຸນນະວົງ ກໍໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງທັງ 2 ຫົວໜ່ວຍບໍລິສັດ ທີ່ໄດ້ນໍາເອົາວັດຖຸ ອຸປະກອນເຄື່ອງພິວເຕີ ມາມອບອຸປະຖໍາໃຫ້ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນ ແລະ ກໍ່ເປັນການສືບຕໍ່ປະກອບສ່ວນ ພັດທະນາ, ປັບປຸງພື້ນຖານໂຄງລ່າງ ຂອງຫ້ອງການເມືອງ ກົມໃຫຍ່ເສນາທິການ ໃຫ້ມີຄວາມກ້າວໜ້າທັນສະໄໝ ພ້ອມທັງໄດ້ມອບໃບກຽດຕິຄຸນ ແລະ ອວຍພອນໃຫ້ທັງ 2 ບໍລິສັດ ຈົ່ງປະສົບຜົນສໍາເລັດຕໍ່ໜ້າທີ່ການງານ ດໍາເນີນທຸລະກິດດ້ວຍຄວາມຈະເລີນກ້າວໜ້າຍິງໆຂຶຶ້ນໄປ. ໂດຍ: ພຸດທະວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ