ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ພຶດສະພາ 2025

  

ວິທະຍາໄລວິທະຍາສາດສຸຂະພາບ ຈຳປາສັກ ຮັບຟັງປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ເວລາອອກຂ່າວ: 2024-01-02 16:11:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2240 | ຄວາມນິຍົມ:



ໃນທ້າຍເດືອນທັນວາ 2023 ນີ້, ວິທະຍາໄລວິທະຍາສາດສຸຂະພາບຈຳປາສັກ ໄດ້ຈັດຕັ້ງຮັບຟັງປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949 – 20 ມັງກອນ 2024) ໂດຍການເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຄະນະປະຈໍາພັກແຂວງ ຮອງປະທານ ຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີ ສະຫາຍ ດຣ ບຸນຄໍ້າ ເພັດທານີ ຜູ້ອຳນວຍການວິທະຍາໄລວິທະຍາສາດສຸຂະພາບຈຳປາສັກ, ມີຕາງໜ້າຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ຫ້ອງການຄະນະກຳມະການ ປກຊ-ປກສ ແຂວງ, ມີຄະນະອຳນວຍການ,ຫົວໜ້າຂະແໜງ-ຮອງຂະ ແໜງ, ຫົວໜ້າໜ່ວຍງານ-ຮອງໜວ່ຍງານ ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາ ໃນວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ ເຂົ້າຮ່ວມຮັບຟັງທັງໝົດ 176 ຄົນ,ຍິງ 129 ຄົນ. ໂອກາດນີ້, ສະຫາຍ ດຣ ບຸນຄໍ້າ ເພັດທານີ ຜູ້ອໍານວຍການວິທະຍາໄລ ວິທະຍາສາດສຸຂະພາບ ຈໍາປາສັກ ກໍ່ໄດ້ລາຍງານສະພາບ, ຈຸດພິເສດ, ຂອບເຂດທີ່ຕັ້ງຂອງວິທະຍາໄລໃຫ້ຮັບຊາບໂດຍຫຍໍ້. ຈາກນັ້ນ, ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ກໍ່ໄດ້ເລົ່າຄືນເຖິງມູນເຊື້ອການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ໃນຕະຫຼອດໄລຍະ 75 ປີ ຜ່ານມາ ເຊິ່ງກອງທັບປະຊາຊົນລາວ ມີທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດກ້າຫານ, ສູ້ຮົບທົນທານໜຽວແໜ້ນ, ກ້າແກ່ນ ຕໍ່ສູ້ບໍ່ຍອມຈຳນົນໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດຕ່າງດ້າວຜູ້ຮຸກຮານ ທັງແບບເກົ່າ ແລະ ແບບໃໝ່. ເພື່ອຄວາມເປັນເອກະລາດ, ອິດສະຫຼະພາບ ແລະ ນໍາເອົາຄວາມສົມບູນພູນສຸກມາໃຫ້ປະຊາຊົນລາວບັນດາເຜົ່າ ກອງທັບປະຊາຊົນລາວໄດ້ປະຕິບັດໜ້າທີ່ ພາຍໃຕ້ການນຳພາຂອງພັກອັນສະຫຼາດສ່ອງໃສ ໃນການປົກປັກຮັກສາປະເທດຊາດ, ເຄື່ອນໄຫວປັບປຸງກໍ່ສ້າງກອງທັບໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ, ຍິ່ງສູ້ຮົບກໍ່ຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງຕີກໍ່ຍິ່ງໄດ້ຮັບໄຊຊະນະ ຈົນສາມາດປົດປ່ອຍປະເທດຊາດອອກຈາກແອກປົກຄອງ ຂອງພວກລ່າເມືອງຂຶ້ນ ໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 02 ທັນວາ 1975. ສະເພາະກຳລັງທ້ອງຖິ່ນ ແລະ ປະຊາຊົນຊາວແຂວງຈຳປາສັກ ກໍໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດການຕໍ່ສູ້ກູ້ຊາດ ຈົນໄດ້ຮັບການຍ້ອງຍໍຕ່າງໆຈາກພັກ ແລະ ລັດຖະບານ ໃນນັ້ນໄດ້ຮັບນາມມະຍົດກົມກອງວິລະຊົນ, ບ້ານວິລະຊົນ, ບຸກຄົນວິລະຊົນ ແລະ ໄດ້ຮັບການຍ້ອງຍໍ ປະເພດຕ່າງໆ ອີກຈຳນວນໜຶ່ງ. ຈາກຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນ ກອງທັບປະຊາຊົນລາວ ກໍ່ໄດ້ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄປພ້ອມໆກັບການປັບປຸງກໍ່ສ້າງກົມກອງ, ກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງຮອບດ້ານ ແລະ ສ້າງກອງທັບໃຫ້ກາຍເປັນກອງທັບທີ່ມີແບບແຜນທັນສະໄໝ. ເພື່ອຢັ້ງຢືນເຖິງຜົນງານອັນໃຫຍ່ຫຼວງທີ່ກອງທັບເຮົາຍາດມາໄດ້ຕະຫຼອດໄລຍະ 75 ປີຜ່ານມາ ພັກ ແລະ ລັດຖະບານໄດ້ຕົກລົງມອບຫຼຽນໄຊຄໍາ ແຫ່ງຊາດ ເຊິ່ງເປັນຫຼຽນສູງສຸດຂອງຊາດລາວໃຫ້ແກ່ກອງທັບປະຊາຊົນລາວ, ພ້ອມທັງໄດ້ມອບນາມມະຍົດໃຫ້ແກ່ ກອງພັນວິລະຊົນ, ກອງຮ້ອຍວິລະຊົນ, ວິລະຊົນແຫ່ງຊາດ ແລະ ນັກຮົບແຂ່ງຂັນ. ການປາຖະກະຖາຄັ້ງນີ້ ກໍເພື່ອເຮັດໃຫ້ ຄະນະອໍານວຍການ,ພະແນກການ-ຂະແໜງການ ຕະຫຼອດຮອດ ພະນັກງານຄູ-ອາຈານ, ຊາວໜຸ່ມ, ນັກຮຽນ-ນັກສຶກສາ ໃນທົ່ວວິທະຍາໄລ ວິທະຍາສາດສຸຂະພາບ ຈຳປາສັກ ໄດ້ຮັບຮູ້ເຂົ້າໃຈ ແລະ ເຊື່ອມຊຶມເຖິງທາດແທ້ ມູນເຊື້ອຂອງການຕໍ່ສູ້ບໍ່ຍອມຈໍານົນຂອງກອງທັບປະຊາຊົນລາວ ທີ່ຍາດມາໄດ້ໃນຕະຫຼອດໄລຍະ 75 ປີ ຜ່ານມາ ແລະ ພ້ອມກັນເສີມຂະຫຍາຍ ມູນເຊື້ອອັນສະຫງ່າງາມຂອງກອງທັບທີ່ໄດ້ສ້າງໄວ້ ເພື່ອນໍາໄປເປັນບົດຮຽນໃນການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໄວ້ໃຫ້ໝັ້ນຄົງຕະຫຼອດໄປ. ໃນຕອນທ້າຍພິທີ, ສະຫາຍ ດຣ ບຸນຄໍ້າ ເພັດທານີ ຜູ້ອໍານວຍການວິທະຍາໄລ ວິທະຍາສາດສຸຂະພາບ ຈໍາປາສັກ ກໍ່ໄດ້ຕາງໜ້າໃຫ້ຄະນະ, ຄູ-ອາຈານ ແລະ ນັກສຶກສາ ກ່າວມອບກະຕ່າຂອງຂວັນ ພ້ອມທັງອວຍພອນໄຊອັນປະເສີດແດ່ ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ພ້ອມດ້ວຍຄະນະຕິດຕາມ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ ແລະ ເຮັດສຳເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ຂ່າວ-ພາບ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ