ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 23 ມັງກອນ 2025

  

ຄະນະການນຳ ປກຊ-ປກສ ແຂວງ ເຂົ້າອວຍພອນທ່ານເຈົ້າແຂວງສະຫວັນະເຂດ
ເວລາອອກຂ່າວ: 2024-01-03 14:07:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1795 | ຄວາມນິຍົມ:



ໃນທ້າຍເດືອນທັນວາ 2023 ຜ່ານມານີ້, ຄະນະການນໍາກອງບັນຊາການທະຫານແຂວງສະຫວັນະເຂດນຳໂດຍ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຄະນະປະຈຳພັກແຂວງ ເລຂາພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນະເຂດ ແລະ ສະຫາຍ ພົນຈັດຕະວາ ສົມໝາຍ ພົມມະຈັນ ຄະນະປະຈຳພັກແຂວງ ຫົວນ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງພ້ອມດ້ວຍຄະນະການນຳທັງສອງກຳລັງປກຊ-ປກສ ແຂວງ ໄດ້ເຂົ້າອວຍພອນທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນະເຂດ, ເນື່ອງໃນໂອກາດປີໃຫມ່ສາກົນ ຄສ 2024 ທີ່ໄດ້ໝູນວຽນມາຄົບຮອບອີກວາລະໜື່ງ. ໃນໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນະເຂດ ກໍ່ໄດ້ຕາງໜ້າສອງກຳລັງ ປກຊ-ປກສ ພະນັກງານນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ກ່າວສະແດງຄຳອວຍພອນໄຊອັນປະເສີດ ໃຫ້ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນະເຂດ ພ້ອມດ້ວຍການນຳຂອງແຂວງ ຈົ່ງມີສຸຂະພາບແຂງແຮງ, ປາສະຈາກໂລກໄພຕ່າງໆ, ອາຍຸໝັ້ນຍືນ ທັງຊິວິດສ່ວນຕົວ ແລະ ຄອບຄົວຂອງທ່ານ, ສືບຕໍ່ພັດທະນາເສດຖະກິດ-ສັງຄົມຂອງແຂວງສະຫວັນະເຂດ ໃຫ້ມີໃບໜ້າອັນໃຫມ່ ແລະ ຈະເລີນຮຸ່ງເຮືອງຂຶ້ນໄປຢ່າງບໍ່ຢຸດຢັ້ງ ໂດຍສະເພາະ ຊີ້ນຳ-ນຳພາກຳລັງ ປກຊ-ປກສ ແຂວງ ໃຫ້ເຕີບໃຫ່ຍເຂັ້ມແຂງ ແລະ ທັນສະໄຫມຂຶ້ນໄປເລື້ອຍໆ. ຈາກນັ້ນ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນະເຂດ ກໍ່ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ສອງກຳລັງ ປກຊ-ປກສ ເອົາໃຈໃສ່ຍົກສູງບົດບາດໜ້າທີ່ການເມືອງຂອງຕົນໃນການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບໄດ້ເຊື່ອມຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ,ປະຕິບັດກົດລະບຽບຂອງກອງທັບກໍ່ຄືກົດລະບຽບຂອງກະຊວງປ້ອງກັນຄວາມສະຫງົບວາງອອກໃຫ້ເຂັ້ມງວດ ແລະ ມີປະສິດທິຜົນ ເພື່ອພ້ອມກັນປັກປັກຮັກສາປະເທດຊາດກໍ່ຄືປັກປັກຮັກສາແຂວງສະຫວັນະເຂດໃຫ້ມີຄວາມສະຫງົບປອດໄພ 100%. ພາບ-ຂ່າວ ພານິດ ພິລາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ