ເຜີຍແຜ່ເຊຶ່ອມຊຶມເອກະສານ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ
ເວລາອອກຂ່າວ: 2023-12-25 15:26:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3385 | ຄວາມນິຍົມ:
ວັນທີ 19 ທັນວາ 2023 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີໄດ້ເຜີຍແຜ່ເນື້ອໃນເອກະສານ 4 ບົດ ແລະ ແນະນໍາເອກະສານສໍາຄັນຈໍານວນໜຶ່ງ ເພື່ອກະກຽມການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນທີ່ຂຶ້ນກັບອົງຄະນະພັກ ພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ເອກະສານຂອງ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ໃຫ້ກຽດເຂົ້າຮ່ວມມີສະຫາຍ ພັນເອກ ສົມຈັນ ລອດສຸລີ ຄະນະປະຈໍາພັກກອງບັນຊາການ ຫົວໜ້າຫ້ອງການເມືອງ, ມີຄະນະພັກຮາກຖານ, ເລຂາຄະນະໜ່ວຍພັກ, ພະນັກງານຫຼັກແຫຼ່ງສະມາຊິກພັກສົມບູນ, ສໍາຮອງ ທົ່ວອົງການ 5 ຫ້ອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ປະທານກອງຊຸມໄດ້ເຜີຍແຜ່ເນື້ອໃນເອກະສານ 4 ບົດ ເຊິ່ງປະກອບມີ: ເອກະສານຄວາມເຂົ້າໃຈກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອເປັນການປັບປຸງພາຍໃນພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ເອກະສານຍົກສູງຄວາມສາມາດນໍາພາ ແລະ ເປັນແບບຢ່າງນໍາໜ້າຂອງພັກ, ສະມາຊິກພັກ, ພະນັກງານຕ້ອງຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມສາມາດນໍາພາເປັນແບບຢ່າງນໍາໜ້າເພື່ອຍົກລະດັບຄວາມສາມາດນໍາພາຂອງຕົນໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງການປະຕິວັດ ແລະ ສາມາດນໍາພາ ພາລະກິດປະຕິວັດໄປສູ່ຈຸດໝາຍທີ່ພັກເຮົາໄດ້ກໍານົດອອກ, ເອກະສານຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ເພື່ອເຮັດໃຫ້ພະນັກງານສະມາຊິກພັກມີຫຼັກໝັ້ນຊົນຊັ້ນທີ່ໜັກແໜ້ນ ແລະ ເປັນການສະແດງເຖິງຄວາມຈົ່ງຮັກພັກດີ ແລະ ມີນໍ້າໃຈປະຕິວັດຢ່າງສຸດກົກສຸດປາຍຂອງພະນັກງານສະມາຊິກພັກ, ເອກະສານເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານສະມາຊິກພັກ ເພື່ອປັບປຸງກໍ່ສ້າງພັກໃຫ້ໜັກແໜ້ນ, ເຂັ້ມແຂງ ມີຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳ, ເພື່ອປັບປຸງທັດສະນະ, ຄວາມຮັບຮູ້ເຂົ້າໃຈ, ຄວາມຮັບຜິດຊອບ ແລະ ຍົກສູງຄວາມເປັນແບບຢ່າງນໍາໜ້າຂອງພະນັກງານນໍາພາຄຸ້ມຄອງແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານທຸກລະດັບຕ້ອງແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປເທື່ອລະກ້າວ, ຈາກນັ້ນໃນພິທີ ສະຫາຍ ພັນໂທ ພອນ ສານສຸກ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຂຶ້ນຜ່ານແຜນຄາດກະການປັບປຸງໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກອງບັນຊາການທະຫານແຂວງຢູ່ອົງການ 5 ຫ້ອງ ໃນປີ 2023, ໃນນີ້ຄະນະພັກຮາກຖານຫ້ອງການເມືອງປະກອບມີ 5 ໜ່ວຍພັກຂຶ້ນກັບຄື: ໜ່ວຍພັກຈັດຕັ້ງ, ໜ່ວຍພັກໂຄສະນາ, ໜ່ວຍພັກອົງການຈັດຕັ້ງມະຫາຊົນ, ໜ່ວຍພັກໄອຍະການ ແລະ ໜ່ວຍພັກບໍລິຫານ, ຄະນະພັກຮາກຖານຫ້ອງເສນາທິການມີ 5 ໜ່ວຍພັກຂຶ້ນກັບຄື: ມີໜ່ວຍພັກສູ້ຮົບ, ໜ່ວຍພັກອົບຮົມ, ໜ່ວຍພັກທະຫານຊາຍແດນ, ໜ່ວຍພັກສື່ສານ ແລະ ໜ່ວຍພັກບໍລິຫານ, ຄະນະພັກຮາກຖານຫ້ອງພະລາທິການມີ 5 ໜ່ວຍພັກແຜນການ, ໜ່ວຍພັກການເງິນໜ່ວຍພັກເສນາຮັກ, ໜ່ວຍພັກກໍ່ສ້າງ ແລະ ໜ່ວຍພັກບໍລິຫານ, ຄະນະພັກຮາກຖານຫ້ອງເຕັກນິກມີ 4 ໜ່ວຍພັກ, ໜ່ວຍພັກແຜນການ, ໜ່ວຍພັກຄຸ້ມຄອງອາວຸດ-ລູກກະສູນ, ໜ່ວຍພັກກອງຮ້ອຍສ້ອມແປງປະສົມ ແລະ ໜ່ວຍພັກບໍລິຫານ, ຄະນະພັກຮາກຖານຫ້ອງການມີ 3 ໜ່ວຍພັກ, ໜ່ວຍພັກສັງລວມ, ໜ່ວຍພັກວິທະຍາສາດ-ປະຫວັດສາດການທະຫານ ແລະ ໜ່ວຍພັກບໍລິຫານ
ຕອນທ້າຍກອງປະຊຸມປະທານໄດ້ເໜັ້ນໜັກໃຫ້ພະນັກງານສະມາຊິກພັກຈົ່ງພ້ອມກັນນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ປະກົດຜົນເປັນຈິງຕາມຄາດໝາຍທີ່ວາງໄວ້.
ຂ່າວ: ນາງ ສຸນາລີ ອຸ່ນວີໄຊ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ