ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ຈີນ ຈະ​ບໍ່​ປິດ​ປະຕູ​ການ​ສົນທະນາ ແລະ ຕິດຕໍ່​ພົວພັນ​ກັບ ຟີ​ລິບ​ປິນ
ເວລາອອກຂ່າວ: 2023-12-27 09:30:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1000 | ຄວາມນິຍົມ:



ຕາມ​ຂ່າວສານ​ຊິນ​ຮວາ ລາຍ​ງານ​ວັນ​ທີ 20 ທັນວາ ນີ້, ທ່ານ ເຟີ​ດີ​ນານ ໂຣ​ມົວ​ເດ​​ສ ມາ​ໂກ​​ສ ປະທານາທິບໍດີ​ຟີ​ລິບ​ປິນ ກ່າວ​ວ່າ: ສາຍ​ພົວພັນ​ສອງ​ຝ່າຍ​ຟີ​ລິບ​ປິນ-ຈີນ ພວມ​ເດີນ​ຕາມ​ເສັ້ນທາງ​ທີ່​ຜິດພາດ. ຕໍ່​ກັບ​ເລື່ອງ​ນີ້, ທ່ານ ວ່າງ​ເວີນ​ປິ່ນ ໂຄສົກ​ກະຊວງ​ການ​ຕ່າງປະເທດ​ຈີນ ໄດ້​ເນັ້ນ​ໜັກ​ຢູ່​ກອງ​ປະຊຸມ​ຖະ ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ທັນວາ ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ຟີ​ລິບ​ປິນ​ຄວບ​ຄຸມ​ຂໍ້​ຂັດ​ແຍ້ງ​ຢ່າງ​ເໝາະ​ສົມ​ຜ່ານ​ການ​ສົນທະນາ ແລະ ການ​ປຶກສາ​ຫາລື, ຈະ​ບໍ່​ປິດ​ປະຕູ​ແຫ່ງ​ການ​ສົນທະນາ ແລະ ຕິດຕໍ່​ພົວພັນ​ກັບ​ຟີ​ລິບ​ປິນ. ທ່ານ ວ່າງ​ເວີນ​ປິ່ນ ກ່າວ​ຕື່ມ​ວ່າ: ຈີນ ແລະ ຟີ​ລິບ​ປິນ ໄດ້​ເກີດ​ຂໍ້​ຂັດ​ແຍ້ງ​ຕ່າງໆ​ຢູ່​ທະເລ​ຕາເວັນ​ອອກ, ລ້ວນ​ແຕ່​ແມ່ນ​ຍ້ອນ​ຟີ​ລິບ​ປິນ ມີ​ເຈດ​ຕະ​ນາ​ລ່ວງ​ລ້ຳ​ອະທິປະ​ໄຕ​ຂອງ​ຈີນ ແລະ ເກາະ​ຜິດ​ຈີນ, ກໍ່​ເລື່ອງ​ກັບ​ຈີນ, ຄວາມ​ຮັບຜິດຊອບ​ຕ້ອງ​ຢູ່​ນຳ​ຝ່າຍ​ຟີ​ລິບ​ປິນ. ຈີນ​ເດັດດ່ຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ດ້ານ​ຜືນ​ແຜ່ນດິນ, ສິດ ແລະ ຜົນ​ປະໂຫຍດ​ທາງ​ທະເລ​ຂອງ​ຕົນ, ພ້ອມ​ກັນ​ນັ້ນ, ຈີນ​ມີ​ຈຸດ​ຢືນ​ທີ່​ວ່າ: ຂໍ້​ຂັດ​ແຍ້ງ​ທາງ​ທະເລ​ບໍ່​ແມ່ນ​ເລື່ອງ​ທັງ​ໝົດ​ຂອງ​ສາຍ​ພົວພັນ​ຈີນ-ຟີ​ລິບ​ປິນ. ຫວັງ​ວ່າ​ຟີ​ລິບ​ປິນ ຈະ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ທີ່​ສົນທະນາ​ກັນ, ປຶກສາ​ຫາລື​ກັນ ແລະ ແກ້​ໄຂ​ຂໍ້​ຂັດ​ແຍ້ງ​ຢ່າງ​ເໝາະ​ສົມ​ໃຫ້​ເປັນ​ຮູບ​ປະ​ທຳ, ຮ່ວມ​ກັບ​ຈີນ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ສອງ​ຝ່າຍ​ຢ່າງ​ປອດ​ໃສ ແລະ ໝັ້ນ​ທ່ຽງ, ປົກ​ປັກ​ຮັກສາ​ສັນຕິພາບ ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ