ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກອງບັນຊາການທະຫານແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ລະນຶກວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ
ເວລາອອກຂ່າວ: 2024-01-05 12:32:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4848 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 04 ມັງກອນ 2024 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານທະຫານແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ລະນຶກວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ສະຫາຍ ນາງ ຈັນມະນີ ນາມວົງ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ຮອງປະທານຄະນະກໍາມະການ ປກຊ-ປກສ ແຂວງ ຜູ້ປະຈໍາການ, ສະຫາຍ ພັນເອກ ບົວເງິນ ສິດທິວົງ ຮອງກອງບັນຊາການ ປ້ອງກັນຄວາມສະຫງົບແຂວງ, ມີຄະນະພັກ-ຄະນະກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ພະນັກງານຫຼັກແຫຼ່ງ 02 ກໍາລັງ, ທີມງານຂັ້ນແຂວງ, ນາຍທະຫານ ແລະ ນາຍຕໍາຫຼວດເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນພິທີ ສະຫາຍ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊາຊົນລາວ ຄົບຮອບ 75 ປີ(20 ມັງກອນ 1949-20 ມັງກອນ 2024) ແຕ່ໄລຍະໄດ້ຮັບການສ້າງຕັ້ງຈົນເຖິງປັດຈຸບັນ; ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານນັບຫຼາຍພັນປີປະຊາຊົນລາວມີນໍ້າໃຈຮັກຊາດອັນດູດດື່ມ, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມດຸໝັ່ນຂະຍັນພຽນ ແລະ ມີມູນເຊື້ອພິລະອາດຫານຕໍ່ສູ້ບໍ່ຍອມຈໍານົນຕໍ່ສັດຕູ, ໂດຍພາຍໃຕ້ການນໍາພາໂດຍກົງຮອບດ້ານຂອງພັກ ໄດ້ນໍາພາປະຊາຊົນລາວລຸກຮືຂຶ້ນຕໍ່ສູ້ຕ້ານພວກຈັກກະພັດ, ພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ເພີ່ມທະວີຕໍ່ສູ້ ຍິ່ງຕໍ່ສູ້ກໍ່ຍິ່ງເຕີບໃຫຍ່ເຂັ້ມແຂງ ແລະໄດ້ຮັບໄຊຊະເປັນກ້າວໆມາ ແລະ ສາມາດສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໃນວັນທີ 2 ທັນວາ 1975 ໃນພິທີຍັງໄດ້ຮັບຟັງລະນຶກວັນເກີດ ທ່ານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ, ປະທານ ຄໍາໄຕ ສີພັນດອນ ເກີດເມື່ອ ວັນທີ 08 ກຸມພາ 1924 ໃນຄອບຄົວຊາວນາ ທີ່ມີຄວາມດຸໝັ່ນຂະຫຍັນພຽນ ຢູ່ບ້ານຫົວໂຂງພະໃຫຍ່ ເມືອງໂຂງ, ແຂວງສີທັນດອນ (ແຂວງຈໍາປາສັກໃນປັດຈຸບັນ)ເປັນບຸດຂອງ ພໍ່ນີ ນີລະໄຊ ແລະ ແມ່ສາຍບົວ ນີລະໄຊ , ມີເອື້ອຍນ້ອງນໍາກັນ 06 ຄົນ, ຊີວິດການເຄື່ອນໄຫວປະຕິວັດ ໃນປີ 1947 ໃນເງື່ອນໄຂທີ່ບໍ່ສາມາດຕໍ່ສູ້ຕ້ານຝຣັ່ງ ດ້ວຍຮູບການທີ່ຖືກກົດໝາຍ ແລະ ປິດລັບແລ້ວ ປະທານຄໍາໄຕ ສີພັນດອນ ໄດ້ຕິດຕໍ່ກັບຂະບວນລາວອິດສະຫຼະຢູ່ເຂດທີ່ໝັນບໍລິເວນຊາຍແດນລາວໄທ ເພື່ອເຂົ້າຮ່ວມກໍາລັງລາວອິດສະຫຼະ ນັ້ນແມ່ນບາດລ້ຽວອັນສໍາຄັນໃນຊີວິດ ເປັນຈຸດເລີ່ມຕົ້ນແຫ່ງການເຄື່ອນໄຫວປະຕິວັດ, ປີ 1967 ໄດ້ແຕ່ງຕັ້ງເປັນຜູ້ບັນຊາການສູງສຸດຂອງກອງທັບປົດປ່ອຍປະຊາຊົນລາວ, ປີ 1972 ໄດ້ຮັບການເລືອກຕັ້ງເປັນກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປີ 1991 ກອງປະຊຸມສະພາປະຊາຊົນຄັ້ງທີ II ໄດ້ແຕ່ງຕັ້ງເປັນນາຍົກລັດຖະມົນຕີ ແລະ ວັນທີ 24 ພະຈິກ 1992 ກອງປະຊຸມຂອງກົມການເມືອງສູນກາງພັກ ໄດ້ເປັນເອກະສັນເລືອກເອົາ ປະທານ ຄໍາໄຕ ສີພັນດອນ ເປັນປະທານພັກປະຊາຊົນປະຕິວັດລາວລາວ ຈົນເຖິງເດືອນ ມິຖຸນາ 2006 ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກຄັ້ງນີ້, ທ່ານໄດ້ກ່າວລາໜ້າທີ່ ເພື່ອພັກຜ່ອນບໍານານ. ໃນພິທີຍັງໄດ້ສະເໜີຄໍາຖາມ-ຄໍາຕອບກ່ຽວກັບຊີວິດການເຄື່ອນໄຫວຂອງປະທານ ຄໍາໄຕ ສີພັນດອນ ເພື່ອໃຫ້ພະນັກງານສະມາຊິກພັກ, ນາຍທະຫານ, ນາຍຕໍາຫຼວດໄດ້ພ້ອມກັນຄົ້ນຄວ້າ, ທົບທວນຫວນຄືນ ແລະ ຈົດຈໍາເອົາຄຸນງາມຄວາມດີ, ບົດຮຽນອັນລໍ້າຄ່ານໍາໄປເປັນບົດຮຽນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃນອະນາຄົດໃຫ້ມີຜົນສໍາເລັດເປັນກ້າວໆ. ຂ່າວ-ພາບ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ