ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 09 ກຸມພາ 2025

  

ບັນດາເຫຼົ່າຮົບ ເຂົ້າຢຶດສະໝາມ ເພື່ອກະກຽມຊ້ອມຮົບສະແດງຍິງລູກປືນແທ້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ
ເວລາອອກຂ່າວ: 2024-01-04 11:24:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1586 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949 – 20 ມັງກອນ 2024) , ອີງຕາມ ແຜນການກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ. ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ, ອະນຸກໍາມະການຮັບຜິດຊອບເນື້ອໃນ ແລະ ອານຸກໍາມະການຮັບປະກັນຊ້ອມຮົບສະແດງຍິງລູກປືນແທ້ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ເພື່ອສະແດງໃຫ້ເຫັນເຖິງມູນເຊື້ອອັນດີງາມ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 75 ປີ ບັນດາທຸກເຫຼົ່າຮົບໄດ້ເຂົ້າຢືດສະໜາມເພື່ອຈັດຕັ້ງການຊ້ອມຮົບ ແນໃສ່ຮັບປະກັນໃນມື້ສະແດງສະເຫຼີມສະຫຼອງໄດ້ຮັບຜົນສຳເລັດຢ່າງຈົບງາມ. ພາຍຫຼັງທຸກພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຄໍາສັ່ງກໍໄດ້ຮີບຮ້ອນສ້າງແຜນການ ແລະ ແຜນງານອັນລະອຽດ ເພື່ອນໍາໄປຈັດຕັ້ງເຜີຍແຜ່ຢູ່ພາຍໃນກົມກອງ, ໃນຂອບເຂດຄວາມຮັບຜິດຊອບໜ້າທີ່ວິຊາສະເພາະຂອງຕົນ. ດັ່ງນັ້ນ, ໃນວັນທີ 2 ມັງກອນ 2024 ນີ້, ທຸກພາກສ່ວນເຫຼົ່າຮົບຕ່າງໆ ທີ່ໄດ້ຮັບການມອບໜ້າທີ່ຕາມວິຊາສະເພາະແມ່ນໄດ້ເຂົ້າຢຶດ ແລະ ປັບປຸງກໍ່ສ້າງສະໜາມ ແລະ ສະຖານທີ່ພັກເຊົາສໍາເລັດຕາມແຜນການ, ເພື່ອຮັບປະກັນໃຫ້ການຊ້ອມຮົບສະແດງຍິງລູກປືນແທ້ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ສໍາເລັດຕາມຄາດໝາຍ ແລະ ຮັບປະກັນໄດ້ຄວາມປອດໄພ 100%. ໂດຍ: ອາຫວຸ້ນ ພາບ:ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ