ສຳເລັດບັ້ນອົບຮົມ-ຫັດແອບ ໃຫ້ກຳລັງສຳຮອງປ້ອງກັນຊາດ ຊຸດທີ I
ເວລາອອກຂ່າວ: 2023-12-27 09:27:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 3093 | ຄວາມນິຍົມ:
ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ສຳເລັດບັ້ນອົບຮົບ-ຫັດແອບ ການເມືອງ, ການທະຫານ ໄລຍະສັ້ນ ໃຫ້ກອງຮ້ອຍກຳລັງສຳຮອງ ປ້ອງກັນຊາດ ຊຸດທີ I
ປະຈຳປີ 2023, ພາຍຫຼັງທີ່ໄດ້
ດຳເນີນການອົບຮົມ-ຫັດແອບ ໃນຕົ້ນເດືອນຫາກາງເດືອນທັນ
ວາຜ່ານມາ, ບັ້ນອົບຮົມດັ່ງກ່າວ
ເປັນການກວດກາຄືນການຈັດ
ຕັ້ງ ແລະ ຈຳນວນພົນຂອງກຳລັງສຳຮອງປ້ອງກັນຊາດ ທີ່
ໄດ້ປະກາດສ້າງຕັ້ງຂຶ້ນກ່ອນໜ້າ
ນີ້, ທັງເປັນການຂະຫຍາຍ
ແລະ ກໍ່ສ້າງກຳລັງສຳຮອງຢູ່ຮາກຖານໃຫ້ເຂັ້ມແຂງ, ໜັກແໜ້ນ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ໃນສະເພາະໜ້າ ແລະ ຍາວນານ, ເພື່ອຮັບ ປະກັນປົກປັກຮັກສາທ້ອງຖິ່ນໃຫ້ມີຄວາມສະຫງົບປອດໄພ, ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການພັດທະນາປະເທດຊາດ ກໍຄື ແຂວງບໍ່ແກ້ວ.
ສະຫາຍ ພັນໂທ ສຸບິນ ສີຫາລາດ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະ ຫານແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ບັ້ນອົບຮົມ-ຫັດແອບຄັ້ງນີ້ ມີຈຳນວນພົນເຂົ້າຮ່ວມທັງໝົດ 57 ສະຫາຍ, ມາຈາກ 14 ບ້ານຄື: ບ້ານຫ້ວຍສັງ 3 ສະຫາຍ, ບ້ານດອນສະຫວັນ 4 ສະຫາຍ, ບ້ານວຽງພັດທະນາ 4 ສະຫາຍ, ບ້ານປາງທອງ 8 ສະຫາຍ, ບ້ານຫ້ວຍແປ້ນ 4 ສະຫາຍ, ບ້ານພຽງຄຳ 2 ສະຫາຍ, ບ້ານມົກຄະກາງ 2 ສະຫາຍ, ບ້ານວຽງຄຳນ້ອຍ 2 ສະຫາຍ, ບ້ານມົກໂຊ 6 ສະຫາຍ, ບ້ານ ຜາອຸດົມ 1 ສະຫາຍ, ບ້ານ ແກ່ນຄຳ 5 ສະຫາຍ, ບ້ານ ຖິ່ນແກ້ວ 11 ສະຫາຍ, ບ້ານປຸງລາດ 2 ສະຫາຍ ແລະ ບ້ານ ຫ້ວນກູນ 3 ສະຫາຍ. ຜ່ານການອົບຮົມ-ຫັດແອບຕົວຈິງສາມາດຕີລາຄາຜົນໄດ້ຮັບຕາມແຕ່ລະວິຊາດັ່ງນີ້: ວຽກງານການເມືອງ ເທົ່າກັບ 77%, ວຽກງານການທະຫານ ວິຊາລະບຽບຮູບແຖວ ເທົ່າກັບ 80%, ກິລາກາຍະກຳ 87%, ສິລະປະຍຸດ 87%, ຍຸດທະວິທີ 75% ແລະ ວຽກງານພະລາທິການ ເທົ່າກັບ 75%, ພາກປະຕິບັດຍິງເປົ້າໝາຍດ້ວຍລູກປືນແທ້ ປະເພດເກັ່ງມີ 10 ສະຫາຍ, ປະເພດກາງ 20 ສະຫາຍ ແລະ ຄາດໝາຍ 25 ສະຫາຍ.
ພິທີປິດບັ້ນອົບຮົບ-ຫັດແອບດັ່ງກ່າວ ໄດ້ຈັດຂຶ້ນໃນບໍ່ດົນຜ່ານມາ, ໂດຍການເປັນ
ປະທານຂອງ ສະຫາຍ ພັນເອກ
ທອງໄຂ ສີຍາລາດ ຫົວໜ້າ ການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ, ມີສະຫາຍ ສົມນິດ ໄຊທະວົງສິດ ຮອງເລຂາພັກເມືອງ, ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ເມືອງຜາອຸດົມ ແຂວງບໍ່ແກ້ວ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງຜາອຸດົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂດຍ: ວໍລະສິດ ພິດສະຫາຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ