
ກົມກໍ່ສ້າງຮາກຖານສະຫຼຸບວຽກງານຮອບດ້ານປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024
ເວລາອອກຂ່າວ: 2024-01-04 15:09:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1982 | ຄວາມນິຍົມ:
ໃນວັນທີ 4 ມັງກອນ 2023 ນີ້, ກົມກໍ່ສ້າງຮາກຖານໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຄະນະພັກກົມໃຫຍ່ການເມືອງກອງທັບ ຫົວໜ້າກົມກໍ່ສ້າງຮາກຖານ, ມີຄະນະກົມ, ຫົວໜ້າພະແນກ, ຮອງພະແນກພ້ອມດ້ວຍພະນັກງານວິຊາການກົມກໍ່ສ້າງຮາກຖານເຂົ້າຮ່ວມ.
ສະຫາຍ ພັນເອກ ຄໍາຮັງ ໄຊມຸງຄຸນ ຮອງຫົວໜ້າກົມກໍ່ສ້າງຮາກຖານ ໄດ້ຂຶ້ນຜ່ານບົດລາຍງານ ການເມືອງທັງສອງພາກຄະນະພັກ-ຄະນະບັນຊາກົມໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນວຽກງານຫຼັກ ໃຫ້ພະນັກງານທີ່ລົງກໍ່ສ້າງຮາກຖານເມືອງຢູ່ບັນດາກຳລັງຫຼວງ-ກໍາລັງທ້ອງຖິ່ນ ,19ກອງປະຕິບັດງານໃຫ້ເຊື່ອມຊຶມກຳແໜ້ນທາງດ້ານຄຸນທາດການເມືອງ, ທາດແທ້ຊົນຊັ້ນຂອງພັກສາມາດຈໍາແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງພະນັກງານມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ໄດ້ເປັນຢ່າງດີ, ຄະນະພັກ ຄະນະບັນຊາ ຕະຫຼອດຮອດວິຊາການພາຍໃນກົມໄດ້ເອົາໃຈໃສ່ລົງເຄື່ອນໄຫວກວດກາ, ຊຸກຍູ້ຢູ່ບັນດາ 19ກອງປະຕິບັດງານໃນຂອບເຂດທົ່ວປະເທດໄດ້ຈັດຕັ້ງພະນັກງານລົງກໍ່ສ້າງຮາກຖານການເມືອງ ສົມທົບອຳນາດການປົກຄອງທ້ອງຖິ່ນເຮັດວຽກງານຕາມ 4 ເນື້ອໃນ 4 ຄາດໝາຍ ຮັບປະກັນເຮັດໃຫ້ ສະພາບມີຄວາມສະຫງົບໂດຍພື້ນຖານ ແລະ ໄດ້ຮັບການພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ, ນອກນັ້ນ ຍັງໄດ້ເອົາໃຈໃສ່ຊຸກຍູ້ບັນດາກົມກອງກຳລັງຫຼວງ-ກໍາລັງທ້ອງຖິ່ນ ຫັນເອົາກໍາລັງລົງກໍ່ສ້າງຮາກຖານ ການເມືອງຕາມມູນເຊື້ອ ມີທັງໝົດ 1.103 ຫົວໜ່ວຍກົມກອງ, ຈໍານວນພົນ 4.121 ສະຫາຍ, ກວມເອົາ 17 ແຂວງ, 1 ນະຄອນຫຼວງ 3 ນະຄອນ 145 ເມືອງ, 2.453 ບ້ານ ໃນຂອບເຂດທົ່ວປະເທດ.
ປີ 2023 ສາມາດສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໄດ້ 552 ບ້ານ 61.860 ຄອບຄົວ, ກົມກອງສ້າງບ້ານແຮກສ່ຽວກັບອຳນາດການປົກຄອງທ້ອງຖິ່ນໄດ້ 32 ບ້ານ 32 ຫົວໜ່ວຍກົມກອງໄດ້ສົມທົບພາກສ່ວນທີ່ກ່ຽວຂ້ອງຕິດຕາມການເຄື່ອນໄຫວເປົ້າໝາຍ ກຸ່ມຄົນບໍ່ດີເພື່ອລາຍງານໃຫ້ຂັ້ນເທິງຢ່າງເປັນປົກກະຕິ ສາມາດສະກັດກັ້ນໄດ້ທັນເວລາ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ ເກັບກຳ ແລະ ແລກປ່ຽນສະພາບຮອບດ້ານຢູ່ຫ້ອງການນະຄອນຫຼວງວຽງຈັນ ແລະ ຫ້ອງການ ປກຊ-ປກສ ສູນກາງ ເພື່ອເກັບກຳສະພາບໃນຂອບເຂດທົ່ວປະເທດ, ໄດ້ເກັບກຳຄະດີທີ່ເກີດຂຶ້ນທັງໝົດ 7.230 ເລື່ອງ, ສາມາດແກ້ໄຂໄດ້ 7.134 ເລື່ອງ, ຄະດີອຸບັດຕິເຫດເກີດຂຶ້ນ 5.575 ຄັ້ງ, ຄະດີອັກຄີໄພເກີດຂື້ນທັງໝົດ 231 ຄັ້ງ, ກັກຕົວຜູ້ຕ້ອງຫາໄດ້ 10.419 ຄົນ ຍິງ 1.574 ຄົນ, ຕ່າງປະເທດ 85 ຄົນ ຍິງ 02 ຄົນ. ລົດຈັກເສຍ 1.284 ຄັນ, ລົດໃຫຍ່ເສຍ 10 ຄັນ, ສາມາດເກັບກູ້ລົດຈັກຄືນໄດ້ 157 ຄັນ, ເກັບກູ້ ລົດໃຫຍ່ຄືນໄດ້ 4 ຄັນ, ໃນນີ້ສາມາດຍຶດຂອງກາງໄດ້ຢາບ້າ 83.746.826 ເມັດ, ນ້ຳໜັກ 8.348.616 ກິໂລກຣາມ, ຢາໄອສ໌ 16.796.196 ກິໂລກຼາມ, ເຮໂລອິນ 3.907.02 ກິໂລກຼາມ, ກັນຊາ 5.365.1 ກິໂລກຼາມ, ຝິ່ນ 547,8 ກິໂລກຼາມ, ເຄຕາມີນ1.256.79 ກິໂລກຼາມ, ຢາອີ 4.288 ເມັດ, ແປ້ງຝຸ່ນ34.337.48 ກິໂລກຼາມ ເຄື່ອງຜະລິດຢາບ້າ 2 ເຄື່ອງ, ລົດໃຫຍ່ 125 ຄັນ, ລົດຈັກ 559 ຄັນ, ເຮືອ 1ລຳ, ປືນ 20 ກະບອກ, ລູກປືນ 705 ລູກໝາກແຕກ 2 ໜ່ວຍ, ເງິນ 410.042.000 ກີບ, ເງິນດົງ 48.770.000 ດົງ, ເງິນບາດ 8.116.050 ບາດ, ເງິນໂດລາ 175.000 ໂດລາ ແລະ ເງິນຢວນ 342 ຢວນ. ຄຽງຄູ່ກັນນັ້ນຍັງປັບປຸງກໍ່ສ້າງພັກ-ພະນັກງານດ້ວຍການຍົກລະດັບຄວາມຮູ້ທັງພາຍໃນ ແລະ ຕ່າງປະເທດ, ປະຕິບັດນະໂຍບາຍຍ້ອງຍໍຜູ້ທີ່ມີຜົນງານ ຕິດພັນກັບຂະບວນການຂອງອົງການຈັດຕັ້ງມະຫາຊົນ, ຊຸກຍູ້ພະນັກງານປູກຝັງລ້ຽງສັດຕາມທ່າແຮງທີ່ມີລ້ຽງງົວຈໍານວນ 31 ໂຕ, ມີຈັກປັ່ນເຂົ້າ1ເຄື່ອງ ສາມາດປັ່ນເຂົ້າເປືອກໄດ້ 2 ໂຕນ.
ໂດຍ:ສົມຄິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ