
ມອບເຄື່ອງກິລາໃຫ້ຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ
ເວລາອອກຂ່າວ: 2023-12-26 08:58:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1392 | ຄວາມນິຍົມ:
ໃນກາງເດືອນທັນວາ 2023, ສະຫາຍ ສຸລິວັນ ພົມມະຈິດ ຫົວໜ້າ ບໍລິສັດ ລ້ານຊ້າງປະກັນໄພ ສາຂາພາກໃຕ້ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງກິລາມາມອບໃຫ້ຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ຈຳ
ນວນ 24 ຊຸດ ລວມມູນຄ່າ 1.500.000 ກີບ, ໂດຍການກ່າວຮັບຂອງ ສະຫາຍ ພັນໂທ ກອງສ່ຽນ ເມືອງໂຄດ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ພ້ອມດ້ວຍຄະນະ.
ສະຫາຍ ພັນໂທ ກອງສ່ຽນ ເມືອງໂຄດ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ສຸລິວັນ ພົມມະຈິດ ພ້ອມດ້ວຍຄະນະ ທີ່ນຳເຄື່ອງກິລາມາມອບຊ່ວຍເຫຼືອໃນຄັ້ງນີ້ ເພື່ອເປັນການປະກອບສ່ວນຊຸກຍູ້ຂະບວນການກິລາຢູ່
ກົມກອງ ຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ມີບັນຍາກາດຟົດຟື້ນຢ່າງຕໍ່ເນື່ອງ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ