ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ມອບ-ຮັບ ປໍ້ານໍ້າມັນ ຂອງໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ
ເວລາອອກຂ່າວ: 2024-01-04 15:14:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2057 | ຄວາມນິຍົມ:



ຕອນເຊົ້າວັນທີ 4 ມັງກອນ 2024 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຈັດຕັ້ງ ພິທີ ມອບ - ຮັບ ປໍ້ານໍ້າມັນ ,ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົວຈັດຕະວາ ຈັນທະຈັກ ໄຊຍະວົງສາ ຫົວໜ້າກົມນໍ້າມັນເຊື້ອໄຟ ກົມໃຫ່ຍພະລາທິການກອງທັບ ພ້ອມຄະນະ,ມີສະຫາຍ ພົນຈັດຕະວາ ຕີເບດ ສີແພງຄຸນ ຄະນະຈັດຊື້ຈັດຈ້າງກະຊວງ ພ້ອມຄະນະ,ມີ ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະ,ມີຄະນະພັກ - ຄະນະບັນຊາ ຫ້ອງການ,ກອງພັນ,ພະແນກການທີ່ກຽ່ວຂ້ອງ ເຂົ້າຮວ່ມ. ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ ຫົວໜ້າກົມນໍ້າມັນເຊື້ອໄຟ ກົມໃຫຍ່ພະລາທິການກອງທັບໄດ້ຂຶ້ນກ່າວມອບ ປໍ້ານໍ້າມັນໃຫ້ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ເປັນກຽດກ່າວຮັບຂອງ ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ແລະ ທັງ 2 ຝ່າຍກໍ່ໄດ້ເຊັນບົດບັນທຶກມອບ-ຮັບ ແລະ ພ້ອມກັນ ເປີດປ້າຍ ພິທີຢ່າງເປັນທາງການ, ໂຄງການກໍ່ສ້າງປໍ້ານໍ້າມັນ ແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ວັນທີ 13 ກັນຍາ 2023 ເປັນຕົ້ນມາ ແລະ ມີຜົນສໍາເລັດຢ່າງຈົບງາມ, ປໍ້າເບີກ-ຈ່າຍນໍ້າມັນແຫ່ງນີ້ ບັນຈຸນໍ້າມັນໄດ້ 2 ຊະນິດມີບໍລິມາດບັນຈຸທັງໝົດ 7.000 ລິດ (ແອັດຊັງ 3,000 ລິດ, ກາຊວນ 4,000 ລິດ) ປະກອບດ້ວຍ 2 ຫົວຈ່າຍທີ່ທັນສະໄໝລວມມູນຄ່າ ການກໍ່ສ້າງ 499.799.444 ກີບ. ທັງນີ້, ກໍ່ເພື່ອເປັນການຮັບປະກັນໃຫ້ແກ່ວຽກງານພະລາທິການ ເວົ້າສະເພາະ, ແມ່ນວຽກງານຮັບປະກັນນໍ້າມັນເຊື້ອໄຟເຊິ່ງແມ່ນໜ້າທີ່ອັນສຳຄັນ ແລະ ມີຄວາມຈຳເປັນ, ທັງເປັນການປັບປຸງພື້ນຖານໂຄງລ່າງຂອງກົມກອງໃຫ້ແໜ້ນໜາຖາວອນ, ມີຄວາມເປັນລະບຽບຮຽບຮ້ອຍສາມາດຮັບປະກັນໃຫ້ແກ່ວຽກງານກຽມພ້ອມສູ້ຮົບ, ຝຶກແອບຮ່ຳຮຽນ ແລະ ວຽກງານອື່ນໆໄດ້ເຮັດສຳເລັດໜ້າທີ່ການເມືອງຂອງຕົນ. ໂດຍ : ຄຳແປງ ຟອງສາຍໄໝ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ