ກອງທັບອູແກຣນ ເລີ່ມຂາດເຂີນອາວຸດ
ເວລາອອກຂ່າວ: 2023-12-27 09:31:39 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1311 | ຄວາມນິຍົມ:
ຫວ່າງມໍ່ໆມານີ້, “ໜັງສືພິມວໍຊິງຕັນໂພສ” ລາຍງານວ່າ: ນາຍ ທະຫານຄົນໜຶ່ງທີ່ຢູ່ແນວໜ້າຂອງອູແກຣນບອກໃຫ້ຮູ້ຫວ່າງມໍ່ໆນີ້ວ່າ: ກອງທັບອູແກຣນພວມຜະເຊີນໜ້າກັບບັນຫາຂາດເຂີນລູກປືນໃຫຍ່ຢ່າງໜັກໜ່ວງ, ການສະໜັບສະໜູນດ້ານການທະຫານຂອງຕາເວັນຕົກຫຼຸດໜ້ອຍລົງເຮັດໃຫ້ກອງທັບອູແກຣນຂາດເຂີນລູກປືນໃຫຍ່ ຈົນຕ້ອງຫຼຸດແນວຣົບລົງ.
ເວລາຫຼາຍເດືອນຜ່ານມານີ້, ປະເທດຕາເວັນຕົກເລີ່ມເກີດ “ອາ
ການອ່ອນລ້າ” ທີ່ສະໜັບສະໜູນອູແກຣນດ້ານການທະຫານ, ການເກີດການປະທະກັນລະຫວ່າງປາແລັດສະຕິນ ກັບ ອິດສະຣາແອນເຮັດໃຫ້ອາເມຣິກາຫັນເຫຄວາມສົນໃຈ. ອີງຕາມການປະເມີນຂອງກຸ່ມນາໂຕ, ກອງທັບອູແກຣນຕ້ອງຍິງລູກປືນໃຫຍ່ 4.000-7.000 ລູກຕໍ່ມື້, ໄດ້ ລື່ນກາຍຄວາມສາມາດຜະລິດຂອງປະເທດຕາເວັນຕົກ.
ຫວ່າງມໍ່ໆມານີ້, ທ່ານໂຈເຊັບ ບໍເຣວ ຫົວໜ້າຝ່າຍນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງສະຫະພາບເອີຣົບ ກ່າວວ່າ: ສະຫະພາບເອີລົບປະ ຕິບັດຄຳໝັ້ນສັນຍາກ່ຽວກັບການສະໜອງລູກປືນໃຫຍ່ຈຳນວນ 1 ລ້ານລູກໃຫ້ກັບອູແກຣນກ່ອນທ້າຍເດືອນມີນາປີໜ້າແມ່ນເປັນໄປບໍ່ໄດ້ແລ້ວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ