
ປິດຂະບວນການແຂ່ງກິລາມວນຊົນຂອງກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2024-01-03 13:58:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1672 | ຄວາມນິຍົມ:
ຂະບວນການແຂ່ງຂັນກິລາມວນຊົນຊິງຂັນຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ຈັດຂຶ້ນໃນວັນທີ 25 ທັນວາ 2023 ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ, ພາຍຫຼັງທີ່ໄດ້ດໍາເນີນການແຂ່ງຂັນກັນມາເປັນເວລາ 5 ວັນເຕັມດ້ວຍບັນຍາກາດອັນຟົດຟື້ນ ແລະ ມາຮອດວັນທີ 29 ທັນວາ 2023 ໄດ້ປິດລົງຢ່າງຈົບງາມ, ໂດຍເປັນກຽດເຂົ້າຮ່ວມເປັນປະທານກ່າວປິດຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະນໍາກົມໃຫຍ່ພະລາທິການ, ຄະນະນໍາ 8 ກົມ, 3 ຫ້ອງການ, ກົມກອງອ້ອມຂ້າງທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບເຂົ້າຮ່ວມ.
ການແຂ່ງຂັນກິລາຊິງຂັນຫົວໜ້າກົມໃຫຍ່ພະລາທິການກອງທັບ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບຄົບຮອບ75 ປີ ຄືວັນທີ 20/1/1949 - 20/1/2024, ລວມມີ 2 ປະເພດກິລາຄື: ກິລາບານເຕະ ແລະ ກິລາເປຕັງຍິງ, ເປຕັງຊາຍ, ການແຂ່ງຂັນແມ່ນໄດ້ອອກແບ່ງເປັນສາຍ, ກິລາບານເຕະເຊິ່ງລວມມີທັງໝົດ: 8 ທີມ, ແບ່ງເປັນ 2 ສາຍ, ກິລາເປຕັງຊາຍ, ລວມມີ 30 ທີມ, ແບ່ງເປັນ 8 ສາຍ ແລະ ກິລາເປຕັງຍິງລວມ ມີ 27 ທີມ, ແບ່ງເປັນ 8 ສາຍ, ສະຫຼຸບຜົນການແຂ່ງຂັນ ທີມນັກກິລາທີ່ສາມາດຍາດໄດ້ລາງວັນບານເຕະຊະນະເລີດທີ 1 ໄດ້ແກ່: ກົມການເງິນກົມໃຫຍ່ພະລາທິການ, ຮອງຊະນະເລີດ ທີ 2 ໄດ້ແກ່: ກົມກໍ່ສ້າງ-ຄຸ້ມຄອງຊັບສິນ ແລະ ທີ 3 ໄດ້ແກ່ : ຫ້ອງການບໍລິຫານກົມໃຫຍ່ພະລາທິການກອງທັບ, ກິລາເປຕັງຊາຍ, ທີມຊະນະເລີດທີ 1 ໄດ້ແກ່: ກົມເສນາພະລາກົມໃຫຍ່ພະລາທິການ, ຮອງຊະນະເລີດ ທີ 2 ໄດ້ແກ່: ຫ້ອງການບໍລິຫານ ແລະ ທີ 3 ໄດ້ທີມນັກກິລາ ກອງສາງຢາ ແລະ ອຸປະກອນການແພດກອງທັບ, ສ່ວນກິລາເປຕັງຍິງ ທີມນັກກິລາຊະນະເລີດທີ 1 ໄດ້ແກ່: ໂຮງງານຜະລິດເຂົ້າແຫ້ງກອງທັບ, ຮອງຊະນະເລີດທີ 2 ໄດ້ແກ່: ໂຮງໝໍສູນກາງ 103 ແລະ ທີ 3 ໄດ້ແກ່: ກອງສາງຢາ ແລະ ອຸປະກອນການແພດກອງທັບ ແລະ ນັກກິລາບານເຕະດີເດັ່ນຕະຫຼອດໄລຍະຂອງການແຂ່ງທີ່ສາມາດຍິງປະຕູໄດ້ຫຼາຍທີ່ສຸດລວມທັງໝົດ: 16 ປະຕູ ຄື: ພົນຈັດຕະວາ ສົມໃຈ ຄໍາມະນີ ຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນກົມໃຫຍ່ພະລາທິການກອງທັບ.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ