
ສຳເລັດຂະບວນການແຂ່ງຂັນກິລາທົ່ວກົມ ວສ-ປສ ການທະຫານ
ເວລາອອກຂ່າວ: 2023-12-27 16:14:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2376 | ຄວາມນິຍົມ:
ພິທີປິດຂະບວນການແຂ່ງຂັນກິລາທົ່ວກົມວິທະຍາສາດ-ປະຫວັດສາດການທະຫານໄດ້ຈັດຂື້ນໃນວັນທີ 26 ທັນວາປີ 2023 ນີ້, ຢູ່ເດີ່ນກິລາບານສົ່ງຂອງກົມພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ, ມີບັນດາສະຫາຍຮອງຫົວໜ້າກົມ, ຫົວໜ້າຫ້ອງ, ຮອງຫ້ອງ 5 ຫ້ອງ ແລະ ພະແນກການອ້ອມຂ້າງຕະຫຼອດຮອດນັກກິລາພາຍໃນກົມເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ໄຊຍະເພັດ ພົມຜາສຸກ ຮອງຫົວໜ້າພະແນກການເມືອງໄດ້ສະຫຼຸບຂະບວນການແຂ່ງຂັນກິລາພາຍໃນກົມວ່າ ຂະບວນການໄດ້ມີພິທີເປີດນັບແຕ່ຕົ້ນເດືອນ ທັນວາ ຈົນຮອດປະຈຸບັນ, ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະວັນສໍາຄັນຕ່າງໆຂອງຊາດ ໃຫ້ມີຂະບວນການຟົດຟື້ນ.
ກິລາທີ່ນໍາມາແຂ່ງຂັນໃນຄັ້ງນີ້ປະກອບມີສາມປະເພດກິລາຄື: ກິລາບານສົ່ງ, ເປຕັງ ແລະ ກະຕໍ້ຫວາຍ ມີທີມປະສົມຍິງຊາຍ, ນັກກິລາເຂົ້າຮ່ວມທັງໝົດ 8 ທີມ ເພື່ອຄັດເລືອກເອົາທີມທີ່ມີຄະແນນທີ່ດີທີ່ສຸດຜົນການແຂ່ງຂັນຕົວຈິງເຫັນວ່າປະເພດບານສົ່ງທີ 1 ແມ່ນທີມບານສົ່ງຈາກຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທີ 2 ທີມຈາກພະແນກບໍລິຫານ ແລະ ທີ 3 ທີມຈາກຫ້ອງຂໍ້ມູນ-ຂ່າວສານ, ປະເພດກິລາເປຕັງທີ 1 ແມ່ນທີມຂອງຫ້ອງຍຸດທະສາດການທະຫານ, ທີ 2 ທີມເປຕັງຈາກພະແນກການເງິນ, ທີ 3 ທີມເປຕັງ ຈາກພະແນກການເມືອງ, ສ່ວນປະເພດກິລາກະຕໍ້ຫວາຍທີ 1 ແມ່ນທີມຈາກຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທີ 2 ທີມຈາກພະແນກບໍລິຫານ, ທີ 3 ທີມຈາກພະແນກການເມືອງ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານຍັງໄດ້ຂື້ນມອບລາງວັນໃຫ້ແຕ່ລະທີມຢ່າງສົມກຽດພ້ອມທັງກ່າວປິດຂະບວນການແຂ່ງຂັນກິລາຄັ້ງນີ້ຕື່ມອີກ.
ຂ່າວ ສອນໄຊ ສຸກສິງຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ