ຫັນເອົາການຄຸ້ມຄອງນ້ຳມັນເຊື້ອໄຟ ເຂົ້າສູ່ແບບແຜນທັນສະໄໝ
ເວລາອອກຂ່າວ: 2023-12-27 09:28:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 2347 | ຄວາມນິຍົມ:
ກົມນໍ້າມັນເຊື້ອໄຟ ມີພາລະບົດບາດ ເປັນເສນາທິການໃຫ້ກົມໃຫຍ່ພະລາທິການກອງທັບ ແລະ ກະຊວງປ້ອງກັນປະເທດ ກ່ຽວກັບວຽກງານນໍ້າມັນເຊື້ອໄຟ, ມີໜ້າທີ່ຈັດຕັ້ງຮັບປະກັນ ແລະ ຄຸ້ມຄອງນ້ຳມັນເຊື້ອໄຟ ໃຫ້ກອງທັບ ໄດ້ເຮັດສຳເລັດໜ້າທີ່ ໃນຍາມປົກກະຕິ ກໍຄືໃນຍາມເຄື່ອນໄຫວສູ້ຮົບ ໄປພ້ອມກັນນັ້ນ, ກໍເຮັດໜ້າທີ່ກໍ່ສ້າງຂະແໜງການນ້ຳມັນເຊື້ອໄຟ ໃຫ້ໜັກແໜ້ນ, ເຂັ້ມ
ແຂງ ແລະ ຫັນເປັນທັນສະໄໝ.
ເຊິ່ງມາຮອດປັດຈຸບັນບັນດາກົມ ກອງກຳລັງຫຼວງມີປໍ້ານໍ້າມັນເຊື້ອ
ໄຟທັນສະໄໝໃຊ້ກວມເອົາ 85%.
ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ຫົວໜ້າກົມນ້ຳມັນເຊື້ອໄຟ ກົມໃຫຍ່ພະ
ລາທິການກອງທັບ ໄດ້ໃຫ້ສຳພາດ
ຕໍ່ນັກຂ່າວໜັງສືພິມກອງທັບວ່າ: ນັບແຕ່ປີ 2007 ເປັນຕົ້ນມາ,
ກົມນ້ຳມັນເຊື້ອໄຟໄດ້ມີຄວາມພະ
ຍາຍາມ ແລະ ເປັນເຈົ້າການປັບ ປຸງຂະແໜງການນ້ຳມັນເຊື້ອໄຟ
ໃນກອງທັບໃຫ້ຫັນເຂົ້າສູ່ລະບຽບ
ແບບແຜນເທື່ອລະກ້າວ, ໂດຍ ເລີ່ມ
ຈາກການກໍ່ສ້າງພື້ນຖານໂຄງ
ລ່າງຮັບປະກັນນ້ຳມັນເຊື້ອໄຟ, ສຸມ
ໃສ່ການກໍ່ສ້າງພະນັກງານວິຊາ
ການຢູ່ພາຍໃນ ແລະ ຕ່າງປະ ເທດ, ສຸມທຶນຮອນເຂົ້າໃນ
ການກໍ່ສ້າງລະບົບສາງນໍ້າມັນ ເຊື້ອໄຟ ຢູ່ຕາມເຂດຍຸດທະສາດປ້ອງກັນຊາດ ພ້ອມກັນນັ້ນ, ບັນ
ດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ກໍມີສາງ ແລະ ປໍ້າ ເບີກຈ່າຍນໍ້າມັນ ສາມາດຮັບ
ປະກັນນ້ຳມັນເຊື້ອໄຟ ໃຫ້ແກ່ວຽກງານກຽມພ້ອມສູ້ຮົບ, ເຝິກແອບຮ່ຳຮຽນ, ເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ ແລະ ກໍ່ສ້າງເສດຖະກິດ, ອັນພົ້ນເດັ່ນໃນຊຸມປີຜ່ານມາ ໄດ້ປັບປຸງຂະ
ແໜງການໃຫ້ເຂັ້ມແຂງ ແລະ ຫັນເປັນທັນສະໄໝ ມາຮອດປັດ
ຈຸບັນນີ້, ບັນດາວຽກງານດັ່ງ
ກ່າວ ໄດ້ຈັດຕັ້ງເປັນຮູບປະທຳຫຼາຍດ້ານ ເປັນຕົ້ນ: ມີກົງຈັກການ
ຈັດຕັ້ງນ້ຳມັນເຊື້ອໄຟທີ່ເປັນເອ
ກະພາບແຕ່ເທິງລົງລຸ່ມ, ມີພະ
ນັກງານວິຊາສະເພາະທີ່ມີຄວາມ
ຮູ້ ຄວາມສາມາດ, ມີພື້ນຖານນິຕິ
ກຳທີ່ເປັນລະບົບຄົບຊຸດ ແລະ
ໄດ້ປະກອບເຄື່ອງມືທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງນ້ຳມັນເຊື້ອໄຟ ຢ່າງຮັດກຸມ.
ກ່ຽວກັບວຽກງານສະໜອງ (ເບີກຈ່າຍ) ແລະ ຄຸ້ມຄອງນໍ້າ
ມັນເຊື້ອໄຟ ໄດ້ເປັນເຈົ້າການຈັດ
ຕັ້ງເບີກຈ່າຍ, ສະໜອງນໍ້າມັນ
ເຊື້ອໄຟໃຫ້ບັນດາກົມກອງ ແລະ
ບັນດາແຜນການວຽກງານ
ລວມຂອງກະຊວງຕາມແຜນ
ການທີ່ຂັ້ນເທິງອະນຸມັດໃນນີ້,
ຮ່ວງທີ່ແບ່ງປັນໃຫ້ບັນດາກົມ
ກອງໄດ້ຈັດຕັ້ງຮັບປະກັນໃຫ້ເປັນ
ເດືອນ, ເປັນງວດ ຫຼື ໝົດປີບາດ
ດຽວ, ສ່ວນຮ່ວງແຮຂອງກະຊວງ
ແມ່ນຄິດໄລ່ເບີກຈ່າຍຕາມແຜນ
ການວຽກງານຕົວຈິງ ແລະ ຄວາມ
ສາມາດຂອງວັດຖຸ, ມີຫຼາຍໂຄງ
ການຂອງກະຊວງໄດ້ຈັດຕັ້ງ
ພະນັກງານວິຊາການໄປຮັບປະ
ກັນໂດຍກົງເຊັ່ນ: ໂຄງການ 01728, ບັ້ນຊ້ອມຮົບຂັ້ນຍຸດທະສາດ, ກອບກູ້ໄພພິບັດ, ສະເຫຼີມ ສະຫຼອງວັນສຳຄັນຂອງຊາດ, ການແກ້ໄຂຄວາມບໍ່ສະຫງົບຢູ່ເຂດໃຈກາງ, ໂຄງການເກັບກູ້ລະເບີດ ແລະ ອື່ນໆ ເຊິ່ງເຫັນວ່າ ຄົບຖ້ວນ, ທັນເວລາ, ຄົບຊຸດແລະ
ຊັດເຈນ, ບັນດາປະກົດການຫຍໍ້
ທໍ້ກ່ຽວກັບວິຊາສະເພາະໄດ້ຫຼຸດ
ໜ້ອຍຖອຍລົງ. ຄຽງຄູ່ກັນນັ້ນ,
ກໍໄດ້ຈັດຕັ້ງຄຸ້ມຄອງຢ່າງເປັນລະບົບຄົບຊຸດ ແລະ ປະຕິບັດຢ່າງເຂັ້ມງວດ ຂໍ້ກຳນົດກ່ຽວກັບການແບ່ງຂັ້ນຮັບປະກັນ ແລະ
ຄຸ້ມຄອງ, ຂໍ້ກຳນົດວຽກງານບັນ
ຊີ, ວຽກງານສະຫຼຸບຂາດຕົວ, ຂໍ້
ກຳນົດກ່ຽວກັບອັດຕາສິ້ນເປືອງໃນການນຳໃຊ້ນ້ຳມັນ, ໄດ້ອອກ
ແຈ້ງການປະຢັດນ້ຳມັນ ພ້ອມທັງ
ໄດ້ດຳເນີນວຽກງານກວດກາ,
ກວດສອບເປັນປົກກະຕິ, ຊີ້ນຳ
ອົງການນໍ້າມັນເຊື້ອໄຟຂັ້ນລຸ່ມ
ຈັດຕັ້ງປະຕິບັດ ບັນດານິຕິກຳວິ
ຊາສະເພາະ ເຮັດໃຫ້ການຈັດຕັ້ງຮັບປະກັນ ແລະ ຄຸ້ມຄອງຢູ່ບັນ
ດາກົມກອງ ເຖິງວ່ານໍ້າມັນມີຈຳ
ນວນຈຳກັດ ແຕ່ບັນດາກົມກອງ ກໍໄດ້ຄຸ້ມຄອງ-ນຳໃຊ້ຢ່າງປະຢັດ ແລະ ມີສ່ວນແຮໄວ້.
ວຽກງານຮັບປະກັນເຕັກ ນິກນໍ້າມັນເຊື້ອໄຟ: ໄດ້ຈັດຕັ້ງຄຸ້ມຄອງ-ປົກປັກຮັກສາພື້ນຖານຮັບປະກັນນໍ້າມັນເຊື້ອໄຟໃນທົ່ວກອງທັບ, ສຳເລັດການຂຶ້ນບັນຊີພາຫະນະເຕັກນິກ, ອຸປະກອນນໍ້າ
ມັນເຊື້ອໄຟ, ລະບົບສາງນໍ້າມັນແຕ່ລະຂັ້ນ, ໄດ້ກຳນົດຮູບແບບສາງນໍ້າມັນແຕ່ລະຂັ້ນ, ສະໜອງອຸປະກອນນໍ້າມັນໃຫ້ບັນດາກົມກອງຢ່າງທົ່ວເຖິງ ພ້ອມກັນນັ້ນ, ກໍບົວລະບັດ, ສ້ອມແປງສາງນ້ຳ
ມັນ ແລະ ກໍ່ສ້າງຖັງໃໝ່ຄື: ຕິດຕັ້ງ
ລະບົບຖັງຕັ້ງ ຢູ່ສາງນ້ຳມັນເຊື້ອ ໄຟເລກ 9 ຈຳນວນ 1 ຖັງ, ກໍ່ສ້າງ
ປ້ຳເບີກຈ່າຍນ້ຳມັນທັນສະໄໝ
ຂອງກະຊວງ 1 ແຫ່ງ ແລະ ກົມ
ກອງກຳລັງຫຼວງໄດ້ 12 ກົມ
ກອງ, ປະກອບເຄື່ອງຈັກເບີກ ຈ່າຍຍ່ອຍທັນສະໄໝ ໃຫ້ສາງນໍ້າມັນຂັ້ນຍຸດທະສາດ, ຟື້ນຟູ, ສ້ອມແປງລົດວິຊາສະເພາະເບີກຈ່າຍນ້ຳມັນໄດ້ 3 ຄັນ, ດັດ ແປງລົດຂົນສົ່ງເປັນລົດຊີແຕັກ 7 ຄັນ, ດັດແປງລະບົບຫ້າມລໍ້ ຈາກລະບົບນຳໃຊ້ນ້ຳມັນເປັນລະບົບລົມ ຂອງລົດວິຊາສະ
ເພາະເບີກຈ່າຍນໍ້າມັນ 4 ຄັນ, ບົວ
ລະບັດສ້ອມແປງໃຫຍ່ລະບົບເຕັກນິກຂອງສາງນໍ້າມັນເຊື້ອໄຟ ເລກ 3 (ແຫ່ງທີ 2 ນາເຕີຍ) ພ້ອມທັງກໍ່ສ້າງ ແລະ ຕິດຕັ້ງລະບົບປ້ອງກັນອັກຄີໄພຢູ່ສາງດັ່ງກ່າວ.
ວຽກງານກໍ່ສ້າງຂະແໜງການ ກົມນ້ຳມັນເຊື້ອໄຟ ໄດ້ເປັນເຈົ້າການວາງ 7 ວຽກງານໃຫຍ່ ເຊິ່ງເປັນວິໄສທັດໃນການປັບປຸງ-ກໍ່ສ້າງຂະແໜງການໃຫ້ເຂັ້ມແຂງຮອບດ້ານ ແລະ ຫັນເປັນທັນສະ ໄໝ ມາຮອດປັດຈຸບັນ, ບັນດາແຜນການວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳຕົວຈິງ ເປັນຕົ້ນ: ວຽກງານປັບປຸງກົງຈັກການຈັດຕັ້ງ, ວຽກງານອົບຮົມກໍ່ສ້າງພະນັກງານວິຊາສະເພາະ, ວຽກງານສ້າງ
ແລະ ປັບປຸງນິຕິກຳ, ວຽກງານ
ກໍ່ສ້າງພື້ນຖານໂຄງລ່າງຮັບປະ
ກັນນໍ້າມັນເຊື້ອໄຟ, ວຽກງານວິທະຍາສາດ-ປະຫວັດສາດ, ວຽກງານຫັນເປັນທັນສະໄໝ ແລະ
ວຽກງານດັດແປງເຕັກນິກຮັບໃຊ້
ວຽກງານວິຊາສະເພາະ ພ້ອມ
ກັນນັ້ນ, ກໍໄດ້ເອົາໃຈໃສ່ປັບປຸງ
ກໍ່ສ້າງອົງການກົມ ກໍຄືອົງການນ້ຳມັນແຕ່ລະຂັ້ນ ມີຄວາມໜັກແໜ້ນເຂັ້ມແຂງ, ແບບແຜນວິທີ
ເຮັດວຽກຂອງຄະນະກົມ, ບັນດາພະແນກການ ແລະ ອົງການນໍ້າມັນ
ເຊື້ອໄຟ ແຕ່ລະຂັ້ນໄດ້ຮັບການ
ປັບປຸງຫັນເຂົ້າສູ່ລະບຽບແບບ
ແຜນທີ່ດີຂຶ້ນ. ໂດຍສັງລວມແລ້ວ ເຫັນວ່າສາມາດຈັດຕັ້ງຮັບປະກັນ ແລະ ຄຸ້ມຄອງນໍ້າມັນເຊື້ອໄຟໃຫ້
ທຸກວຽກງານໄດ້ຄົບຖ້ວນ, ທັນເວ
ລາ, ຊັດເຈນ ແລະ ຍັງມີສ່ວນແຮ
ໄວ້, ຮັບປະກັນໃຫ້ທຸກການເຄື່ອນ
ໄຫວຂອງກອງທັບ ໄດ້ເຮັດສຳ
ເລັດໜ້າທີ່, ທົ່ວຂະແໜງການມີ
ຄວາມສະຫງົບ, ໜັກແໜ້ນ, ຂະ
ຫຍາຍຕົວ ແລະ ຫັນເປັນທັນສະໄໝຢ່າງກ້າວກະໂດດ, ສາ
ມາດຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຂະແໜງການ ໄດ້ດີສົມຄວນ.
ສະຫາຍ ຫົວໜ້າກົມນ້ຳມັນເຊື້ອໄຟ ຍັງໄດ້ກ່າວຕື່ມວ່າ: ການ
ເຄື່ອນໄຫວວຽກງານນໍ້າມັນເຊື້ອໄຟໃນໄລຍະຜ່ານມາ ເຖິງຈະພົບ
ຂໍ້ຫຍຸ້ງຫຍາກຫຼາຍດ້ານອັນເນື່ອງມາຈາກ ກອງທັບພວກເຮົາ
ມີການປະກອບພາຫະນະເຕັກ
ນິກ, ອາວຸດ-ກະສຸນຫຼາຍຊະນິດ,
ຄວາມຕ້ອງການນຳໃຊ້ນໍ້າມັນຫຼາຍຊະນິດແຕກຕ່າງກັນ, ນໍ້າມັນເຊື້ອໄຟ ແມ່ນໄດ້ນຳເຂົ້າຈາກຕ່າງປະເທດ, ມີບາງຊະນິດ ຕ້ອງ
ໄດ້ນຳເຂົ້າຈາກປະເທດຜູ້ຜະລິດ
ພາຫະນະເຕັກນິກ ແຕ່ພວກເຮົາກໍ
ສາມາດຜ່ານຜາມາໄດ້. ໝາກຜົນ
ດັ່ງກ່າວກໍຍ້ອນໄດ້ຮັບການຊີ້
ນຳຢ່າງໃກ້ຊິດຕິດແທດຈາກຄະນະພັກກະຊວງປ້ອງກັນປະ ເທດ ກໍຄືກົມໃຫຍ່ພະລາທິການ ກອງທັບ, ສຸມທຶນຮອນເຂົ້າໃນການກໍ່ສ້າງພະນັກງານວິຊາສະເພາະ, ກໍ່ສ້າງພື້ນຖານວັດຖຸເຕັກນິກນ້ຳມັນເຊື້ອໄຟ, ພ້ອມທັງຍາດແຍ່ງເອົາການຊ່ວຍເຫຼືອອັນລ້ຳຄ່າ ຈາກປະເທດເພື່ອນມິດຍຸດທະສາດ ເຮັດໃຫ້ຂະແໜງການນ້ຳມັນເຊື້ອໄຟ ເຕີບໃຫຍ່ຂະ ຫຍາຍຕົວ, ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ໄດ້ຫັນເປັນທັນສະໄໝເທື່ອລະກ້າວ.
ໂດຍ: ນາງ ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ