ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊສະຫຼຸບວຽກງານເຕັກນິກປະຈໍາປີ 2023
ເວລາອອກຂ່າວ: 2023-12-28 14:41:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5697 | ຄວາມນິຍົມ:



ຕອນເຊົ້າວັນທີ 27 ທັນວາ 2023 ນີ້ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານເຕັກນິກປະຈໍາປີ 2023 ແລະ ວາງທິດທາງແຜນການປະຈໍາປີ 2024 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ,ມີສະຫາຍ ພັນໂທ ຄຳສອນ ວິລະກຳ ຫົວໜ້າຫ້ອງເຕັກນິກ ພ້ອມຄະນະ,ມີຄະນະພັກ-ຄະນະບັນຊາ ຫ້ອງການ,ກອງພັນ ແລະ ພະນັກງານ-ນັກຮົບ ວິຊາສະເພາະ ທົ່ວຫ້ອງເຕັກນິກ ເຂົ້າຮ່ວມຢູ່ສະໂມສອນໂຮງຮຽນ. ສະຫາຍ ພັນໂທ ຄູນເພັງ ອຸ່ນທະສິນ ຮອງຫ້ອງເຕັກນິກ ໄດ້ຂຶ້ນສະຫຼຸບຕີລາຄາຄືນຕະຫຼອດໄລຍະ 1 ປີຜ່ານມາ ສະຫາຍໄດ້ຍົກໃຫ້ເຫັນຂໍ້ສະດວກຂໍ້,ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ໂດຍຈັດຕັ້ງປະຕິບັດວຽກງານປີ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຈັດຕັ້ງປະຈໍາການຢ່າງເປັນລະບົບຄົບຊຸດເປັນປົກະຕິ ແລະ ເອົາໃຈໃສ່ ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກໃນໄລຍະໃໝ່ເອົາໃຈໃສ່ຕິດຕາມຄຸ້ມຄອງ, ກວດກາການນຳໃຊ້ພາຫະນະ, ສ້ອມແປງອາວຸດ-ລູກກະສູນ, ບົວລະບັດຜັດເຊັດ ຖືກຕ້ອງຕາມລະບຽບການ, ເພື່ອຮັບປະກັນໃຫ້ແກ່ການເຝຶກແອບຮ່ຳຮຽນໃຫ້ມີປະສິດທິພາບສູງ, ໃນນີ້ ພາຫະນະ, ອາວຸດລູກກະສຸນ ກຽມພ້ອມໃນການປະຕິບັດໜ້າທີ່ຮັບປະກັນໄດ້ 90%, ກອງປະຊຸມໄດ້ຜ່ານທິດທາງແຜນການໃນຕໍ່ໜ້າ ແລະ ພ້ອມກັນປະກອບຄໍາເຫັນຢ່າງມີຈຸດສຸມເພື່ອແລກປ່ຽນຂໍ້ຄິດເຫັນ ເພື່ອປັບປຸງໃຫ້ວຽກງານເຕັກນິກ ໃຫ້ມີຄວາມຮັບປະກັນໄດ້ 100%. ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ປະທານກອງປະຊຸມຍັງໄດ້ມີຄຳເຫັນໂອ້ລົມສະຫາຍໄດ້ເນັ້ນໜັກໃຫ້ ຄະນະບັນຊາ,ພະນັກງານ-ນັກ ຮົບວິຊາສະເພາະ ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະຂອງຕົນໃນການນຳໃຊ້ການຄຸ້ມຄອງ,ປົກປັກຮັກສາ ພາຫະນະ,ອາວຸດ-ລູກກະສູນ ໃຫ້ຖືກຕ້ອງກັບຂໍ້ກຳນົດ,ຖືກກັບເຕັກນິກ,ວິທະຍາສາດ ແລະ ປົກປັກຮັກສາ,ຮັບປະກັນຄຸນຄ່າກັບການໃຊ້ງານໃຫ້ໄດ້ຍາວນານ,ປັບປຸງແບບແຜນວິທີເຮັດໃຫ້ສອດຄ່ອງ,ໃຫ້ດີຂື້ນເທື່ອລະກ້າວ,ປະຕິບັດລະບອບ,ລະບຽບ,ຂໍ້ກຳນົດ ແລະ ມະຕິຄຳສັ່ງ ຂອງຜູ້ບັນຊາຢ່າງເຂັ້ມງວດ. ພ້ອມກັນ ນໍາເອົາເນື້ອໃນແຜນການໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ຂາ່ວໃຫ້ຮູ້ຕື່ມອີກວາ່:ຕອນບ່າຍວັນທີ 27 ທັນວາ 2023 ນີ້ ໂຮງຮຽນກໍ່ສ້າງນາບສິບເລກ 2 ວຽງໄຊ ປະກາດມອບໂອນພະແນກການເງິນຂື້ນກັບຫ້ອງພະລາທິການ ແລະ ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ,ຄະນະໜ່ວຍພັກ. ໂດຍການເຂົ້າຮວ່ມເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ,ມີຄະນະພັກ-ຄະນະບັນຊາ ຫ້ອງການ ກອງພັນ,ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາສະເພາະການເງິນ ເຂົ້າຮວ່ມ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ