ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ເປີດຊຸດຝຶກອົບຮົມໄລຍະສັ້ນ ວິຊາກວດກູ້ລະເບີດເພື່ອມະນຸດສະທໍາໃຫ້ກໍາລັງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2024-01-04 10:43:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1459 | ຄວາມນິຍົມ:



ພິທີເປີດຊຸດຝຶກອົບຮົມວຽກງານເກັບກູ້ລະເບີດເພື່ອມະນຸດສະທຳໃຫ້ແກ່ວິຊາການກອງທັບປະຊາຊົນລາວໂດຍການຊ່ວຍເຫລືອຈາກອົງການກວດມິນສາກົນແຫ່ງ ສ. ຣັດເຊຍໄດ້ຈັດຂຶ້ນໃນທ້າຍເດືອນ ທັນວາ 2023ທີ່ຜ່ານມາ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນໂທ ກະຕາເຈັບ ມາກຊິມ ຫົວໜ້າກອງກວດກູ້ລະເບີດເພື່ອມະນຸດສະທຳ ແຫ່ງ ສ ຣັດເຊຍ, ມີຄະນະນຳຂັ້ນເມືອງຕະຫລອດຮອດນັກເຝິກອົບຮົມລາວ-ຣັດເຊຍ ເຂົ້າຮ່ວມ. ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວຫນ້າຫ້ອງການກົມໃຫຍ່ເສນາທິການກອງທັບໄດ້ຜ່ານບົດລາຍງານໂດຍຫຍໍ້ ແລະ ບັນດາແຜນການ, ຫລັກສູດ,ຕະຫລອດຮອດວຽກງານກະກຽມດ້ານຕ່າງໆ ສໍາລັບການຝຶກອົບຮົມໃນຄັ້ງນີ້ນັກຝຶກອົບຮົມຈະໄດ້ຮຽນຮູ້ກ່ຽວກັບ: ມາດຕະຖານໃນການທຳລາຍມິນ, ລູກປືນ ແລະ ອາວຸດທໍາລາຍລ້າງສູງ, ຈັກກວດມິນ ແລະ ອຸປະກອນປ້ອງກັນນັກກວດກູ້, ການທຳລາຍ, ວຽກງານເກັບກູ້ລະເບີດເພື່ອມະນຸດສະທຳ. ໂອກາດດຽວກັນນີ້, ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ສຸດທີ່ມີຄວາມໝາຍ ແລະ ຄວາມສຳຄັນເປັນຢ່າງຍິ່ງ ຕໍ່ກອງທັບປະຊາຊົນລາວ, ເວົ້າລວມ, ເວົ້າສະເພາະແມ່ນເຫຼົ່າຮົບຊ່າງແສງຂອງພວກເຮົາ ທີ່ຈະໄດ້ນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຈາກການອົບຮົມໄປນຳໃຊ້ເຂົ້າໃນວຽກງານວິຊາສະເພາະທີ່ເປັນປະໂຫຍດຕໍ່ກົມກອງ, ກໍຄືປະເທດຊາດ ເປັນຕົ້ນແມ່ນການ ກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ອອກຈາກພື້ນທີ່ທຳການຜະລິດຂອງປະຊາຊົນ ແລະ ກິດຈະການ ການກໍ່ສ້າງຕ່າງໆ ໃຫ້ມີຄວາມປອດໄພຈາກລູກລະເບີດທີ່ບໍ່ທັນແຕກຕົກຄ້າງ. ພ້ອມເນັ້ນໜັກໃຫ້ນັກຝຶກອົບຮົມທຸກສະຫາຍຈົ່ງເອົາໃຈໃສ່ເກັບກຳເອົາເນື້ອໃນບົດຮຽນທັງພາກທິດສະດີ, ຫຼັກການ ແລະ ພາກປະຕິບັດຕົວຈິງຢູ່ພາກສະໜາມ, ຕັ້ງໜ້າປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ ແລະ ຮັກສາໄດ້ຄວາມສາມັກຄີ ລະຫວ່າງຄູຝຶກ ກັບ ນັກຝຶກອົບຮົມໃຫ້ມີຄວາມແໜ້ນແຟ້ນ ແລະ ຮັກແພງ, ສາມາດຮັບປະກັນໄດ້ຄວາມສະຫງົບ ແລະ ປອດໄພຮອບດ້ານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ