
ຫົວໜ້າການທະຫານ ກອງພົນທີ1 ໂອ້ລົມ ກຳລັງເຂົ້າຮ່ວມຊ້ອມຮົບຂັ້ນກະຊວງ
ເວລາອອກຂ່າວ: 2024-01-03 15:02:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1881 | ຄວາມນິຍົມ:
ໃນວັນທີ 1 ມັງກອນ 2024 ຜ່ານມາ, ສະຫາຍ ພົນ ຈັດຕະວາ ອຸ່ນຈັນ ແດງວັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 1 ໂອ້ລົມພະນັກງານ-ນັກຮົບ ກອງພັນ 631 ທີ່ຈະເຂົ້້າຮ່ວມເປັນກຳລັງຊ້ອມຮົບ ປືນໃຫຍ່ໜ້າດິນ ທີ່ກະຊວງປ້ອງກັນປະເທດຈັດຂຶ້ນຕ້ອນຮັບວັນທີ 20 ມັງກອນ.
ອີງຕາມ ແຜນການຍິງສະແດງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ສະບັບເລກທີ 5011/ກປທ ລົງວັນທີ 28/09/2023. ອີງຕາມ ຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນຳລວມ, ອະນຸກຳມະການຮັບຜິດຊອບເນື້ອໃນ ແລະ ພາກສ່ວນຮັບປະກັນຊ້ອມຮົບສະແດງຍິງລູກປືນແທ້ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ສະບັບເລກທີ 5012/ກປທ, ລົງວັນທີ 28/09/2023. ເພື່ອໃຫ້ບັນລຸເປົ້າໝາຍ ສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ໄດ້ໂອ້ລົມຕໍ່ກຳລັງທີ່ຈະເຂົ້າຮ່ວມຊ້ອມຮົບໃນຄັ້ງນີ້ວ່າ: “ກຳລັງເຫຼົ່າຮົບປືນໃຫຍ່ໜ້າດິນເປັນກຳລັງໜຶ່ງທີ່ມີຄວາມສຳຄັນໃນການເຄື່ອນທັບມ້າງ ແລະ ບຸກໂຈມຕີ ເພື່ອປົກປັກຮັກສາເຂດນ້ຳແດນດິນ ຂອງປະເທດຊາດ. ດັ່ງນັ້ນ ນັກຝຶກອົບຮົມທຸກສະຫາຍຈົ່ງພ້ອມກັນປະຕິບັດຕາມແຜນການ, ຕາມຄຳສັ່ງຂອງຂັ້ນເທິງໃຫ້ເຂັ້ມງວດ, ຍົກສູງທາງດ້ານການເມືອງແນວຄິດ ດຸໝັ່ນຊອກຝຶກແອບຊອກຮູ້ຮໍ່າຮຽນ, ສຸ່ມທຸກເຫື່ອແຮງ ສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນ; ແຕ່ລະສະຫາຍຕ້ອງກຳແໜ້ນຫຼັການ, ທິດສະດີ ແລະ ວິທີການ, ພ້ອມກັນຝຶກຊ້ອມຢ່າງເອົາຈິງເອົາຈັງ ເຊື່ອຟັງຄຳສັ່ງແນະນຳຂອງຜູ້ບັນຊາການ, ເພີ່ມທະວີຄວາມຮັບຜິດຊອບ, ມີຄວາມສາມັກຄີຮັກແພງພາຍໃນໝູ່ຄະນະ ແລະ ພາຍນອກໃຫ້ກວ້າງຂວາງ ເພື່ອດຳເນີນໃຫ້ເກີດມີປະສິດທິພາບສູງ ແລະ ຍົກສູງສະຕິໃນການປະຕິບັດໜ້າທີ່ວຽກງານ ແລະ ຮັບປະກັນການການຝຶກຊ້ອມໃຫ້ມີຜົນສໍາເລັດ ພ້ອມກັນສ້າງໃບໜ້າອັນໃໝ່ໃຫ້ແກ່ກົມກອງ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ ຂອງກອງທັບ ຂອງປະເທດຊາດ. ການຄຸ້ມຄອງບັນຊາ ຕ້ອງຍົກສູງຮ່ວມຊີວິດການເມືອງໃນການນຳພາ-ຊີ້ນຳ, ເຄັ່ງຄັດທາງດ້ານລະບຽບຫຼັກການ, ປະຕິບັດຕາມຂໍ້ກຳນົດ, ກົດລະບຽບຂອງກອງທັບ, ແບບແຜນການດຳເນີນງານທີ່ຖືກຕ້ອງ, ປະສານວຽກໃຫ້ທ່ວງທັນກັບເວລາ ຮັບປະກັນເຮັດຫຼ້ອນໜ້າທີ່ ທີ່ໄດ້ຮັບມອບໝາຍ.
ພາຍຫຼັງສຳເລັດໜ້າທີ່ແລ້ວ ທຸກສະຫາຍ ຕ້ອງໄດ້ດຸໝັ່ນ ສຶກສາຄົ້ນຄວ້າຮໍ່າຮຽນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ພ້ອມກັນນຳໃຊ້ໃຫ້ໄດ້ຮັບຜົນສູງເພື່ອໃຫ້ກອງທັບມີຄວາມເຂັ້ມແຂງ ແລະ ທັນສະໄໝ.
ຂຽນໂດຍ ຄຳພຸດ ພານຸວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ