
ຄະນະພັກຮາກຖານຫ້ອງການເມືອງທະຫານແຂວງອຸດົມໄຊ ສະຫລຸບຕີລາຄາການນໍາພາ ປະຈຳປີ 2023
ເວລາອອກຂ່າວ: 2024-01-04 15:00:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1596 | ຄວາມນິຍົມ:
ໃນວັນທີ 3 ມັງກອນ 2024 ນີ້, ຄະນະພັກຮາກຖານຫ້ອງການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ເປີດກອງປະຊຸມສະຫລຸບຕີລາຄາການນຳພາ ປະຈຳປີ 2023, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ພັນເອກ ໄຊພອນ ກໍຊົມພູ ເລຂາໜ່ວຍພັກ ຫົວຫນ້າຫ້ອງການເມືອງ ກອງບັນຊາການ ທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ, ຕະຫລອດຮອດພະນັກງານສະມາຊິກພັກເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນໂທ ແກ້ວວິເສດ ລູກສອນນ້ອຍ ຄະນະພັກກອງບັນຊາການ ຮອງເລຂາໜ່ວຍພັກ ຮອງຫົວຫນ້າຫ້ອງການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຂຶ້ນຜ່ານບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດ ການຊີ້ນໍາ-ນໍາພາຂອງຄະນະພັກໃນໄລຍະຜ່ານມາ ເຊິ່ງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານສະມາຊິກພັກເປັນກົກ, ຍົກສູງຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດມີລະບຽບແບບແຜນໃນການຈັດຕັ້ງປະຕິບັດຫນ້າທີວຽກງານທີ່ພັກ-ລັດມອບຫມາຍໃຫ້, ໄດ້ນໍາເອົາມະຕິຄຳສັ່ງຕ່າງໆຂອງພັກແຕ່ລະຂັ້ນ, ມູນເຊື້ອວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ ມາຈັດຕັ້ງເຊື່ອມຊຶມທັງໝົດ 17 ຄັ້ງມີຜູ້ເຂົ້າຮ່ວມ 457 ສະຫາຍ, ຍິງ 97 ສະຫາຍ, ຄະນະພັກໄດ້ຢຶດໝັ້ນ ແລະ ປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ນຳພາດຳເນີນຊີວິດການເມືອງຂອງໜ່ວຍພັກ, ສະມາຊິກພັກເປັນປົກກະຕິ, ຄະນະພັກຮາກຖານຫ້ອງການເມືອງປະກອບມີ 3 ຫນ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 65 ສະຫາຍ, ຍິງ 17 ສະຫາຍ, ສຳຮອງ 6 ສະຫາຍ, ເປົ້າໝາຍຂະຫຍາຍໃຫມ່ 2 ສະຫາຍ, ສະມາຊິກພັກແຂງກວມ 98,46%, ກາງ 1,53%, ໄດ້ຮັບບັດແດງ 59 ສະຫາຍ,ໄດ້ຮັບນາມມະຍົດເປັນຫນ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ 3 ປີຊ້ອນ, ວຽກງານແກ້ໄຂຊີວິດການເປັນຢູ່ແມ່ນອີງໃສ່ທ່າແຮງບົ່ມຊ້ອນຂອງກົມກອງ ໃນນີ້ລ້ຽງງົວ 5 ໂຕ, ແບ້ 16 ໂຕ, ສັດປີກ 57 ໂຕ, ມີໜອງປາສອງໜອງປ່ອຍປາແລ້ວ 10,500 ໂຕ, ປູກຕົ້ນໄມ້ໃຫ້ໝາກ 83 ຕົ້ນ, ປູກຕົ້ນໄມ້ປະດັບ 130 ຕົ້ນ ໃນ 1 ປີຜ່ານມາສາມາດສ້າງລາຍຮັບເຂົ້າຄັງໄດ້ທັງໝົດ 19,842,000 ກີບ. ກອງປະຊຸມຍັງໄດ້ປ່ອນບັດທາບທາມຢັ່ງຫາງສຽງເອົາບຸກຄະລາກອນທີ່ສະໝັກເປັນເລຂາ, ຮອງເລຂາໜ່ວຍພັກຊຸດໃໝ່ຕື່ມອີກ. ຈາກນັ້ນບັນດາຜູ້ແທນກອງປະຊຸມກໍ່ໄດ້ຜັດປ່ຽນກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບພ້ອມທັງຮັບຮອງເອົາທິດທາງແຜນການໃນຕໍ່ໜ້າ.
ໃນຕອນທ້າຍພິທີ, ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການ ທະຫານແຂວງອຸດົມໄຊ ເຊິ່ງ ສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຄະນະພັກຮາກຖານຫ້ອງການເມືອງຍາດມາໄດ້ໃນໄລຍະ 1 ປີຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ພ້ອມກັນສືບຕໍ່ຊີ້ນຳ-ນໍາພາໜ່ວຍພັກຂອງຕົນປັບປຸງແກ້ໄຂບັນຫາຈຸດອ່ອນທີ່ຍັງຄົງຄ້າງ ແລະ ສືບຕໍ່ສ້າງພະນັກງານສະມາຊິກພັກໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ປັບປຸງແບບແຜນວິທີເຮັດວຽກລວມສູນປະຊາທິປະໄຕ, ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເປັນແບບຢ່າງນຳໜ້າໃນທຸກຂົງເຂດວຽກງານເຊີດຊູນໍ້າໃຈຮັກຊາດ ຮັກລະບອບປະຊາທິປະໄຕ, ມີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ພ້ອມກັນເຮັດສໍາເລັດໜ້າທີ່-ທີ່ໄດ້ຮັບມອບໝາຍ.
ຂ່າວ: ຮຕ ນາງວິໄລພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ