
ສະພາປະຊາຊົນ ແຂວງຜົ້ງສາລີ ດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II
ເວລາອອກຂ່າວ: 2023-12-28 14:26:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5323 | ຄວາມນິຍົມ:
ໃນຕອນເຊົ້າຂອງວັນທີ 27 ທັນວາ 2023ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II ຂຶ້ນຢ່າງເປັນທາງການໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ ປະທານ ສະພາປະຊາຊົນແຂວງ, ມີທ່ານ ຄຳຜອຍ ວັນນະສານ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ພ້ອມດ້ວຍອະດີດພະນັກງານການນໍາແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຮັບເຊີນເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ທອງສີ ເສົາສຸລິພົມ ປະທານສະພາປະຊາຊົນ ແຂວງຜົ້ງສາລີ, ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມສະໄຫມສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນ ແລະ ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງບັນດາເນື້ອໃນທີ່ສໍາຄັນພື້ນຖານຂອງແຂວງ ເປັນຕົ້ນແມ່ນ: ບົດລາຍງານຂອງ ອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນ ງົບປະມານ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳ ປີ 2024 ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ຂອງອົງການກວດສອບປະຈຳພາກເໜືອ ແລະ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈຳປີ 2022 ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ຂອງອົງການກວດກາລັດແຂວງ, ບົດລາຍງານຜົນການຕິດຕາມກວດກາ ແລະ ແກ້ໄຂຕາມ ຜົນຂອງການກວດສອບ ປະຈຳປີ 2021 ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງ ປະຕິບັດວຽກງານ ປະຈຳປີ 2023 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2024 ບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ບົດລາຍງານຂອງສະພາປະຊາຊົນແຂວງ ຊຸດທີ II ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ນອກນັ້ນ: ຍັງຈະໄດ້ຮັບຟັງການຊີ້ແຈງ ຂອງສະມາຊິກອົງການປົກຄອງແຂວງ ແລະ ຂອງພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ຕໍ່ຄໍາຊັກຖາມຂອງຄະນະປະຈຳສະພາປະຊາຊົນແຂວງ ແລະ ຕໍ່ຄໍາເຈາະຈີ້ມຂອງບັນດາສະມາຊິກສະພາປະຊາຊົນແຂວງ.
ໂອກາດນີ້, ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ຈົ່ງໄດ້ນຳໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຢ່າງເລິກເຊິ່ງ,ປະກອບສ່ວນ ປະກອບຄຳເຫັນ ຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ ແລະ ຮັດກຸມບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາໃນປັດຈຸບັນ ພ້ອມທັງ ຊອກຫາວິທີການ, ມາດຕະການແກ້ໄຂບັນດາບັນຫາທີ່ຍັງເປັນຄວາມເປັນຫ່ວງເປັນໄຍຂອງສັງຄົມ, ເປັນບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມ ພວກເຮົາໃນປັດຈຸບັນ ເພື່ອສ້າງຄວາມເປັນເອກະພາບສູງກັບເນື້ອໃນທີ່ຈະນໍາມາພິຈາລະນາ, ຮັບຮອງເອົາໃນກອງປະຊຸມຄັ້ງນີ້ ເພື່ອໃຫ້ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງໄດ້ຢ່າງເປັນຮູບປະທໍາຢ່າງແທ້ຈິງ.
ໃນໄລຍະດຳເນີນກອງປະຊຸມ, ຄະນະເລຂາທິການ ສະພາປະຊາຊົນແຂວງ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບ ໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນທີ່ມີຕໍ່ການບໍລິຫານວຽກງານ ຂອງອົງການບໍລິຫານລັດ ໂດຍຜ່ານໂທລະສັບສາຍດ່ວນທີ່ ບໍ່ເສຍຄ່າ ໃນໂມງລັດຖະການ ຕາມໝາຍເລກ
ຂ່າວ-ພາບ: ທອງໄຊ ແສງອຸດົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ