
ຫົວໜ້າການເມືອງກອງພົນທີ2 ມອບຄີບອດໃຫ້ໜ່ວຍສິລະປະ-ວັນນະຄະດີສະມັກຫລິ້ນ
ເວລາອອກຂ່າວ: 2024-01-05 12:26:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2009 | ຄວາມນິຍົມ:
ໃນຕົ້ນເດືອນມັງກອນ 2024 ນີ້, ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ຫົວໜ້າການເມືອງກອງພົນທີ2 ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາກອງພົນ ມອບຄີບອດໃຫ້ໜ່ວຍສິລະປະ-ວັນນະຄະດີສະມັກຫລິ້ນກອງພົນທີ2 ໂດຍ ມີຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ ແລະ ອ້າຍນ້ອງສິລະປະ-ວັນນະຄະດີສະໝັກຫຼິ້ນຂອງກອງພົນເຂົ້າຮ່ວມ.
ເຄື່ອງທີ່ນໍາໄປມອບໃນຄັ້ງນີ້, ປະກອບມີຄີບອດ1 ຊຸດ ລວມມູນຄ່າ 26.500.000ກີບ ຄັ້ງນີ້ ກໍເພື່ອເປັນການຕອບສະໜອງຕາມຄວາມຕ້ອງການຂອງວຽກງານການເມືອງ ເພື່ອໃຊ້ເຂົ້າໃນວຽກງານສິລະປະ-ວັນນະຄະດີ ເພື່ອກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ທີ່ຈະມາເຖິງໃນມໍ່ໆນີ້, ໃຫ້ມີບັນຍາກາດທີ່ຟົດຟື້ນຕໍ່ເນື່ອງ
ໂອກາດນີ້, ສະຫາຍ ພັນໂທ ຈັນສຸກ ໄມຈັນແກ້ວ ຮອງຫົວໜ້າຫ້ອງການເມືອງກອງພົນທີ2 ສະແດງຄວາມຂອບອົກຂອບໃຈ ມາຍັງຄະນະພັກ-ຄະນະບັນຊາກອງພົນ ທີ່ເຫັນໄດ້ຄວາມສໍາຄັນຂອງວຽກງານສິລະປະວັນນະຄະດີ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາວັດຖຸດັ່ງກ່າວໄປໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຈະປົກປັກຮັກສາອຸປະກອນນີ້ໃຫ້ໃຊ້ໄດ້ຍາວນານ.
ໂດຍ: ອານຸສັກ ອຳພັນວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ