ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 22 ມິຖຸນາ 2025

  

ປະກາດເລື່ອນຊັ້ນພັນຕີ ຂຶ້ນ ພັນໂທ ໃຫ້ນາຍ ແລະ ພົນທະຫານ
ເວລາອອກຂ່າວ: 2024-01-05 12:24:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3274 | ຄວາມນິຍົມ:



ໃນວັນທີ 4 ມັງກອນ 2024 ນີ້, ໄດ້ປະກາດເລື່ອນຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ໃຫ້ນາຍ ແລະ ພົນທະຫານກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ເຂດພາກກາງ ແລະ ເຂດພາກໃຕ້, ຂຶ້ນຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງສາລະວັນ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພູວັນ ພິມມະຈັນ ຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ, ມີທ່ານຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາຈາກບັນດາຫົວໜ່ວຍກົມກອງ, ກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນເຂດພາກກາງ, ເຂດພາກໃຕ້ ແລະ ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໜ່ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ວົງເພັດ ວົງສະຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍ: ການເລື່ອນຊັ້ນໃຫ້ນາຍທະຫານຢູ່ບັນດາແຂວງພາກກາງ ແລະ ແຂວງພາກໃຕ້, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ), ໄດ້ລະບຸໄວ້ໃນພາກທີ II ໝວດ III, ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ, ອີງຕາມການຄົ້ນຄວ້ານຳສະເໜີຂອງກົມພະນັກງານກົມໃຫຍ່ການເມືອງກອງທັບ. ສະນັ້ນ, ຈຶ່ງໄດ້ເຫັນດີຕົກລົງເລື່ອນຊັ້ນໃຫ້ນາຍທະຫານຢູ່ເຂດພາກກາງມີ: ກອງບັນຊາການທະຫານແຂວງຄໍາມ່ວນ, ສະຫວັນນະເຂດ, ກອງພົນທີ 4 ແລະ ພາກໃຕ້ ມີ: ກອງພົນທີ 5, ກອງພັນໃຫຍ່ 611, ກອງພັນໃຫຍ່ 645, ໂຮງຮຽນເລກ 2 ວຽງໄຊ, ກອງບັນຊາການທະຫານແຂວງອັດຕະປື, ເຊກອງ, ຈໍາປາສັກ ແລະ ສາລະວັນ ທັງໝົດຈໍານວນ 89 ສະຫາຍ. ໃນຕອນທ້າຍພິທີ, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາສະຫາຍທີ່ໄດ້ຮັບຊັ້ນໃໝ່ ຈົ່ງພ້ອມກັນເອົາໃຈໃສ່ໃນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ປັບປຸງແບບແຜນວິທີນໍາພາ-ບັນຊາ, ແບບແຜນວິທີເຮັດວຽກ, ການດໍາລົງຊີວິດ ແລະ ການເປັນຢູ່ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງກົມກອງ ແລະ ແທດເໝາະກັບສະພາບຄວາມເປັນຈິງເພື່ອປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນຂຶ້ນເລື້ອຍໆ. ຂ່າວ: ສຸຂາວພອນ ສອນນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ