
ຜົນສຳເລັດຂອງກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023
ເວລາອອກຂ່າວ: 2023-12-28 14:21:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6719 | ຄວາມນິຍົມ:
ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ, ໄດ້ຖະແຫຼງຂ່າວຜົນສຳເລັດຂອງກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023 ໃນວັນທີ 27 ທັນວາ 2023 ນີ້, ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 26 ແລະ ອັດລົງໃນວັນທີ 27 ທັນວາ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ .
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ 3 ວາລະສຳຄັນດັ່ງນີ້: ວາລະທີ 1 ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານສະຫຼຸບການປະຕິບັດ ມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ແລະ ກຳນົດທິດທາງແຜນວຽກຈຸດສຸມຂອງລັດຖະບານ ປີ 2024 ໃນນັ້ນ, ກອງປະຊຸມໄດ້ເນັ້ນໜັກຕື່ມຕໍ່ວຽກງານຈຸດສຸມ ຂອງລັດຖະບານ ປີ 2024 ໃຫ້ສືບຕໍ່ສຸມໃສ່ຊີ້ນຳ-ບັນຊາການຈັດຕັ້ງປະຕິບັດບັນດາມາດຕະການທີ່ໄດ້ກຳນົດ ໃນມະຕິຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6, ຄັ້ງທີ 7 ສະໄໝທີ XI ແລະ ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ສຳເລັດຕາມແຜນທີ່ກຳນົດໄວ້ ໂດຍສະເພາະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ກໍຄືດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 381, ລົງວັນທີ 21 ທັນວາ 2023 ວ່າດ້ວຍການກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2024; ແຜນການແກ້ໄຂຜົນການກວດສອບ ແລະ ມະຕິຂອງລັດຖະບານ ສະບັບເລກທີ 17, ລົງວັນທີ 12 ທັນວາ 2023 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ສະບັບເລກທີ 5, ລົງວັນທີ 5 ກັນຍາ 2023. ພ້ອມກັນນັ້ນ, ໃຫ້ສືບຕໍ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃຫ້ປະສົບຜົນສຳເລັດ ແລະ ເປັນຮູບປະທຳຕາມແຜນທີ່ກຳນົດໄວ້ ໂດຍໃຫ້ເອົາໃຈໃສ່ຕໍ່ບັນດາວຽກງານຕົວຈິງໃນປີ 2024 ໃນດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ດ້ານວັດທະນະທຳ-ສັງຄົມ, ດ້ານວຽກງານຂົງເຂດການປົກຄອງ, ການບໍລິຫານລັດຍຸຕິທຳ, ແລະ ດ້ານວຽກງານຂົງເຂດວຽກງານການຕ່າງປະເທດ
ວາລະທີ 2: ກອງປະຊຸມໄດ້ປຶກສາຫາລືການແບ່ງຄວາມຮັບຜິດຊອບຕົວຈິງໃຫ້ທ້ອງຖິ່ນໃນວຽກງານຈຳນວນໜຶ່ງ ແລະ ໄດ້ເຫັນດີດ້ານຫຼັກການ ຮັບຮອງເອົາ: (1) ການມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນເປັນເຈົ້າການຕິດຕາມກວດກາ, ຊຸກຍູ້ ແລະ ຄຸ້ມຄອງໂຄງການລົງທຶນທີ່ສູນກາງອະນຸມັດ ໂດຍໃຫ້ເຮັດເປັນຂໍ້ຕົກລົງຂອງນາຍົກລັດຖະມົນຕີ ແບ່ງຂັ້ນຄຸ້ມຄອງໂຄງການລົງທຶນພາກເອກະຊົນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ພ້ອມທັງ ໃຫ້ມີບັນຊີໂຄງການຕົວຈິງມອບໃຫ້ແຕ່ລະແຂວງ ແລະ ມອບງົບປະມານໃຫ້ພ້ອມ; (2) ສໍາລັບການແບ່ງ ແລະ ມອບໂອນຫົວໜ່ວຍລາຍຮັບ ທີ່ເປັນພູດຂອງສູນກາງ ໃຫ້ທ້ອງຖິ່ນເປັນຜູ້ເກັບ ຜ່ານການທົດລອງເຫັນວ່າ ມີປະສິດທິຜົນດີ ຈຶ່ງເຫັນດີໃຫ້ສືບຕໍ່ຂະຫຍາຍໂດຍໃຫ້ກະຊວງການເງິນ ເຮັດເປັນບັນຊີຫົວໜ່ວຍລາຍຮັບມອບໃຫ້ແຕ່ລະແຂວງ ແລະ ແນະນຳວິທີປະຕິບັດໃຫ້ລະອຽດ.
ວາລະທີ 3: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ: (1) ການສະຫຼຸບວຽກງານແຂ່ງຂັນຍ້ອງຍໍ ລະດັບຊາດ ປີ 2023 ແລະ ສະເໜີທິດທາງ ແລະ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2024; (2) ລາຍງານຜົນການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ລະຫວ່າງ ນະຄອນຫຼວງວຽງຈັນ ກັບ ແຂວງ, ລະຫວ່າງແຂວງກັບແຂວງ ໃນທົ່ວປະເທດ; (3) ການສະເໜີໂຄງການແຂ່ງຂັນຮັກຊາດ ແລະ ພັດທະນາຂອງຕົນ ໃນປີ 2024 ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ. ກອງປະຊຸມ ໄດ້ມອບໃຫ້ກະຊວງພາຍໃນ ເກັບກຳເອົາຄຳຄິດເຫັນຂອງຂະແໜງການ ແລະ ທ້ອງຖິ່ນ ແລະ ຕີລາຄາຖອດຖອນບົດຮຽນການປະຕິບັດວຽກງານແຂ່ງຂັນຍ້ອງຍໍຜ່ານມາ, ໃນນັ້ນການຍ້ອງຍໍໃນຕໍ່ໜ້າແມ່ນໃຫ້ຖືກເປົ້າໝາຍ, ຖືກຕາມຜົນງານຕົວຈິງ, ຍ້ອງຍໍວຽກດີ, ຄົນເດັ່ນແທ້ໆ (ຫຼຸດຜ່ອນຮູບການ, ຫຼີກລ່ຽງການຈັດລະດັບການຍ້ອງຍໍຕາມຕຳແໜ່ງສູງລົງຫາຕ່ຳ) ແລະ ການຍ້ອງຍໍໃຫ້ທັນການ. ຄຽງຄູ່ກັນນີ້, ໃຫ້ກະຊວງພາຍໃນຄົ້ນຄວ້າອອກລະບຽບການກ່ຽວກັບກັບການຍ້ອງຍໍ ທີ່ເຫັນວ່າຍັງບໍ່ທັນຄົບຖ້ວນ ແລະ ປັບປຸງຕື່ມບາງນິຕິກຳທີ່ເຫັນວ່າບໍ່ຈະແຈ້ງ. ພ້ອມກັນນີ້, ກອງປະຊຸມ ຍັງເຫັນດີຮັບຮອງເອົາຂໍ້ແຂ່ງຂັນຍ້ອງຍໍຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໂດຍໃຫ້ອອກມະຕິຮັບຮອງເອົາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ສະຫຼຸບວຽກງານແຂ່ງຂັນຍ້ອງຍໍ ໃນປີ 2024 ໃຫ້ແທດກັບຕົວຈິງ.
ສຳລັບແກ້ໄຂຈຸດເຊື່ອມຕໍ່ລະຫວ່າງແຂວງທີ່ໄດ້ແກ່ຍາວມາດົນແລ້ວ, ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງພາຍໃນຮ່າງເປັນມະຕິຂອງລັດຖະບານ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ແກ່ບັນດາແຂວງ.
ວາລະທີ 4: ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ແຜນແມ່ບົດ “ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບປີ 2024-2028” ໂດຍໄດ້ເນັ້ນໜັກໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ຕິດພັນກັບໂຄງການຮ່ວມມື ລາວ-ຈີນ ໃນໄລຍະຜ່ານມາ ໃຫ້ໄດ້ຮັບຜົນດີ, ພ້ອມທັງ ສືບຕໍ່ຊຸກຍູ້ການພັດທະນາບັນດາໂຄງການຮ່ວມມື ລາວ-ຈີນ ໃຫ້ມີຄວາມຄືບໜ້າໄວ, ດຳເນີນຖືກຕ້ອງຕາມສັນຍາ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ບົນຈິດໃຈຍາດແຍ່ງເອົາການລົງທຶນ, ການສະໜັບສະໜູນຊ່ວຍເຫຼືອທາງດ້ານຕ່າງໆ ໃຫ້ຫຼາຍຂຶ້ນ. ພ້ອມນີ້, ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ໄຈ້ແຍກບັນດາໜ້າວຽກທີ່ກຳນົດໃນແຜນແມ່ບົດ ທີ່ຕິດພັນກັບຂົງເຂດຂອງຕົນ ໄປຈັດຕັ້ງຜັນຂະຫຍາຍ ເປັນແຜນການ, ແຜນງານ ແລະ ໂຄງການລະອຽດຕື່ມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຕົວຈິງຫຼາຍຂຶ້ນ. ສະເໜີໃຫ້ຄະນະພົວພັນຕ່າງປະເທດສູນກາງພັກເປັນໃຈກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ຕິດຕາມການຈັດຕັ້ງຜັນຂະຫຍາຍແຜນແມ່ບົດດັ່ງກ່າວ.
ໃນໂອກາດກ່າວປິດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດວຽກງານໃນຄວາມຮັບຜິດຊອບ ໃຫ້ສູງກວ່າເກົ່າແທ້ໆ ໂດຍຫັນເປັນແຜນປະຕິບັດງານລະອຽດ, ມີຄາດໝາຍຊັດເຈນ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນຢູ່ແຕ່ລະຂັ້ນໃນແຕ່ລະໄລຍະໃຫ້ຈະແຈ້ງ, ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງຂອງແຕ່ລະບ່ອນ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆ. ພ້ອມກັນນັ້ນ, ກໍໃຫ້ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງເຜີຍແຜ່ບັນດານິຕິກຳ ທີ່ໄດ້ເນັ້ນໜັກໃນກອງປະຊຸມຄັ້ງນີ້ ໃຫ້ເຂົ້າໃຈເປັນເອກະພາບ ແລະ ທົ່ວເຖິງ, ພ້ອມທັງ ຕິດຕາມ, ຊຸກຍູ້ ຂະແໜງການກ່ຽວຂ້ອງ ໂດຍສະເພາະ ກະຊວງທີ່ເປັນເຈົ້າການປະຕິບັດ ຕ້ອງໄດ້ມີການສົມທົບກົມກຽວ ກັບອົງການປົກຄອງທ້ອງຖິ່ນທີ່ຕິດພັນກັບໜ້າວຽກນັ້ນແຕ່ຫົວທີ ເພື່ອສາມາດແກ້ໄຂທັນສະພາບການ ໃນກໍລະນີມີບັນຫາຂໍ້ຫຍຸ້ງຍາກໃນການປະຕິບັດ; ຮຽກຮ້ອງອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ ສະມາຊິກພັກ-ພະນັກງານ ແລະ ສັງຄົມ ໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງສະພາບການຕົວຈິງ ແລະ ຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂບັນຫາເສດຖະກິດໃນແຕ່ລະໄລຍະ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ