ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ມິດຕະພາບ ແລະ ການ​ຮ່ວມ​ມື ລະຫວ່າງ ສອງ​ຊາດ, ສອງ​ກອງທັບ ລາວ-ຣັດ​ເຊຍ ມີ​ການ​ພັດທະນາ​ຕໍ່​ເນື່ອງ
ເວລາອອກຂ່າວ: 2024-02-22 09:00:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 601 | ຄວາມນິຍົມ:



ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ທີ່​ມີ​ມູນເຊື້ອ​ມາ​ແຕ່​ດົນ​ນານ ລະຫວ່າງ​ສອງ​ຊາດ, ສອງ​ກອງທັບ ລາວ-ຣັດ​ເຊຍ, ຣັດ​ເຊຍ-ລາວ ໄດ້​ມີ​ການ​ພັດທະນາ ແລະ ສືບຕໍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະເພາະ​ໃນ​ຂົງເຂດ​ການ​ທະຫານ ​ໄດ້​ມີ​ການ​ສືບຕໍ່​ພົວພັນ​ຮ່ວມ​ມື​ກັນ​ຫຼາຍ​ຂຶ້ນ ເປັນ ຕົ້ນ​ແມ່ນ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ນຳ​ກັນ​ໃນ​ຫຼາຍ​ລະດັບ ນັບ​ແຕ່​ຂັ້ນ​ລັດຖະມົນຕີ​ລົງ​ຮອດ​ຂັ້ນ​ວິຊາ​ການ, ເຫຼົ່າ​ຮົບ​ວິຊາ​ສະເພາະ, ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ, ການ​ຮ່ວມ​ມື​ໃນ​ຂົງເຂດ​ວຽກ​ງານ​ເກັບ​ກູ້​ລະເບີດ ເພື່ອ​ມະນຸດ​ສະ​ທຳ ພິເສດ​ແມ່ນ​ລັດຖະບານ ກໍ​ຄື ກະຊວງ​ປ້ອງ​ກັນ​ປະເທດ ສ ຣັດ ​ເຊຍ ໄດ້ໃຫ້ການ​ຊ່ວຍເຫຼືອໃນ​ ການ​ກໍ່ສ້າງ​ຊັບພະຍາກອນ​ມະ ນຸດ, ພາຫະນະ​ເຕັກນິກ ທາງ​ດ້ານ​ການ​ທະຫານ ແລະ ການ​ນຳ​ເອົາ​ໜ່ວຍ​ງານ​ເກັບ​ກູ້​ລະເບີດ​ສາກົນ​ຂອງ​ກຳລັງ​ປະກອບ​ອາວຸດ​ແຫ່ງ ສ ຣັດ​ເຊຍ ມາ​ຊ່ວຍ​ກວດ​ກູ້ ແລະ ທຳລາຍ​ລະເບີດ​ທີ່​ຕົກ​ຄ້າງ​ຢູ່​ລາວ ແຕ່​ປາງ​ສົງຄາມ ເຊິ່ງ​ໃນ ​ປັດຈຸບັນ​ນີ້ ກະຊວງ​ປ້ອງ​ກັນ​ປະ ເທດ ລາວ-ຣັດ​ເຊຍ ກໍ​ກຳລັງ​ຮ່ວມ​ມື​ກັນ ກວດ​ກູ້ ແລະ ທຳລາຍ​ລະເບີດ ຢູ່​ເມືອງ​ກາສີ ແຂວງ​ວຽງ​ຈັນ. ສະຫາຍ ຮ້ອຍ​ເອກ ອີດຣີຊົບ ແວ​ເຈ​ສະ​ລາບ ຫົວໜ້າ​ຈຸ​ທີມ​ກວດ​ກູ້ ສູນ​ກວດ​ກູ້​ມິນ​ສາກົນ​ ວິທະ ຍາຄານ​ຊ່າງ​ແສງ ແຫ່ງ​ສະຫະພັນ ຣັດ​ເຊຍ ໄດ້​ໃຫ້​ຮູ້​ວ່າ: ໃນ​ໄລຍະ​ປີ 2018-2023 ທີມ​ເກັບ​ກູ້​ລະເບີດ ຂອງ​ສູນ​ກວດ​ກູ້​ລະເບີດ​ສາກົນ ໄດ້​ຮ່ວມ​ມື​ກັບ ທີມ​ກວດ​ກູ້​ລະເບີດ​ຂອງ​ກອງທັບ​ປະຊາຊົນ​ລາວ ກໍ​ຄືກອງ 58 ມີ​ຜົນສຳເລັດໃນການ ​ເກັບ​ກູ້ລະເບີດ ຢູ່​ບາງ​ພື້ນ​ທີ່​ຂອງ​ປະເທດ​ລາວ ເປັນຕົ້ນ​ແມ່ນ: ແຂວງ​ບໍ​ລິ​ຄຳ​ໄຊ, ແຂວງ​ຊຽງ​ຂວາງ ແລະ ແຂວງ​ຄຳ​ມ່ວນ ໂດຍ​ ສາມາດ​ກວດ​ກູ້, ປົດປ່ອຍເນື້ອທີ່​ດິນ​ທັງ​ໝົດ​ໄດ້ 165 ເຮັກຕາ ໃນ​ນັ້ນ, ກວດ​ພົບ​ວັດຖຸ​ລະເບີດທີ່​ຍັງ​ເປັນ​ອັນຕະລາຍ ແລະ ໄດ້​ທຳ ລາຍ​ແລ້ວ 200 ລູກ ນອກຈາກ​ນັ້ນ, ພວກ​ເຮົາ​ຍັງ​ໄດ້​ຈັດ​ຕັ້ງ​ເຝິກ ອົບຮົມ​ວິຊາ​ສະເພາະ ໃຫ້​ບັນດາ​ພະນັກງານ​ວິຊາ​ການ ທີ່​ເປັນນັກ ​ກວດ​ກູ້​ລະເບີດ ຂອງ​ລາວ​ ຈຳ ນວນ​ໜຶ່ງ ເພື່ອ​ເປັນ​ການ​ຖອດ​ຖອນ​ບົດຮຽນ ແນໃສ່​ເຮັດ​ໃຫ້​ວິຊາ​ການ​ຂອງ​ລາວ ນຳໄປ​ຈັດ​ຕັ້ງ​ປະຕິບັດ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ ໃຫ້​ຖືກຕ້ອງ ແລະ ແທດເໝາະ. ສະຫາຍ ຍັງ​ກ່າວ​ຕື່ມ​ວ່າ: ການ​ເຮັດ​ວຽກ​ຮ່ວມ​ກັນຄັ້ງນີ້, ເປັນ​ການ​ປະກອບເຂົ້າ​ໃນການ ​ພັດທະນາສາຍພົວພັນມິດຕະພາບ ລະຫວ່າງ ສອງ​ປະເທດ ແລະ ກອງທັບ​ຂອງ​ພວກ​ເຮົາ ເຊິ່ງຈະ​ນຳໄປ​ສູ່​ຜົນສຳເລັດ ກໍ​ຄືເປົ້າ​ໝາຍ​ເພື່ອ​ປົດ​ປ່ອຍ​ເນື້ອທີ່ດິນ​ຂອງ​ປະ ເທດ​ລາວ ອອກ​ຈາກ​ລະເບີດຕົກ ​ຄ້າງ​ທີ່​ບໍ່​ທັນ​ແຕກ​ມາ​ແຕ່​ປາງ​ສົງຄາມ. ສັງ​ລວມ​ແລ້ວ, ການ​ຮ່ວມ​ມື​ຂອງ​ສອງ​ປະເທດ ກໍ​ຄືສອງ​ກອງທັບ ລາວ-ຣັດ​ເຊຍ ແມ່ນ​ນັບ​ມື້​ໄດ້​ຮັບ​ການ​ພັດທະນາ​ຢ່າງໜັກ​ ແໜ້ນ, ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ກອງ ທັບ​ປະຊາຊົນ​ລາວ ໃຫ້​ມີ​ຄວາມ​ເຂັ້ມແຂງ ແລະ ທັນ​ສະໄໝ ເພື່ອ​ຮັບປະກັນ​ເຮັດ​ສຳເລັດ​ໜ້າທີ່ ໃນ​ການ​ປົກ​ປັກ​ຮັກສາ​ເອກະລາດ, ອຳນາດ​ອະທິປະ​ໄຕ​ຂອງ ​ສປປ ລາວ ໄວ້​ໃຫ້​ໝັ້ນຄົງ. ໂດຍ: ຈິດ ເພັດ​ພູ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ