ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 23 ພຶດສະພາ 2025

  

ປິດຊຸດອົບຮົມ-ຫັດແອບສ້າງບ້ານປອມໝັ້ນກຸ່ມບ້ານສູ້ຮົບຕິດລຽນຢູ່ກຸ່ມບ້ານຈອມອອງ ເມືອງໄຊ ແຂວງອຸດົມໄຊ
ເວລາອອກຂ່າວ: 2024-01-02 16:06:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2434 | ຄວາມນິຍົມ:



ພິທີປິດຊຸດອົບຮົມ-ຫັດແອບສ້າງບ້ານປ້ອມໝັ້ນ ກຸ່ມບ້ານສູ້ຮົບຕິດລຽນ ຢູ່ກຸ່ມບ້ານຈອມອອງ ເມືອງໄຊ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ທັນວາ 2023, ຢູ່ທີ່ເດີ່ນໂຮງຮຽນຂອງບ້ານ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄໍາເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ສົມຈັນ ເທບພາລີ ຮອງເລຂາພັກເມືອງ ປະທານກວດກາ ສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງໄຊ, ມີສະຫາຍ ພັນໂທ ສອນວິໄລ ຕຸລາທອງ ຮອງເລຂາພັກ ຮອງກອງບັນຊາການ ປກສ ແຂວງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ 2 ກອງບັນຊາການທະຫານ-ຕໍາຫຼວດ, ອຳນາດການປົກຄອງບ້ານ 5 ບ້ານ, ເຖົ່າແກ້ແນວໂຮມ, ສອງອົງການຈັດຕັ້ງມະຫາຊົນ, ຄູອາຈານ, ກຳລັງກອງຫຼອນ, ແຂກຖືກເຊີນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ. ໃນພິທີ, ສະຫາຍ ພັນໂທ ຄໍາຜາຍ ໄຊປັນຍາ ຮອງຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຂຶ້ນຜ່ານບົດສະຫຼຸບ, ພ້ອມທັງຕີລາຄາຄືນການຈັດຕັ້ງປະຕິບັດສ້າງບ້ານປ້ອມໝັ້ນກຸ່ມບ້ານສູ້ຮົບຕິດລຽນໃນໄລຍະ 15 ວັນຜ່ານມາ, ເຊິ່ງກຸ່ມບ້ານຈອມອອງ ມີເນື້ອທີ່ທັງໝົດ 20,625 ເຮັກຕາ, ມີປະຊາກອນທັງໝົດ 4,085 ຄົນ, ຍິງ 1,948 ຄົນ, ມີ 747 ຫຼັງຄາເຮືອນ, ມີ 1,022 ຄອບຄົວ, ມີ 1 ໜ່ວຍຄະນະພັກຮາກຖານກຸ່ມບ້ານ, ປະກອບມີ 8 ໜ່ວຍພັກທີ່ຂື້ນກັບ, ມີສະມາຊິກພັກທັງໝົດ 97 ສະຫາຍ, ຍິງ 12 ສະຫາຍ ແລະ ມີ 1 ກອງຮ້ອຍກອງຫຼອນ, ມີ 3 ໝວດ, 9 ໝູ່ ແລະ 1 ກອງຮ້ອຍປ້ອງກັນຕົວ, ມີຈໍານວນພົນທັງໝົດ 167 ສະຫາຍ, ຜ່ານການອົບຮົມ-ຫັດແອບສ້າງບ້ານປ້ອມໝັ້ນກຸ່ມບ້ານສູ້ຮົບຕິດລຽນ ພາກການເມືອງຂັ້ນເກັ່ງ 34 ສະຫາຍ, ກາງ 68 ສະຫາຍ, ຄາດໝາຍໄດ້ 40 ສະຫາຍ, ພາກການທະຫານຂັ້ນເກັ່ງ 39 ສະຫາຍ, ກາງ 75 ສະຫາຍ, ຄາດໝາຍ 28 ສະຫາຍ. ສະເລ່ຍຜົນໄດ້ຮັບແມ່ນ 82 %. ຫຼັງຈາກນັ້ນກໍ່ໄດ້ມອບໃບຍ້ອງຍໍໃຫ້ບຸກຄົນ ແລະ ລວມໝູ່ຈຳນວນ 56 ໃບ. ໂອກາດດຽວກັນນີ້ໄດ້ມອບໃບຢັ້ງຢືນຄອບຄົວປອດຢາເສບຕິດຈໍານວນ 546 ຄອບຄົວ ແລະ ມອບໃບຢັ້ງຢືນຄອບຄົວປ້ອງກັນຄວາມສະຫງົບດີຈຳນວນ 618 ຄອບຄົວຕື່ມອີກ. ໃນຕອນທ້າຍໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົນຈັດຕະວາ ຄໍາເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະຮັບຜິດຊອບ ແລະ ພໍ່ແມ່ປະຊາຊົນຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ກຳລັງກອງຫຼອນ-ປ້ອງກັນບ້ານ ແລະ ປະຊາຊົນບັນດາເຜົ່າ, ຕ້ອງກໍາແໜ້ນທິດສະດີຫຼັກການ, ບັນດາເນື້ອໃນເພື່ອເປັນພື້ນຖານໃນການຊີ້ນຳ-ນໍາພາໃຫ້ແທດເໝາະກັບສະພາບຕົວຈິງຂອງທ້ອງຖິ່ນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ເພີ່ມທະວີຄວາມສາມັກຄີອັນດີງາມໃຫ້ເປັນປຶກແຜ່ນແໜ້ນໜາ, ປຸກລະດົມປະຊາຊົນບັນດາເຜົ່າໃຫ້ເຊື່ອມຊຶມຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ເດັດດ່ຽວຕອບຕ້ານທຸກກົນອຸບາຍຍຸດທະສາດຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ປະຕິບັດຕາມແນວທາງຂອງພັກ-ກົດໝາຍຂອງລັດ, ມີຄວາມຫ້າວຫັນຕໍ່ໜ້າທີ່ຮັບປະກັນວຽກງານ ປກຊ-ປກສ ຢູ່ຂັ້ນພື້ນຖານເຄື່ອນໄຫວຕໍ່ເນື່ອງ, ເຮັດໃຫ້ພື້ນຖານມີຄວາມສະຫງົບປອດໄພ 100 %.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ