IFAB ກຽມໃຊ້ບັດສີຟ້າ ເຂົ້າໃນການແຂ່ງຂັນບານເຕະ
ເວລາອອກຂ່າວ: 2024-02-19 08:44:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 373 | ຄວາມນິຍົມ:
ຄະນະກຳມະການສະມາຄົມບານເຕະນານາຊາດ (IFAB) ກຽມອະນຸມັດໃຫ້ມີການທົດລອງໃຊ້ ບັດຟ້າ (Blue Card) ໃນການແຂ່ງຂັນຢ່າງເປັນທາງການເລີ່ມຕັ້ງແຕ່ລະດູການໜ້າເປັນຕົ້ນໄປ.
ສຳລັບບັດຟ້າຈະຖືກນຳມາໃຊ້ໃນກໍລະນີດຽວກັບກົດ “sin-bins” ຂອງກິລາຣັກບີ້ໂດຍຈະແຈກໃຫ້ກັບນັກກິລາທີ່ອາລົມຮ້ອນຮ້າຍດ່າ ເພື່ອໃຫ້ອອກໄປສະຫງົບສະຕິອາລົມໃນໂຊນທີ່ກຳນົດເປັນເວລາ 10 ນາທີແລ້ວຄ່ອຍກັບມາລົງສະໜາມການແຂ່ງຂັນອີກ.
ຈຸດປະສົງຂອງ IFAB ທີ່ເພີ່ມບັດສີຟ້າເຂົ້າມາ ເພື່ອໃຊ້ລົງໂທດກັບນັກກິລາທີ່ສະແດງອາການເລືອດຮ້ອນຕໍ່ຜູ້ຕັດສິນ ແລະ ສະ ກັດຝ່າຍໜື່ງແບບຮຸນແຮງໃນຈັງຫວະທີ່ກຳລັງຄອງບານເຂົ້າໄປຍິງປະຕູ, ໂດຍຈະໃຊ້ກັບລີກລະດັບນ້ອຍໄປກ່ອນ. ສ່ວນລີກໃຫຍ່ໃນເອີຣົບ ຍັງບໍ່ທັນນຳໃຊ້.
ນັບຕັ້ງແຕ່ໃບເຫຼືອງ ແລະ ໃບແດງໄດ້ກຳນົດຂຶ້ນໃນປີ 1970 ຈາກນັ້ນກໍໄດ້ມີຄວາມະຍາຍາມເພີ່ມການລົງໂທດໃຫ້ມີຫຼາຍລະດັບ ຫຼາຍຂັ້ນ ເຊັ່ນ ໃບຂຽວ ແລະ ໃບຂາວ ເຂົ້າມາ ແຕ່ກໍຍັງບໍ່ໄດ້ຮັບການຍອມຮັບຈາກການແຂ່ງຂັນ ຈົນມາຮອດໃບຟ້າທີ່ມີໂອກາດຖືກນຳມາໃຊ້ຈິງຫຼາຍທີ່ສຸດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ