ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 23 ພຶດສະພາ 2025

  

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ປິດການແຂ່ງຂັນກິລາສະໝັກຫຼິ້ນ ປະຈຳປີ 2023
ເວລາອອກຂ່າວ: 2023-12-25 15:12:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2444 | ຄວາມນິຍົມ:



ປິດການແຂ່ງຂັນກິລາສະໝັກຫຼິ້ນທົ່ວ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເພື່ອສ້າງຂະບວນການຂຳ່ນັບຮັບຕ້ອນຫຼາຍໆວັນທີ່ສຳຄັນຂອງຊາດ, ຂອງກອງທັບ ໂດຍສະເພາະກໍ່ແມ່ນ: ວັນຊາດທີ 2 ທັນວາ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ( 13 ທັນວາ 1920-13 ທັນວາ 2023) ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1947-20 ມັງກອນ 2024) ພິທີໄດ້ຈັດຂຶ້ນໃນວັນທີ 21 ທັນວາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມ-ກໍ່ສາ້ງ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ ຕະຫຼອດຮອດນັກກິລາເຂົ້າຮ່ວມ. ສະຫາຍ ພັນໂທ ເທວາດ ວົງວິໄລ ຮອງຫົວໜ້າຫ້ອງການ ວປກ, ໄດ້ຂຶ້ນຜ່ານບົດສະຫຼຸບເຊິ່ງໄດ້ຍົກໃຫ້ເຫັນບັນຍາກາດ ແລະ ຜົນຂອງການແຂ່ງຂັນທີ່ໄດ້ດຳເນີນມາແຕ່ວັນທີ 10 ຕຸລາ 2023 ລວມວັນແຂ່ງຂັນທັງໝົດ 75 ວັນ, ການແຂ່ງຂັນໄດ້ແບ່ງອອກເປັນ 2 ປະເພດ 2 ລາຍການຄື: ກິລາບານສົ່ງຊາຍມີ: 14 .ທີມ, ກິລາບານສົ່ງຍິງມີ: 09 ທີມ, ກິລາເຕະບານຊາຍ ມີ: 14 ທີມ ແລະ ກິລາເຕະບານຍິງ ມີ: 07 ທີມ. ສຳລັບຜົນການແຂ່ງຂັນປະເພດບານສົ່ງຊາຍ ທີ 1 ໄດ້ແກ່ ທີມນັກສຶກສາພາສາຕ່າງປະເທດ, ໄດ້ຮັບຂັນລາງວັນ, ພ້ອມເງີນສົດ ຈຳນວນ: 500.000 ກີບ, ທີ 2 ທີມນັກສຶກສາລະບົບກໍ່ສ້າງ, ໄດ້ຮັບເງີນສົດ ຈຳນວນ: 300.000 ກີບ ແລະ ທີ 3 ທີມນັກສຶກສາລະບົບບຳລຸງ, ໄດ້ຮັບເງີນສົດ ຈຳນວນ: 200.000 ກີບ. ປະເພດບານສົ່ງຍິງ: ທີ 1 ໄດ້ແກ່ ທີມບານສົ່ງປະສົມລະບົບກໍ່ສ້າງ-ລະບົບບຳລຸງ-ໝວດຜະລິດ, ໄດ້ຮັບຂັນລາງວັນ, ພ້ອມເງີນສົດ ຈຳນວນ: 500.000 ກີບ, ທີ 2 ທີມຫ້ອງການ ວປກ, ໄດ້ຮັບເງີນສົດ ຈຳນວນ: 300.000 ກີບ ແລະ ທີ 3 ທີມກົມຄວ້າຄົ້ວວິທະຍາສາດການທະຫານ-ການເມືອງ, ໄດ້ຮັບເງີນສົດ ຈຳນວນ: 200.000 ກີບ. ປະເພດບານເຕະຊາຍ ທີ 1 ໄດ້ແກ່ ທີມນັກສຶກສາພາສາຕ່າງປະເທດ ໄດ້ຮັບຂັນລາງວັນ, ພ້ອມດ້ວຍເງີນສົດ ຈຳນວນ: 500.000 ກີບ, ທີ 2 ທີມນັກສຶກສາລະບົບກໍ່ສ້າງ, ໄດ້ຮັບເງີນສົດ ຈຳນວນ: 300.000 ກີບ ແລະ ທີ 3 ທີມຫ້ອງການ ວປກ, ໄດ້ຮັບເງີນສົດ ຈຳນວນ: 200.000 ກີບ. ປະເພດເຕະບານຍິງ ທີ 1 ໄດ້ແກ່ ທີມກົມພະລາ-ເຕັກນິກ, ໄດ້ຮັບຂັນລາງວັນ, ພ້ອມເງີນສົດ ຈຳນວນ: 500.000 ກີບ, ທີ 2 ທີມຫ້ອງການ ວປກ, ໄດ້ຮັບເງີນສົດ ຈຳນວນ: 300.000 ກີບ ແລະ ທີ 3 ທີມປະສົມລະບົບກໍ່ສ້າງ-ລະບົບບຳລຸງ-ໝວດຜະລິດ, ໄດ້ຮັບເງີນສົດ ຈຳນວນ: 200.000 ກີບ. ໂອກາດນີ້ໃຫ້ກຽດມອບລາງວັນປະເພດ 1 ຂອງທຸກ ລາຍການໂດຍ ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມ-ກໍ່ສາ້ງ ວປກ. ປະເພດ 2 ມອບໂດຍ ສະຫາຍ ພັນເອກ ປອ ຂວັນມິ່ງ ບິດາສັກ, ຄະນະພັກວິທະຍາຄານ, ຫົວໜ້າກົມຄວ້າຄົ້ວວິທະຍາສາດການທະຫານ-ການເມືອງ ແລະ ປະເພດທີ່ 3 ມອງໂດຍ ສະຫາຍ ພັນເອກ ປອ ສອນທະນູ ແກ້ວໝື່ນເຮືອງ, ຄະນະພັກວິທະຍາຄານ, ຫົວໜ້າຫ້ອງການ ວປກ. ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ປອ ສົງກາ ບຸນຄຸນ, ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຊີ້ນຳ, ຄະນະຮັບຜິດຊອບ, ກຳມະການຕັດສິນ ແລະ ນັກກິລາທຸກສະຫາຍທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີຄວາມຮັບຜິດຊອບຂອງຕົນຢ່າງສຸດກົກສຸດປາຍຈົນເຮັດ ໃຫ້ການແຂ່ງຂັນກິລາໃນຄັ້ງນີ້ ປະສົບຜົນສຳເລັດຕາມແຜນການ ແລະ ທັງເປັນການເສີມສ້າງສຸຂະພາບຂອງພະນັກງານ-ນັກ ຮົບໃນທົ່ວ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໃຫ້ມີສຸຂະພາບແຂງແຮງ ແລະ ກໍ່ເປັນການປຸກລະດົມຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜນແໜ້ນໜາ ເພື່ອພ້ອມກັນເຮັດສຳເລັດໜ້າທີອັນມີກຽດຂອງຕົນ. ພາບ-ຂ່າວ: ເຂັງພອນ ແກ້ວຄຳລຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ