ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ຮອງປະທານສະພາແຫ່ງຊາດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພັນໃຫຍ່ 605
ເວລາອອກຂ່າວ: 2024-01-03 14:02:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1777 | ຄວາມນິຍົມ:



ໃນວັນທີ 28 ທັນວາ 2023 ນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພັນໃຫຍ່ 605 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ຕິດພັນກັບການລົງເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II. ສະຫາຍ ພັນເອກ ປະເສີດ ທ່ຽງທໍາ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພັນໃຫຍ່ 605 ໄດ້ລາຍງານກ່ຽວກັບ ການເຕີບໃຫຍ່ຂະຫຍາຍຕົວ ຂອງກອງພັນໃຫຍ່ 605 ແລະ ຜົນງານການເຄື່ອນໄຫວເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາກົມກອງ ໃນໄລຍະຜ່ານມາ, ເຊິ່ງກອງພັນໃຫຍ່ 605ມີມູນເຊື້ອສືບທອດມາຈາກກອງພັນປືນໃຫຍ່ໜ້າດິນໝາຍເລກ 605 ເຊິ່ງເປັນກົມກອງທໍາອິດ ຂອງເຫຼົ່າຮົບປືນໃຫຍ່ໜ້າດິນ ກອງທັບປົດປ່ອຍປະຊາຊົນລາວ ໃນເມື່ອກ່ອນ ແລະ ກອງທັບປະຊາຊົນລາວໃນປະຈຸບັນ, ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 15 ທັນວາ ປີ 1954 ຢູ່ຖານທີ່ໝັ້ນແຂວງຫົວພັນ. ການຈັດຕັ້ງເບື້ອງຕົ້ນປະກອບມີ 7 ກອງຮ້ອຍ,ໃນນັ້ນມີ 3 ກອງຮ້ອຍປະກອບອາວຸດປືນໃຫຍ່ແບກຫາບ ແລະ 4 ກອງຮ້ອຍເຮັດໜ້າທີ່ເປັນກໍາລັງລໍາລຽງຂົນສົ່ງອາວຸດ-ກະສຸນໃຫ້ສະໜາມຮົບ. ຈາກນັ້ນ ສະຫາຍ ບຸນທາມ ພຸດທະວົງ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນໄດ້ເຜີຍແຜ່ຜົນສໍາເລັດ ຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ເຊິ່ງໄດ້ຍົກໃຫ້ເຫັນເນື້ອໃນຜົນສໍາເລັດຂອງກອງປະຊຸມດັ່ງກ່າວໃນການຕົກລົງບັນຫາສໍາຄັນຕ່າງໆ ພາຍໃນນະຄອນຫຼວງວຽງຈັນ ແລະ ວຽກງານທີ່ຈະສຸມໃສ່ສືບຕໍ່ແກ້ໄຂໃນຕໍ່ໜ້າ. ໂອກາດນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະ ແລະ ການພັດທະນາເຫຼົ່າຮົບໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ. ສະຫາຍໄດ້ຮຽກຮ້ອງໃຫ້ ຮັກສາມູນເຊື້ອອັນດີງາມ, ນໍ້າໃຈອົງອາດກ້າຫານຂອງພະນັກງານຮຸ່ນກ່ອນ, ເພີ່ມທະວີການນໍາພາ-ບັນຊາ ແລະ ປັບປຸງກົມກອງ-ກໍ່ສ້າງກໍາລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສາມາດເຮັດສໍາເລັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້, ພ້ອມດຽວກັນນີ້ ສະຫາຍ ຍັງໄດ້ຍົກໃຫ້ເຫັນຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ແລະ ຄະນະສະມາຊິກສະພາແຫ່ງຊາດໄດ້ຖາມ-ຕອບຂໍ້ຂ້ອງໃຈ ແລະ ຂໍ້ສະເໜີຕ່າງໆ ແລະ ຮັບຊົມການສະແດງຫັດແອບສິລະປະຍຸດ, ຍຸດທະວິທີ ວິຊາສະເພາະປືນໃຫຍ່ໜ້າດິນຂອງກອງພັນໃຫຍ່ 605 ອີກດ້ວຍ. ຂ່າວ: ໜູແດງ ລາດສະແກ້ວ ພາບ: ເພັງ ມະນີລະສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ