ຕີລາຄາການນຳພາຂອງຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2023-12-27 16:11:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2378 | ຄວາມນິຍົມ:
ໃນວັນທີ 26 ທັນວາ 2023 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຕີລາຄາການນໍາພາຂອງອົງຄະນະພັກອົງການ ຫ້ອງວ່າການກະຊວງ ປະຈໍາປີ 2023 ແລະ ວາງທິດທາງແຜນການປະຈໍາປີ 2024, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເລຂາຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກອົງການຫ້ອງວ່າການກະຊວງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ຮອງເລຂາຄະນະພັກອົງການ ຫ້ອງວ່າການກະຊວງ ໄດ້ສະຫລຸບຕີລາຄາການນໍາພາຂອງຄະນະພັກອົງການ ຫ້ອງວ່າການ ປະຈໍາປີ 2023 ເຊິ່ງຄະນະພັກອົງການ ຫ້ອງວ່າການກະຊວງ ໄດ້ສຸມໃສ່ຊີ້ນໍາ-ນໍາພາວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ຄວາມປອດໄພໃນທົ່ວຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດມະຕິ-ຄໍາສັ່ງ ຂອງກົມໃຫຍ່ເສນາທິການ ແລະ ປະຕິບັດລະບອບ ການກຽມພ້ອມສູ້ຮົບໃນແຕ່ລະພາວະ, ເພື່ອປ້ອງກັນທີ່ຕັ້ງສຳຄັນ, ສຳນັກງານອົງການ, ປ້ອງກັນການນໍາຂັ້ນສູງ ຕິດຕາມ- ສະກັດກັ້ນໄດ້ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນຂອບເຂດຄວາມຮັບຜິດຊອບເປັນຢ່າງດີ ແລະ ໄດ້ຈັດຕັ້ງດໍາເນີນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໃຫ້ມີຄວາມຮັບຮູ້, ເຊື່ອມຊຶມຕໍ່ແນວທາງ-ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ມະຕິ-ຄຳສັ່ງຂອງຂັ້ນເທິງ, ໜ້າທີ່ການເມືອງຂອງກົມກອງເປັນປົກກະຕິ, ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຜູ້ແທນ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫ່ຍຜູ້ແທນ ຄັ້ງທີ V ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ, ມະຕິວ່າດ້ວຍ 4 ໜ້າທີ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກ ຫ້ອງວ່າການກະຊວງ, ມະຕິກອງປະຊຸມວຽກງານການເມືອງ-ນໍາພາແນວຄິດທົ່ວປະເທດ ຄັ້ງທີ V ໄດ້ມອບ- ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວຫ້ອງວ່າການກະຊວງ ປະຈຳປີ 2022 ຈໍານວນ 35 ໜ່ວຍພັກ; ສຳເລັດການກວດກາ ແລະ ສະຫຼຸບປະເມີນຜົນການສ້າງໜ່ວຍພັກປອດໃສ ເຂັ້ມແຂງ-ໜັກແໜ້ນ ປະຈໍາປີ 2023 ຈໍານວນ 42 ໜ່ວຍພັກ, ອະນຸມັດມະຫາຊົນເຂົ້າພັກສຳຮອງ 46 ສະຫາຍ, ເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກ ສົມບູນ 77 ສະຫາຍ, ຍົກຍ້າຍຮ່ວມຊີວິດພັກ 51 ສະຫາຍ, ຢັ້ງຢືນການຮຽນສະໜັບສະໜູນ ແລະ ຮຽນກົດລະບຽບພັກຈຳນວນ 57 ສະຫາຍ; ການກໍ່ສ້າງກົມກອງ ປອດໃສ, ປອດໄພ, ປອດຄະດີ ຈຳນວນ 42 ກົມກອງ: ປະເພດ 1 ມີ 37 ກົມກອງ, ປະເພດ II ມີ 05 ກົມກອງ; ຕີລາຄາແບ່ງປະເພດການເມືອງພາຍໃນ ແລະ ມອບໃບຢັ້ງຢືນເປັນກົມ ກອງປອດໃສ, ປອດໄພ, ປອດຄະດີ ປີ 2022 ຈໍານວນ 35 ກົມກອງ ປະເພດ 1 = 33 ກົມກອງ, ປະເພດ II = 02 ກົມກອງ, ປີ 2023 ປະເພດ 1 ມີ 1,035 ສະຫາຍ, ປະເພດ II ມີ 07 ສະຫາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ