
ຮອງຫົວໜ້າກົມການເມືອງວິທະຍາຄານປ້ອງກັນຊາດ ສສ ຫວຽດນາມຢ້ຽມຢາມກອງພົນທີ1
ເວລາອອກຂ່າວ: 2024-01-02 16:10:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1964 | ຄວາມນິຍົມ:
ໃນທ້າຍເດືອນທັນວາ 2023 ນີ້, ສະຫາຍ ພັນເອກ ຟາມວັນຕ່ວນ ຮອງຫົວໜ້າກົມການເມືອງ ວິທະຍາຄານປ້ອງກັນຊາດ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ກອງພົນທີ 1 ເຊິ່ງໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ1 ຕາງໜ້າຄະນະພັກ-ຄະນະບັນຊາ 5 ຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານກອງພົນທີ 1 ໄດ້ລາຍງານຫຍໍ້ສະພາບການເປັນມາຂອງກົມກອງ, ພາລະບົດບາດ, ສິດ ແລະ ໜ້າທີ່ ກອງພົນທີ1 ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 12 ກຸມພາ 1985 ເປັນກົມກອງໜຶ່ງທີ່ມີຄວາມສຳຄັນໃຫຍ່ຫຼວງໃນການປົກປັກຮັກສາປະເທດຊາດ, ເຂດນ້ຳແດນດິນ ເປັນກຳລັງທີ່ເຂັ້ມແຂງ ມີມູນເຊື້ອອັນພິລະອາດຫານ ຂອງບັນດານັກຮົບປະຕິວັດ, ມີນ້ຳໃຈເສຍສະຫຼະອັນສູງສົ່ງໄດ້ເປັນກຳລັງເຄື່ອນທີ່ໃຫ້ກະຊວງປ້ອງກັນປະເທດໃນເມື່ອມີຄວາມຕ້ອງການ, ປະສານນຳກົມກອງເພື່ອເຮັດໜ້າທີ່ປົກປັກຮັກສານະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂດໃຈກາງຂອງປະເທດ, ເພື່ອແກ້ໄຂຄວາມບໍ່ສະຫງົບ, ຕ້ານ ແລະ ສະກັດກັ້ນການຫຍໍ້ທໍ້ໃນສັງຄົມຈັດຕັ້ງກຳລັງລົງກໍ່ສ້າງຮາກຖານ 2 ແຂວງຄື: ແຂວງວຽງຈັນ, ແຂວງໄຊສົມບູນເຮັດໃຫ້ພື້ນທີ່ມີຄວາມສະຫງົບ ແລະ ປອດໄພ ໃຫ້ສັງຄົມມີຄວາມຢູ່ເຢັນເປັນສຸກ ໄປພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ມີແບບແຜນທີ່ທັນສະໄໝ ສຸ່ມໃສ່ຈັດຕັ້ງພະນັກງານ-ນັກຮົບຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກົມກອງໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ສາມາດຍາດໄດ້ຜົນງານ ແລະ ຜົນສຳເລັດຫຼາຍດ້ານທີ່ເປັນພື້ນຖານ. ນອກນີ້, ກອງພົນຍັງຖືສຳຄັນກັບວຽກງານຮ່ວມມືກັບຕ່າງປະເທດ ໂດຍສະເພາະແມ່ນກອງທັບປະຊາຊົນຫວຽດນາມອັນພົ້ນເດັ່ນແມ່ນໄດ້ມີການແຮກສ່ຽວກັບກອງພົນ 324 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໃນໄລຍະຜ່ານມາ ໄດ້ຮັບການຊ່ວຍເຫຼືອຈາກກອງທັບປະຊາຊົນຫວຽດນາມ ໃນຫຼາຍໆດ້ານຄື: ສູນບັນຊາກອງພົນ, ໂຮງສີເຂົ້າທັນສະໄໝຂອງກອງພົນ.
ສະຫາຍ ພັນເອກ ຟາມວັນຕ່ວນ ຮອງຫົວໜ້າກົມການເມືອງ ວິທະຍາຄານປ້ອງກັນຊາດ ສສ ຫວຽດນາມ ກໍໄດ້ກ່າວສະແດງຄວາມພາກພູມໃຈທີ່ໄດ້ມາຢ້ຽມຢາມ ແລະ ການຕ້ອນຮັບອັນອົບອຸ່ນຂອງບັນດາຄະນະພັກ-ຄະນະບັນຊາກອງພົນ ພ້ອມທັງຍ້ອງຍໍຊົມເຊີຍ ກອງພົນທີ1 ໃນການເຄື່ອໄຫວປະຕິບັດໜ້າທີ່ ຕາມພາລະບົດບາດຂອງກົມກອງ ພ້ອມທັງກ່າວສະແດງເຖິງໄມຕີຈິດມິດຕະພາບ ທີ່ສອງຊາດ, ສອງພັກ-ລັດ, ສອງກອງທັບລາວ-ຫວຽດນາມ ຫວຽດນາມ-ລາວ ແມ່ນເພື່ອນມິດຍຸດທະສາດຮ່ວມອຸດົມການດຽວກັນມາແຕ່ດຶກດຳບັນ, ນ້ຳໃຈມິດຕະພາບ, ການຮ່ວມມື ລະຫວ່າງລາວ-ຫວຽດນາມ ມີທັງຄວາມເປັນສະຫາຍ, ຄວາມເປັນອ້າຍນ້ອງ, ຄວາມເປັນມິດທີ່ໃກ້ຊິດ ແລະ ມີຄວາມສາມັກຄີທີແໜ້ນແຟ້ນ, ໝັ້ນຄົງທະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດໄປ.
ຂຽນໂດຍ: ຄໍາພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ