ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ຫົວໜ້າພະແນກບໍລິການຄວາມບັນເທີງເຂົ້າອວຍພອນຄະນະພັກກອງບັນນາທິການໜັງສືພິມກອງທັບ
ເວລາອອກຂ່າວ: 2023-12-28 14:38:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5136 | ຄວາມນິຍົມ:



ວັນທີ 28 ທັນວາ 2023 ນີ້, ສະຫາຍ ນາງ ນຸລີນີ ສີພອນຄໍາ ຫົວໜ້າພະແນກບໍລິການຄວາມບັນເທີງ ສູນສະຕຣາມີເດຍ ບໍລິສັດສະຕຣາໂທລະຄົມ ( ຢູນິເທວ ) ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າມາອວຍພອນຄະນະພັກ-ຄະນະບັນຊາກອງບັນນາທິການໜັງສືພິມກອງທັບ ເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ( ພສ 2564 ປີໃໝ່ສາກົນ ) ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ຄໍາສາວ ແກ້ວວິເສດ ຫົວໜ້າກອງນນາທິການໜັງສືພິມກອງທັບພ້ອມຄະນະ. ສະຫາຍ ນາງ ນຸລີນີ ສີພອນຄໍາ ໄດ້ກ່າວອວຍພອນມາຍັງຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ທຸກສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ສືບຕໍ່ເຮັດສໍາເລັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ດ້ວຍໝາກຜົນສູງ. ໂອກາດດັ່ງກ່າວ, ສະຫາຍ ຫົວໜ້າກອງບັນນາທິການໜັງສືພິມກອງທັບ ໄດ້ກ່າວສະແດງຄວາມຂອບໃຈມາຍັງສະຫາຍ ນາງ ນຸລີນີ ສີພອນຄໍາ ພ້ອມຄະນະ ທີ່ໄດ້ນໍາເອົາກະຕ່າຂອງຂວັນມາມອບໃຫ້ໃນຄັ້ງນີ້ ພ້ອມທັງກ່າວອວຍພອນໄຊໃຫ້ສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ປະສົບຜົນສຳເລັດໃນທຸກໜ້າທີ່ວຽກງານຂອງຕົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ