
ປະກາດການເລື່ອນຊັ້ນ ທຽບຊັ້ນ ໃຫ້ນາຍທະຫານ ຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ຢູ່ເຂດໃຈກາງ 3
ເວລາອອກຂ່າວ: 2024-01-05 12:20:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3062 | ຄວາມນິຍົມ:
ວັນທີ 5 ມັງກອນ 2024 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ປະກາດການເລື່ອນຊັ້ນ, ທຽບຊັ້ນ ໃຫ້ນາຍທະຫານ ຈາກຊັ້ນພັນຕີ ຂຶ້ນຊັ້ນພັນໂທ ຈໍານວນ 50 ສະຫາຍ ຢູ່ເຂດໃຈກາງ 3, ລວມມີ 22 ກົມກອງ, ເຊິ່ງພິທີດັ່ງກ່າວແມ່ນໄດ້ຈັດຂຶ້ນຢູ່ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຄະນະນໍາກົມ, ຫ້ອງການ, ຄະນະພັກ-ຄະນະບັນຊາກົມກອງ ແລະ ພະນັກງານນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນ, ທຽບຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງຈັນ ພົງສີພັນ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນ, ທຽບຊັ້ນ ໃຫ້ນາຍທະຫານ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງໃນພາກທີ II, ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງ, ເລື່ອນຊັ້ນ, ທຽບຊັ້ນ ພັນຕີ ຂື້ນ ຊັ້ນພັນໂທ ຈໍານວນ 50 ສະຫາຍ.
ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ປະທານພິທີ, ກໍໄດ້ໃຫ້ກຽດໂອ້ລົມຕໍ່ນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນ, ທຽບຊັ້ນ ໃນຄັ້ງນີ້, ກ່ອນອື່ນໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ບັນດາສະຫາຍຍາດມາໄດ້, ເຊິ່ງໄດ້ສະແດງເຖິງຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນເອງ ແລະ ການຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານການເມືອງຂອງກົມກອງທີ່ການຈັດຕັ້ງຂັ້ນເທິງມອບໝາຍຢ່າງມີຜົນສໍາເລັດຈົບງາມ, ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ, ໂດຍສະເພາະນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ຈົ່ງພ້ອມກັນສືບຕໍ່ຝຶກຝົນຫຼຸໍ່ຫຼອມຕົນເອງໃນທຸກດ້ານ, ມີຄຸນສົມບັດສິນທໍາປະຕິວັດ, ເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ, ປະຕິບັດທຸກ ມະຕິ, ຄໍາສັ່ງ ແລະ ຂໍ້ກໍານົດກົດລະບຽບຕ່າງໆ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ຕອບຕ້ານ ແລະ ສະກັດກັ້ນໃນການໂຄສະນາບຶດເບືອນໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດຊອບ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ດໍາລົງຊີວິດດ້ວຍຄວາມປອດໃສຂາວສະອາດ ແລະ ພ້ອມກັນອອກແຮງແຂ່ງຂັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ທີ່ໃກ້ຈະມາເຖິງໃນມໍ່ໆນີ້ ໃຫ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນໃນທົ່ວກອງທັບ.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ