
ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍານໍາເອົາເຄື່ອງຈັກຜະລິດນໍ້າດື່ມ ( R.O ) ຄົບຊຸດ ມາຕິດຕັ້ງໃຫ້ກອງພົນທີ 4
ເວລາອອກຂ່າວ: 2024-01-04 10:47:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1338 | ຄວາມນິຍົມ:
ໃນວັນທີ 03 ມັງກອນ 2024 ນີ້, ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ ແຂວງ ສະຫວັນນະເຂດ ໄດ້ນໍາເອົາເຄື່ອງຈັກຜະລິດນໍ້າດື່ມ( R.O ) ຄົບຊຸດ ຂະໜາດ 48.000 ລິດຕໍ່ວັນ ມາຕິດຕັ້ງໃຫ້ກອງພົນທີ 4 ເຊິ່ງນໍາໂດຍ ທ່ານ ບຸນລໍ້າ ແກ້ວອາສາ ຜູ້ຈັດການ ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ ພ້ອມດ້ວຍທີມງານຊ່າງຄົບຊຸດ ເປັນກຽດຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນທີ 4 ພ້ອມດ້ວຍຄະນະ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງໃສ ໄຊຍະວົງຄໍາດີ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງອຸທຸມພອນ, ແຂວງ ສະຫວັນນະເຂດ ພ້ອມດ້ວຍພະແນກການ, ວິຊາການກ່ຽວຂ້ອງເຂົ້າຮ່ວມພ້ອມພຽງ.
ທ່ານ ບຸນລໍ້າ ແກ້ວອາສາ ຜູ້ຈັດການໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນ ໂລມາຄໍາ ແຂວງ ສະຫວັນນະເຂດໃຫ້ຮູ້ວ່າ: ເຄື່ອງຈັກຜະລິດນໍ້າດື່ມ ( R.O ) ຄົບຊຸດ ຂະໜາດ 48.000 ລິດຕໍ່ວັນ ປະກອບມີ: ເຄື່ອງກອງນໍ້າ 3 ຖັງ ພ້ອມສາຍສາກ ແລະ ປໍ້າດູດນໍ້າ 1 ໜ່ວຍ, ຖັງເກັບນໍ້າກອງສັອບ 1 ຖັງ 5.000 ລິດ, ປໍ້າດູດນໍ້າຈາກຖັງກອງອາໂອ ( R.O ) ສົ່ງໄປອັດຮ່າຍ 1 ໜ່ວຍສະແຕນເລດ, ຖັງຄາບອນບຣັອກ ຫຼື ເຊລາມິກ ພ້ອມສາຍກອງ 1 ຊຸດ, ເຄື່ອງຂ້າເຊື້ອ ຢູວີ ຄົບຊຸດ 1 ຊຸດ ພ້ອມເຄື່ອງກວດຄຸນນະພາບນໍ້າລຸ້ນດີ ທັງອຸປະກອນການຕິດຕັ້ງ ເຄື່ອງຜະລິດນໍ້າ, ສາຍໄຟ ເພື່ອຕິດຕັ້ງລະບົບໄຟຟ້າເຂົ້າອາຄານ ແລະ ເຄື່ອງຈັກຄົບຊຸດ ມາຕິດຕັ້ງໃຫ້ກອງພົນທີ 4 ພ້ອມທັງອົບຮົມພະນັກງານວິຊາການ ຜູ້ທີ່ຈະຮັບຜິດຊອບໃນການຜະລິດນໍ້າດື່ມ ໃຫ້ມີຄວາມຮັບປະກັນ ແລະ ມີຄວາມປອດໄພ 100%. ພ້ອມດຽວກັນນັ້ນ, ການນໍາກອງພົນທີ 4 ແລະ ຜູ້ຈັດການໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນ ໂລມາຄໍາ ພ້ອມດ້ວຍທ່ານເຈົ້າເມືອງອຸທຸມພອນ ໄດ້ພ້ອມກັນປຶກສາຫາລືກຽມຄວາມພ້ອມ ໃນການຕິດຕັ້ງ ກໍາລັງການຜະລິດ, ວິຊາການທີ່ຈະສົ່ງໄປອົບຮົມ, ນາຍຊ່າງຜູ້ຄວບຄຸມການຜະລິດ, ຂະໜາດຕຸກຜະລິດ, ສະຕິກເກີ້ ແລະ ອື່ນໆ ໃຫ້ເປັນລະບົບຄົບຊຸດ, ສາມາດຮັບປະກັນນາຍ ແລະ ພົນທະຫານ ກອງພົນທີ 4 ໄດ້ກິນນໍ້າດື່ມບໍລິສຸດ ຖືກຕ້ອງຕາມຫຼັກອານາໄມມາດຖານໂຮງງານ ເພື່ອສ້າງເປັນຜົນງານ ເປັນຂະບວນການຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ຈະມາເຖິງໃນໝໍ່ໆນີ້ ໃຫ້ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊີ່ງ.
ໂພຄໍາ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ