ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ໃນແຕ່ລະປີຍັງມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 40 ຄົນຕໍ່ປີ
ເວລາອອກຂ່າວ: 2024-01-03 09:39:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1506 | ຄວາມນິຍົມ:



ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄດ້ກ່າວໃນບັ້ນເຂົ້າຮ່ວມພິທີເປີດການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກຢູ່ທີ່ເມືອງກາສີ ແຂວງວຽງຈັນໂດຍສະຫາຍໄດ້ກ່າວບາງຕອນວ່າ:”ໃນລະຫວ່າງປີ 1964-1973 ສະໄໝສົງຄາມ, ຖ້ຽວບິນຂອງອາເມຣິກາໄດ້ຂົນລະເບີດຖິ້ມໃສ່ແຜ່ນດິນປະເທດລາວ 580.000 ຖ້ຽວ ບັນຈຸລູກລະເບີດເກືອບ 3 ລ້ານໂຕນ ແລະ ຄາດຄະເນວ່າມີລະເບີດລູກຫວ່ານຢູ່ 270 ລ້ານໜ່ວຍເຊິ່ງປະກອບມີຫຼາຍຊະນິດ. ໃນນັ້ນ, ຍັງມີລູກລະເບີດ 30% ບໍ່ທັນແຕກ ແລະ ຢັ່ງຢາຍຢູ່ຕາມພື້ນທີ່ຕ່າງໆໃນຂອບເຂດທົ່ວປະເທດ. ພາຍຫຼັງສົງຄາມໄດ້ສິ້ນສຸດລົງ ໄດ້ມີຜູ້ຮັບບາດເຈັບ ແລະ ເສຍຊີວິດຫຼາຍກວ່າ 50,000 ຄົນ ແລະ ຫຼາຍໆຄົນກໍ່ກາຍເປັນຄົນພິການຢ່າງຖາວອນ, ສະເລ່ຍແລ້ວມາຮອດປັດຈຸບັນ, ໃນແຕ່ລະປີຍັງມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 40 ຄົນຕໍ່ປີ. ລູກລະເບີດ 30% ບໍ່ທັນແຕກ ໃນນັ້ນ, ມີລະເບີດລູກຫວ່ານປະມານ 80 ລ້ານໜ່ວຍ ເຊິ່ງແຂວງທີ່ມີລູກລະເບີດຫຼາຍກວ່າໝູ່ແມ່ນຊຽງແຂວງ ແລະ ສະຫວັນນະເຂດ, ສາລະວັນ ຕາມລໍາດັບ. ນອກນັ້ນ, ບາງເຂດບໍ່ມີຂໍ້ມູນການຖິ້ມລະເບີດ, ແຕ່ພັດພົບເຫັນ ແລະ ເກີດເຫດລະເບີດແຕກ ຍ້ອນເຫັນໄດ້ໄພອັນຕະລາຍຈາກລູກລະເບີດບໍ່ທັນແຕກ, ພັກ ແລະ ລັດຖະບານໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຊີ້ນໍາກອງກວດກູ້ລະເບີດເພື່ອມະນຸດສະທໍາ 58 ຮ່ວມມືກັບອົງການສາກົນ ເວົ້າລວມ. ເວົ້າສະເພາະ, ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ກໍານົດເອົາຂົງເຂດກະສິກໍາເປັນເຂດບູລິມະສິດ ເຊັ່່ນຢູ່ເມືອງຄໍາເກີດຂອງແຂວງບໍລິຄໍາໄຊ ແລະ ບາງພື້ນທີ່ຂອງແຂວງວຽງຈັນເພື່ອບໍ່ໃຫ້ຊາວກະສິກອນທີ່ດໍາເນີນອາຊີບການຜະລິດກະສິກໍາຕ້ອງເປັນຜູ້ຖືກເຄາະຮ້າຍ.” ໂອກາດນີ້, ສະຫາຍຮອງລັດຖະມົນຕີ ໄດ້ສະແດງຄວາມຮູ້ສຶກເສຍໃຈ ແລະ ບໍ່ເພິ່ງພໍໃຈຕໍ່ຜົນຮ້າຍຈາກລູກລະເບີດທີ່ຕົກຄ້າງເປັນຈໍານວນຫຼວງຫຼາຍເຮັດໃຫ້ພື້ນທີ່ບໍ່ມີຄວາມປອດໄພ, ປະຊາຊົນບໍລິສຸດ ແລະ ຜູ້ເປັນເສົາຫຼັກຂອງຄອບຄົວ ຫຼື ຜູ້ທີ່ຮັກຊາດທີ່ດໍາລົງຊີວິດດ້ວຍຄວາມຍຸຕິທໍາຕ້ອງເປັນຜູ້ຖືກເຄາະຮ້າຍ. ແນວໃດກໍຕາມອ້າຍນ້ອງທະຫານສູ້ຊົນເກັບກູ້ລະເບີດເພື່ອໃຫ້ແຜ່ນດິນລາວປອດໄພຈາກລະເບີດຕົກຄ້າງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ